ກອງປະຊຸມຕິດຕາມ ແລະ ປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດວຽກງານ ທລຍ

Posting Date: 
05 Apr 2021

 

ກອງປະຊຸມຕິດຕາມ ແລະ ປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດວຽກງານ ທລຍ

 

 

 

ເພື່ອເຮັດໃຫ້ວຽກງານ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຖືກຈັດຕັ້ງປະຕິບັດໄປຕາມລະບຽບ, ຫຼັກການ, ຈຸດປະສົງເປົ້າໝາຍທີ່ວາງໄວ້ໃນເບື້ອງຕົ້ນນັ້ນ.

 

ໃນວັນທີ 5ເມສາ 2021, ຄະນະອໍານວຍການ ແລະ ຫົວໜ້າຂະແໜງ ກອງທຶນຫຼຸດຜ່ອນຄວາມທຸກຍາກ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມທາງໄກກັບທີມງານ ທະນາຄານໂລກ ເພື່ອປຶກສາຫາລື ແລະ ກຽມຄວາມພ້ອມໃຫ້ແກ່ການຈັດຕັ້ງປະຕິບັດວຽກງານປັບປຸງຊີວິດການເປັນຢູ່ ແລະ ການສົ່ງເສີມໂພຊະນາການຢູ່ 12 ເມືອງ 4 ແຂວງ (ຜົ້ງສາລີ, ຊຽງຂວາງ, ຫົວພັນ ແລະ ອຸດົມໄຊ).