ປະກາດຮັບສະໝັກພະນັກງານພັດທະນາຊຸມຊົນ ປະຈຳເມືອງ ນອງ 01 ຕໍາແໜ່ງ

Country: 
Lao PDR
Project: 
The Poverty Reduction Fund
Position Description: 
ພັດທະນາຊຸມຊົນ ປະຈຳເມືອງ ນອງ
Grant No.: 
H685-LA
Project No.: 
P 123480
Date of Issue: 
Monday, September 2, 2013
Closing Date: 
Monday, September 16, 2013

ກອງທຶນຫລຸດຜ່ອນຄວາມທຸກຍາກແຂວງສະຫວັນນະເຂດ

(ປະກາດຮັບສະໝັກພະນັກງານ)

 

ກອງ​ທຶນ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ ເປັນ​ໂຄງ​ການ​ໜຶ່ງ​ທີ່​ຂຶ້ນ​ກັບ​ລັດ​ຖະ​ບານ ກໍ່​ຄື​ຄະ​ນະ​ພັດ​ທະ​ນາ​ຊົນ​ນະ​ບົດ ແລະ ລຶບ​ລ້າງຄວາມ​ທຸກ​ຍາກ​ຂັ້ນ​ສູນ​ກາງ, ຫ້ອງວ່າ​ການ​ລັດ​ຖະ​ບານ ໄດ້​ຮັບ​ທຶນ​ຊ່ວຍ​ເຫລືອ​ຈາກ​ທະ​ນາ​ຄານ​ໂລກ, ອົງ​ການ​ຮ່ວມ​ມື​ດ້ານ​ການ​ພັດ​ທະ​ນາ​ປະ​ເທດ​ສະ​ວິດ​ເຊີ​ແລນ,ອົງ​ການ​ອົດ​ສ໌​ຕາ​ລີ ແລະ ກອງທຶນ​ພັດ​ທະ​ນາ​ສັງ​ຄົມ​ຂອງ​ຍີ່​ປຸ່ນ ເພື່ອ​ສະ​ໜອງ​ພຶ້ນ​ຖານ​ໂຄງ​ລ່າງ​ຂະ​ໜາດ​ນ້ອຍ ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ປະ​ຊາ​ຊົນ​ຢູ່​ກຸ່ມ​ບ້ານ​ທີ່​ທຸກ​ຍາກ. ປະ​ຈຸ​ບັນ ທ​ລຍ ໄດ້​ຮັບ​ການ​ສືບ​ຕໍ່​ໂຄງ​ການ​ໄລ​ຍະ​ທີ​ສອງ(2012-2016)ແລະ ມີ​ຄວມ​ຕ້ອງ​ການ ພະ​ນັກ​ງານພັດທະນາຊຸມຊົນ 01ຕໍາ​ແໜ່ງປະຈຳ ເມືອງ ນອງ ແຂວງ ສະຫວັນນະເຂດ ລາຍ​ລະ​ອຽດ​ດັ່ງ​ລຸ່ມນີ້:

  • ຮຽນຈົບ ຫລືມີປະສົບການດ້ານການພັດທະນາຊຸມຊົນ ຫລື ຊົນນະບົດ
  • ມີຄວາມຮູ້ກ່ຽວກັບວິທີການວາງແຜນແບບມີສ່ວນຮ່ວມ ແລະ ເຄື່ອງມືໃນການປະເມີນການມີສ່ວນຮ່ວມຢູ່ຊົນນະບົດ
  • ມີປະສົບການໃນການຈັດກອງປະຊຸມ ແລະ ຝຶກອົບຮົມ
  • ມີຄວາມຮູ້ ແລະ ປະສົບການຈຳນວນໜຶ່ງທາງດ້ານການນຳໃຊ້ ຄອມພິວເຕີ ເຊັ່ນ: MS Word, Excel, Powerpoint etc
  • ຖ້າສາມາດເວົ້າພາສາຊົນເຜົ່າຂອງທ້ອງຖິ່ນ ຈະໄດ້ຮັບການພິຈາລະນາເປັນພິເສດ.
  • ຖ້າເປັນຍິງ ໂດຍສະເພາະແມ່ນຊົນເຜົ່າ ແລະ ເຄີຍເຮັດວຽກກ່ຽວກັບການພັດທະນາຊົນນະບົດມາກ່ອນ ຈະໄດ້ຮັບການພິຈາລະນາເປັນກໍລະນີພິເສດ.

ເອກະສານຍື່ນສະໝັກປະກອບມີ:

ໃບ​ຄຳ​ຮ້ອງ​ສະ​ໝັກ​ງານ ເຊິ່ງ​ລະ​ບຸ​ຕຳ​ແໜ່ງ,ບ່ອນ​ປະ​ຈຳ​ການ ແລະ ປະ​ສົບ​ການ​ຜ່ານ​ມາ​ທີ່​ແທດ​ເໝາະ​ກັບ​ຕຳ​ແໜ່ງ​ທີ່​ສະ​ໝັກ ພ້ອມ​ດ້ວຍ​ລາຍ​ລະ​ອຽດ​ຂອງຜູ້ຢັ້ງ​ຢືນ 03 ທ່ານ, ຊີ​ວະ​ປະ​ຫວັດ, ສຳ​ເນົາ​ໃບ​ຂັບ​ຂີ່, ໃບ​ຜ່ານ​ງານ, ໃບ​ແຈ້ງ​ໂທດ, ສຳ​ເນົາ​ບັດ​ປະ​ຈຳ​ຕົວ ຫລື ປຶ້ມ​ສຳ​ມະ​ໂນ​ຄົວ, ພ້ອມ​ດ້ວຍ ຮູບ​ຖ່າຍ​ບໍ່​ກາຍ 3 ເດືອນ ຂະ​ໜາດ 3X4 01 ໃບ ໄປ​ທີ່: ຫ້ອງການ ທລຍ ສະຫວັນນະເຂດ ບ້ານ ນາແກ ເມືອງ ໄກສອນພົມວິຫານ ແຂວງ ສະຫວັນນະເຂດ (ກ້ອງຂົວມິດຕະພາບ ລາວໄທ) ເບີໂທລະສັບ: 041 252578.

  

ກະລຸນາຮັບຊາບວ່າ ກອງທຶນຈະທຳການຕິດຕໍ່ຫາຜູ້ທີ່ເໝາະສົມ ແລະຖືກຕ້ອງຕາມເງິື່ອນໄຂທີ່ຄົບຖ້ວນເທົ່ານັ້ນ ເພື່ອດຳເນີນຂະບວນການປະເມີນ. (ເອກະສານສະໝັກທຸກຢ່າງຈະບໍ່ອະນຸຍາດໃຫ້ຖອນຄືນ)