ກອງປະຊຸມປຶກສາຫາລືຄວາມຄືບໜ້າກ່ຽວກັບບ້ວງທຶນສົມທົບຂອງລັດເຂົ້າໃນການຈັດຕັ້ງປະຕິບັດໂຄງການ ທລຍ ໃນປີ 2020

Posting Date: 
26 Jul 2019

ກອງປະຊຸມປຶກສາຫາລືຄວາມຄືບໜ້າກ່ຽວກັບບ້ວງທຶນສົມທົບຂອງລັດເຂົ້າໃນການຈັດຕັ້ງປະຕິບັດໂຄງການ ທລຍ ໃນປີ 2020

 

ໃນວັນທີ 25 ກໍລະກົດ 2019 ກອງປະຊຸມປຶກສາຫາລືຄວາມຄືບໜ້າກ່ຽວກັບບ້ວງທຶນສົມທົບຂອງລັດເຂົ້າໃນການຈັດຕັ້ງປະຕິບັດໂຄງການ ທລຍ ໃນປີ 2020 ໄດ້ຈັດຂຶ້ນທີ່ຫ້ອງປະຊຸມ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ໂດຍການເປັນປະທານຂອງທ່ານ ຈິດ ທະວີໃສ, ຜູ້ອໍານວຍການບໍລິຫານ ທລຍ ແລະ ໃຫ້ກຽດເຂົ້າຮ່ວມຜູ້ຕາງໜ້າຈາກກົມທີ່ກ່ຽວຂ້ອງຄື: ກົມແຜນການ ແລະ ການເງິນ, ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງ, ກົມພັດທະນາຊົນນະບົດ ແລະ ສະຫະກອນ ກະຊວງກະສິກໍາ ແລະ ປ່າໄມ້, ກົມແຜນການ ແລະ ການລົງທຶນ ກະຊວງແຜນການ ແລະ ການລົງທຶນ, ກົມງົບປະມານ ກະຊວງການເງິນ ແລະ ພະນັກງານ ທລຍ ຈໍານວນທັງໝົດ 12 ທ່ານ.

ທີ່ປະຊຸມໄດ້ຮັບແຈ້ງຈາກ ທ່ານຜູ້ອໍານວຍການບໍລິຫານ ວ່າປະຈຸບັນຜູ້ໃຫ້ທຶນ ກໍາລັງພິຈາລະ ນາ ບ້ວງທຶນເພີ່ມຕື່ມອີກຈໍານວນ 12,5 ລ້ານ ໃຫ້ແກ່ໂຄງການ ທລຍ 3 ໄລຍະສຶບຕໍ່(2020-2022)  ໝາຍຄວາມວ່າ ຈາກ 10 ລ້ານໂດລາທີ່ເຫັນດີແລ້ວໃນເບື້ອງຕົ້ນ ຈະເປັນ 22,5 ລ້ານ, ແຕ່ເບື້ອງຜູ້ໃຫ້ທຶນກໍກໍາລັງຕິດຕາມ ເບິ່ງແນວໂນ້ມບ້ວງທຶນສົມທົບຂອງລັດ ຕໍ່ວຽກງານ ທລຍ 3 ທີຍັງຄ້າງຜ່ານມາ;

