ຄວາມພ້ອມໃນການກະກຽມກອງປະຊຸມສໍາມະນາພາກພື້ນກ່ຽວກັບການພັດທະນາໂດຍຊຸມຊົນເປັນເຈົ້າ

Posting Date: 
01 Nov 2019

ຄວາມພ້ອມໃນການກະກຽມກອງປະຊຸມສໍາມະນາພາກພື້ນກ່ຽວກັບການພັດທະນາໂດຍຊຸມຊົນເປັນເຈົ້າ

 

ໃນວັນທີ 01 ພະຈິກ 2019 ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ)ໄດ້ຈັດ ກອງປະຊຸມວິຊາການ ຄະນະຮັບຜິດຊອບຄັ້ງທີ 2 ຂຶ້ນ ທີ່ຫ້ອງປະຊຸມ ກົມພັດທະນາຊົນນະບົດ ແລະ ສະຫະກອນ ເພື່ອທົບທວນຄວາມຄືບໜ້າໃນການກະກຽມຄວາມພ້ອມ ໃນການຈັດກອງປະຊຸມສໍາມະນາພາກພື້ນ ກ່ຽວກັບ ການພັດທະນາໂດຍຊຸມຊົນເປັນເຈົ້າທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 22-23 ພະຈິກ 2019 ໂດຍໃຫ້ກຽດເປັນປະທານຂອງ  ທ່ານ ຈິດ ທະວິໃສ ຜູ້ອຳນວຍການບໍລິຫານ ທລຍ ແລະ ການເຂົ້າຮ່ວມມາຈາກບັນດາກົມ, ບັນດາກະຊວງ ແລະ ກົມກອງ  ທີ່ນອນໃນຄະນະຮັບຜິດຊອບ ໃນການຈັດກອງປະຊຸມສໍາມະນາພາກພື້ນ ທັງໝົດ 23 ທ່ານ, ຍິງ  5 ທ່ານ.

ທີ່ກອງປະຊຸມໄດ້ມີການປຶກສາຫາລືກັນ ແລະ ລາຍງານຄວາມຄືບໜ້າແຕ່ລະໜ້າວຽກຂອງແຕ່ລະພາກສ່ວນຮັບຜິດ ຊອບ ເປັນຕົ້ນແມ່ນ ອະນຸກໍາມະການເນື້ອໃນໄດ້ສຳເລັດໃນການສົ່ງບັດເຊີນພ້ອມດ້ວຍເອກະສານຕ່າງໆທີ່ກ່ຽວຂ້ອງ ໃຫ້ບັນດາປະເທດທີ່ຈະເຂົ້າຮ່ວມກອງປະຊຸມ, ກະກຽມເນື້ອໃນ ບົດຄໍາເຫັນ ກ່າວເປີດ ແລະ ອະນຸກໍາມະການພິທີການໄດ້ປະສານສົມ ທົບກັບພາກສ່ວນສູນກາງ ແລະ ທ້ອງຖິ່ນ. ແຕ່ຍັງມີບາງໜ້າວຽກທີ່ຈະສືບຕໍ່ກະກຽມ ໃຫ້ສໍາເລັດຕາມຄາດໝາຍ.

ສໍາລັບການຈັດກອງປະຊຸມສໍາມະນາພາກພື້ນນັ້ນ ແມ່ນຈະໄດ້ຈັດຢູ່ທ່າມກາງທີ່ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ສະເຫຼີມສະຫຼອງຄົບຮອບ 16 ປີຜ່ານມາ ໃນການນໍາໃຊ້ຮູບແບບການພັດທະນາໂດຍຊຸມຊົນເປັນເຈົ້າ ທີ່ເນັ້ນໃສ່ ການສ້າງຄວາມເຂັ້ມແຂງໃຫ້ແກ່ອົງການປົກຄອງທ້ອງຖິ່ນ ແລະ ມອບໃຫ້ຊຸມຊົນໃນການພັດທະນາແກ້ໄຂຄວາມທຸກຍາກດ້ວຍຕົນເອງເຊັ່ນ: ການພັດທະນາ ໂດຍຊຸມຊົນເປັນເຈົ້າ ກໍລະນີສຶກສາການກໍ່ສ້າງທີ່ຊຸມຊົນເຮັດເອງ (CFA), ການພັດທະນາ ໂດຍຊຸມຊົນເປັນເຈົ້າ ກໍລະນີສຶກສາກຸ່ມບົວລະບັດຮັກສາທາງ (RMG), ການແກ້ໄຂຄວາມທຸກຍາກຂອງຄອບຄົວ ຜ່ານການ ກຸ່ມຊ່ວຍເຫຼືອກັນ ແລະ ຂະບວນການເອົາປະຊາຊົນເຂົ້າມີສ່ວນຮ່ວມໃນການພັດທະນາ.

ທ່ານ ຈິດ ທະວີໃສ, ຜູ້ອໍານວຍການບໍລິຫານ ທລຍ ໄດ້ກ່າວວ່າ: ປະຈຸບັນ ລັດຖະບານໄດ້ສຸມໃສ່ຮ່າງແຜນພັດທະນາເສດຖະກິດສັງຄົມ 5 ປີຄັ້ງທີ 9 ຄຽງຄູ່ກັນນີ້ ສປ ຈີນ ແລະ ທະນາຄານໂລກ ມີຄວາມສົນໃຈໃນການຮ່າງແຜນງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກແຫ່ງຊາດ 2030 ເພື່ອປ່ຽນແທນສະບັບເກົ່າ. ສະນັ້ນ, ການຈັດກອງປະຊຸມສໍາມະນາພາກພື້ນກ່ຽວກັບການພັດທະນາໂດຍຊຸມຊົນເປັນເຈົ້າ ນັ້ນແມ່ນເປັນໂອກາດອັນດີທີ່ ສປປ ລາວ ຈະເກັບກ່ຽວບົດຮຽນຈາກບັນດາປະເທດທີ່ຈະເຂົ້າຮ່ວມໃນການສໍາມະນາໃນວັນທີ 22-23 ພະຈິກ 2019 ທີ່ຈະມາເຖິງນີ້ ເພື່ອເອົາເຂົ້າຮ່າງແຜນຍຸດທະສາດໃນການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກແຫ່ງຊາດ”.