ກອງທຶນຫຼຸດຜ່ອນຄວາມທຸກຍາກ ເມືອງບຸນໃຕ້ ແຂວງຜົ້ງສາລີ ສໍາເລັດການຈັດຕັ້ງປະຕິບັດວຽກງານຢູ່ 15 ບ້ານເປົ້າໝາຍ

Posting Date: 
20 Jan 2021

 

 ກອງທຶນຫຼຸດຜ່ອນຄວາມທຸກຍາກ ເມືອງບຸນໃຕ້ ແຂວງຜົ້ງສາລີ

 

ສໍາເລັດການຈັດຕັ້ງປະຕິບັດວຽກງານຢູ່ 15ບ້ານເປົ້າໝາຍ

 

 

 

ໃນລະຫວ່າງວັນທີ 5-12 ມັງກອນ 2021, ກອງທຶນຫຼຸດຜ່ອນຄວາມທຸກຍາກ ເມືອງບຸນໃຕ້, ແຂວງຜົ້ງສາລີ ໄດ້ສົມທົບກັບພະນັກງານຈາກຫ້ອງການສາທາລະນະສຸກເມືອງ, ສະຫາພັນແມ່ຍິງເມືອງ ແລະ ຫ້ອງການກະສີກຳ ແລະ ປ່າໄມ້ເມືອງ ສໍາເລັດການລົງໄດ້ຈັດກອງປະຊຸມສ້າງຕັ້ງກຸ່ມຊ່ວຍເຫຼືອກັນແກ້ໄຂຄວາມທຸກຍາກ(ກຊກ) ແລະ ກຸ່ມໂພຊະນາການ (ກພກ) ແລະ ການຝຶກອົບຮົມວິທີປ້ອງກັນພະຍາດໂຄວິດ-19 ໂດຍໄດ້ມີການໃຫ້ຄວາມຮູ້ດ້ານການປ້ອງກັນພະຍາດ ແລະ ແນະນໍາວິທີແກ້ໄບັນຫາຂັ້ນຕົ້ນໃນກໍລະນີເກີດພະຍາດລະບາດຢູ່ພາຍໃນບ້ານ, ຮຽນຮູ້ວິທີຫຍິບຜ້າອັດປາກໃຫ້ແກ່ປະຊາຊົນ ໂດຍການສະໜັບສະໜູນທຶນຈາກ ລັດຖະບານລາວ, ທະນາຄານໂລກ ແລະ ອົງການພັດທະນາ ແລະ ຮ່ວມມືຈາກປະເທດສະວິດເຊີແລນ (SDC) ໃນ 15 ບ້ານ ໂດຍມີຜູ້ເຂົ້າຮ່ວມທັງໝົດ760 ຄົນ, ຍິງ 494 ຄົນ.

 

ການລົງຝຶກອົບຮົມທັງ ສາມໜ້າວຽກນີ້ ໄດ້ເຮັດໃຫ້ປະຊາຊົນທີ່ທຸກຍາກ ໃນແຕ່ລະບ້ານມີຄວາມສົນໃຈເຂົ້າຮ່ວມໂຄງການຢ່າງເປັນຂະບວນຟົດຟື້ນ ໂດຍສະເພາະ ແມ່ນການຝາກເງິນຂອງສະມາຊິກກຸ່ມ ກຊກ ຈໍານວນທັງໝົດ 899 ຄົນ, ຍິງ 471 ຄົນ. ສໍາລັບກຸ່ມໂພຊະນາການບ້ານ 15  ກຸ່ມ ແມ່ນມີສະມາຊິກ, ປະກອບ​ມີແມ່ຖືພາ 81  ຄົນ,​ ເດັກອາຍຸ 0-5 ເດືອນ 46 ຄົນ, ຍິງ 24,  ເດັກອາຍຸ 6-23 ເດືອນ 217 ຄົນ,  ຍິງ  115  ຄົນ.   

ການລົງຈັດຕັ້ງປະຕິບັດວຽກງານຂອງກອງທຶນຫຼຸດຜ່ອນຄວາມທຸກຍາກ ແບບມີສ່ວນຮ່ວມ ກັບຫ້ອງການກ່ຽວຂ້ອງພາກລັດຂັ້ນເມືອງໃນຄັ້ງນີ້  ເຫັນວ່າປະຊາຊົນສ່ວນໃຫຍ່ໃຫ້ຄວາມຮ່ວມມື, ມີຄວາມເຂົ້າໃຈ ແລະ ມີຄວາມກຽມພ້ອມຫຼາຍດ້ານ ເພື່ອເປັນພື້ນຖານໃຫ້ແກ່ການສືບຕໍ່ຈັດຕັ້ງປະຕິບັດວຽກງານໃນຂັ້ນຕອນຕໍ່ໄປໄດ້ເປັນຢ່າງດີ.