ທີ່ປະຊຸມຜູ້ຕາງໜ້າຈາກກະຊວງຕ່າງໆ ໄດ້ມີຄໍາເຫັນວ່າວຽກ ທລຍ ແມ່ນໄດ້ຈັດຕັ້ງຜັນຂະຫຍາຍ ທິດທາງນະໂຍບາຍຂອງພັກ-ລັດ, ໄດ້ເຊື່ອມສານ ແລະ ເກາະຫ້ອຍ ກັບການແກ້ໄຂຄວາມ ທຸກຍາກຂອງທຸກຂະແໜງການ ແລະ ເຂົ້າໃຈເປັນເອກະພາບ ວ່າຖ້າບໍ່ໄດ້ຮັບບ້ວງທຶນສົມທົບຂອງລັດ ດັ່ງທີ່ໄດ້ກ່າວນັ້ນຈະເຮັດ ໃຫ້ວຽກງານ ທລຍ ຢູ່ 6 ແຂວງ ຢຸດຕິລົງ ຊຶ່ງຈະເປັນການສູນເສັຍກາລະໂອກາດໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຢູ່ພາຍໃນແຂວງດັ່ງກ່າວ ເພາະ ທລຍ ໄດ້ສ້າງພື້ນຖານໄວ້ແລ້ວ ຖ້າຈະເລີ່ມສ້າງໃໝ່ກໍບໍ່ແມ່ນເລື່ອງງ່າຍ, ສະນັ້ນ, ຄວນໃຫ້ໄດ້ມີການສືບຕໍ່; ນອກນັ້ນ ທີ່ປະຊຸມຍັງໄດ້ປຶກສາຫາລື ກ່ຽວກັບເງິນບ້ວງລາຍຮັບຈາກເຂື່ອນໄຟຟ້ານໍ້າເທີນ 2 ຈໍານວນ 150 ຕື້ກີບຕໍ່ປີ  ໂດຍໄດ້ຈັດສັນເຂົ້າໃນ 6 ຂະແໜງວຽກບຸລິມະສິດ ໜຶ່ງໃນນັ້ນແມ່ນຂະ   ແໜງກະສິກຳ ແລະ ປ່າໄມ້. ເຖິງແນວໃດກໍຕາມ ງົບທີ່ຂະແໜງກະສິກຳ ແລະ ປ່າໄມ້ ໄດ້ຮັບໃນແຕ່ລະປີນັ້ນ ແມ່ນຈໍາກັດ. ສະນັ້ນ, ເງິນບ້ວງທຶນສົມທົບຂອງລັດ ເຂົ້າໃນໂຄງການ ທລຍ ສໍາລັບປີ 2020 ນັ້ນ ຈຶ່ງສະເໜີກະຊວງກະສິກຳແລະປ່າໄມ້ ສ້າງເປັນແຜນບຸລິມະສິດຕ່າງຫາກ ເພື່ອງ່າຍຕໍ່ລັດຖະບານ ກໍຄືສະພາແຫ່ງຊາດ ໃນການພິຈາລະນາ; ທີ່ປະຊຸມຍັງໄດ້ສະເໜີໃຫ້ກະຊວງການເງິນ ຊ່ວຍກວດເບີ່ງຄືນ ບ້ວງທຶນສົມທົບຂອງ ທລຍ ທີ່ຍັງຄ້າງ 26 ຕື້ກີບ ຊຶ່ງແມ່ນພັນທະຂອງລັດເຮົາ ແລ້ວຊ່ວຍສະເໜີຫາກະຊວງແຜນການ ແລະ ການລົງທຶນ ເອົາເຂົ້າໃນແຜນຈັດສັນງົບປະມານ ປີ 2020;

ນອກນັ້ນ ທີ່ປະຊຸມໄດ້ ແນະນໍາ ທລຍ ໃຫ້ເຮັດບົດປະເມີນຜົນບັນດາໂຄງການ ທີ່ນອນໃນບ້ວງທຶນສົມທົບຂອງລັດຖະບານ ເພື່ອຂໍນໍາໃຊ້ບ້ວງລາຍໄດ້ຈາກ ນໍ້າເທີນ 2 ຈໍານວນ 16 ຕື້ກີບ.

ສະຫຼຸບແລ້ວ ກອງປະຊຸມມື້ນີ້ ມີຄວາມສໍາຄັນຫຼາຍ ຊຶ່ງຜູ້ເຂົ້າຮ່ວມເຫັນໄດ້ຄວາມໝາຍຄວາມສຳຄັນ ຂອງກອງທຶນຫຼຸດຜ່ອນຄວາມທຸກຍາກ ເພາະນອກຈາກຈະເປັນການຮັກສາໂຄງສ້າງ ແລະ ລະບົບທີ່ມີຄວາມເຂັ້ມແຂງ ໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຢູ່ລາວເຮົາ ຍັງເປັນການລະດົມທຶນຈາກສາກົນ ມາຊ່ວຍພັດທະນາວຽກງານດັ່ງກ່າວໃນອະນາຄົດອີກດ້ວຍ.