ກອງປະຊຸມຄັ້ງປະຖົມມະລຶກກ່ຽວກັບການຈັດຕັ້ງປະຕິບັດ ໂຄງການຄົ້ນຄວ້າຜົນກະທົບຂອງການພັດທະນາຊົນນະບົດ ໂດຍຊຸມຊົນເປັນເຈົ້າ

Posting Date: 
01 Feb 2020

ກອງປະຊຸມຄັ້ງປະຖົມມະລຶກກ່ຽວກັບການຈັດຕັ້ງປະຕິບັດ ໂຄງການຄົ້ນຄວ້າຜົນກະທົບຂອງການພັດທະນາຊົນນະບົດ ໂດຍຊຸມຊົນເປັນເຈົ້າ

ໃນວັນທີ 31 ມັງກອນ 2020, ກອງທຶນຫຼຸດຜ່ອນຄວາມທຸກຍາກ(ທລຍ), ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມຄັ້ງປະຖົມມະລຶກກ່ຽວກັບການຈັດຕັ້ງປະຕິບັດ ໂຄງການຄົ້ນຄວ້າຜົນກະທົບຂອງການພັດທະນາຊົນນະ ບົດ ໂດຍຊຸມຊົນເປັນເຈົ້າ (ກໍາປູເຈ່ຍ, ລາວ, ມຽນມາ, ຫວຽດນາມ, ໄທ ແລະ ສປ ຈີນ) ຢູ່ທີ່ມະຫາວິທະຍາໄລແຫ່ງຊາດ ໂດຍການເປັນປະທານຂອງທ່ານ ຈິດ ທະວີໃສ, ຜູ້ອໍານວຍການ ທລຍ ແລະ ການເຂົ້າຮ່ວມຂອງບັນດາກົມຂອງກະຊວງທີ່ກ່ຽວຂ້ອງ, ສະຖາບັນການສຶກສາຄົ້ນຄວ້າ ແລະ ຕາງໜ້າໃຫ້ບັນດາອົງການຈັດຕັ້ງສາກົນ,ນັກຄົ້ນຄວ້າຈາກປະເທດກໍາປູເຈ່ຍ, ລາວ, ມຽນມາ, ຫວຽດນາມ, ໄທ ແລະ ສປ ຈີນ, ນັກສຶກສາຈາກ ຄະນະວິທະຍາສາດສັງຄົມ, ຄະນະເສດຖະສາດ, ຄະນະສະຖາປັດຕະຍະກໍາສາດ ມະຫາວິທະຍາໄລແຫ່ງຊາດ ເຂົ້າຮ່ວມທັງໝົດ 50 ກວ່າທ່ານ.

ທ່ານ ຈິດ ທະວີໃສ, ຜູ້ອໍານວຍການ ທລຍ ໄດ້ກ່າວ່າ: ກອງປະຊຸມນີ້ແມ່ນການເຕົ້າໂຮມບັນດານັກຄົ້ນຄວ້າ ຈາກພາຍໃນປະເທດ ໂດຍສະເພາະແມ່ນຈາກມະຫາວິທະຍາໄລແຫ່ງຊາດ, ສະຖາບັນການສຶກສາ ແລະ ບັນດານັກຄົ້ນຄວ້າ  ຫຼື ນັກວິທະຍາສາດຈາກ ປະເທດກໍາປູເຈ່ຍ, ມຽນມາ, ຫວຽດນາມ, ໄທ ແລະ ສປ ຈີນ ເພື່ອມາປຶກສາຫາລືກັນວ່າ ຈະດໍາເນີນການຄົ້ນຄວ້າ ການພັດທະນາ ໂດຍຊຸມຊົນເປັນເຈົ້າ ເວົ້າລວມແມ່ນການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ທີ່ເລີ່ມແຕ່ຮາກຖານຂຶ້ນມາ ຕາມຈິດໃຈ ແລະ ທິດທາງນະໂຍບາຍຂອງລັດຖະບານລາວເຮົາ ອັນນີ້ເປັນບັນຫາສໍາຄັນຫຼາຍ ທີ່ຈະຕ້ອງໄດ້ອາໃສນັກວິທະຍາສາດ ກໍຄືນັກຄົ້ນຄວ້າ ໃນການສຸມຄວາມພະຍາຍາມໃສ່ ເພື່ອແກ້ໄຂຄວາມທຸກຍາກຢູ່ປະເທດລາວເຮົາ ເພາະວ່າ ສປປ ລາວເຮົາຕາມການຈັດຂອງອົງການ ຫຼືວ່າສະຖາບັນສາກົນ ໄດ້ຕີລາຄາປະເທດລາວເຮົາ ມີອັດຕາຄວາມທຸກຍາກສູງກວ່າໝູ່ໃນບັນດາປະເທດອາຊ່ຽນ ແຕ່ເຖິງວ່າປະເທດລາວເຮົາມີຄວາມຄືບໜ້າຫຼາຍຢ່າງໃນໄລຍະຜ່ານມາກໍຕາມ ດັ່ງນັ້ນ ບັນຫາໃຫຍ່ທີ່ພວກເຮົາຈະຕ້ອງສຸມໃສ່ເພື່ອຊອກໃຫ້ເຫັນວ່າ ສິ່ງໃດທີ່ເປັນປັດໃຈກີດຂວາງກົດໜ່ວງຖ່ວງດຶງການແກ້ໄຂຄວາມທຸກຍາກຂອງປະເທດລາວເຮົາ.

