ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ມາຍັງບັນດາທ່ານສື່ມວນຊົນ

Posting Date: 
28 Dec 2018

ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ມາຍັງບັນດາທ່ານສື່ມວນຊົນ ໂດຍສະເພາະທີມຂ່າວ-ລາຍການຄົ້ນຫາມາເລົ່າ ສທລ 1 ທີ່ໄດ້ຈັດສຳພາດ ພະນະທ່ານ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ກ່ຽວກັບ ທລຍ 15 ປີ (2003-2018) ຂຶ້ນໃນຕອນເຊົ້າວັນທີ 26/12/2018 ຊຶ່ງເຮັດໃຫ້ທົ່ວສັງຄົມ ເຫັນໄດ້ຄວາມພະຍາຍາມຂອງລັດຖະບານ ໃນການແກ້ໄຂຄວາມທຸກຍາກ ຢູ່ປະເທດຂອງພວກເຮົາ ໂດຍຖືເອົາປະຊາຊົນເປັນກົກ, ເອົາຄວາມຕ້ອງການຂອງພໍ່ແມ່ປະຊາຊົນເປັນຈຸດເລີ່ມຕົ້ນ ແລະ ເອົາຄວາມສາມາດທີ່ບົ່ມຊ້ອນຂອງທ້ອງຖິ່ນເປັນພື້ນຖານ.