ປະເທດລາວເຮົາມີສະຖຽງລະພາບທາງດ້ານການເມືອງ ແລະ ມີການຂະຫຍາຍຕົວທາງດ້ານເສດຖະກິດຢ່າງຕໍ່ເນື່ອງ ນອກຈາກນັ້ນ ຍັງມີຊັບພະຍາກອນທໍາມະຊາດທີ່ອຸດົມສົມບູນ ທຽບໃສ່ບັນດາປະເທດເພື່ອນບ້ານກໍບໍ໋ນ້ອຍໜ້າເຂົາເຈົ້າ ແຕ່ເປັນຫຍັງປະເທດລາວເຮົາຈຶ່ງມີອັດຕາຄວາມທຸກຍາກ ທີ່ອົງການຈັດຕັ້ງຕ່າງໆທີ່ເພີ່ນຈັດ ປະເທດລາວເຮົາມີອັດຕາຄວາມທຸກຍາກສູງ ທັ້ງໆທີ່ວ່າຫຼາຍສິ່ງຫຼາຍຢ່າງຂອງປະຊາຊົນລາວເຮົາກະມີຄວາມຢູ່ດີກິນດີ ມີຄວາມສຸກ ຄວາມຊື່ນບານ ສິ່ງເຫຼົ່ານີ້ແມ່ນບັນຫາໃຫຍ່ຂອງພວກເຮົາ ທີ່ຮຽກຮ້ອງບັນດານັກຄົ້ນຄວ້າ ນັກວິທະຍາສາດສຸມສະຕິປັນຍາຊ່ວຍກັນ ເພື່ອຊ່ວຍພັກ-ລັດ ຫາທາງອອກ ໂດຍສະເພາະ ໃນປະຈຸບັນນີ້ ກໍາລັງກະກຽມການຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 (2020-2025) ແລະ ກະກຽມກອງປະຊຸມໃຫຍ່ຂອງ ພັກຄັ້ງທີ 11 ພິເສດທີ່ສຸດພວກເຮົາຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາແບບຍືນຍົງມາໄດ້ໄລຍະໜຶ່ງແລ້ວ ໃນນັ້ນ ສູ້ຊົນເຮັດແນວໃດເຮັດໃຫ້ຄວາມທຸກຍາກທຸກຮູບແບບ ຢູ່ທຸກບ່ອນ ຢູ່ ສປປ ລາວ ໃຫ້ສໍາເລັດໃນປີ 2030 ຄືຄາດໝາຍທີ່ວາງໄວ້.

ທ່ານ ຈິດ ທະວີໃສ ກ່າວຕື່ມວ່າ: ກອງປະຊຸມລັກສະນະດັ່ງກ່າວນີ້ຈະດໍາເນີີນໄປຫຼາຍຄັ້ງ ໂດຍສະເພາະ ຮ່ວມກັບບັນດານັກຄົ້ນຄວ້າຂອງບັນດາປະເທດທີ່ໄດ້ກ່າວມາຂ້າງເທິງນັ້ນ ກອງປະຊຸມຄັ້ງນີ້ແມ່ນຄັ້ງປະຖົມມະລຶກ ເພື່ອເອກະພາບສະພາບຄວາມເປັນຈິງຄວາມທຸກຍາກຂອງແຕ່ລະປະເທດ  ໂດຍສະເພາະ ສະພາບຄວາມເປັນຈິງຂອງຄວາມທຸກຍາກຢູ່ ສປປ ລາວເຮົານີ້ ເພື່ອໃຫ້ບັນດານັກຄົ້ນຄວ້າຂອງປະເທດລາວ ແລະ ຕ່າງປະເທດມີຄວາມເຂົ້າໃຈເປັນເອກະພາບກັນຄວາມເປັນຈິງຂອງຄວາມທຸກຍາກຢູ່ປະເທດລາວເຮົາ ຈາກນັ້ນ ຈຶ່ງດໍາເນີນການສຶກສາຄົ້ນຄວ້າ ຄາດວ່າຈະແກ່ຍາວໄປເຖິງກາງປີ ຫລື ທ້າຍປີ 2020 ນີ້ ຈຶ່ງຈະໄດ້ໝາກຜົນຂອງການຄົ້ນຄວ້າ ແລະ ຈະພິມເຜີຍແຜ່ກວ້າງຂວາງທີ່ສຸດອອກສູ່ສັງຄົມ.