ກອງປະຊຸມທາງໄກ ເພື່ອວາງແຜນກ່ຽວກັບການຜັນຂະຫຍາຍວຽກງານຕິດຕາມ-ປະເມີນຜົນ ສູ່ຂະແໜງການ ທລຍ ໃນແຕ່ລະຂັ້ນ, ລະຫວ່າງຊ່ຽວຊານທະນາຄານໂລກ ແລະ ພະນັກງານ ທລຍ ຂັ້ນສູນກາງ

Posting Date: 
29 Jul 2021

 

ກອງປະຊຸມທາງໄກ ເພື່ອວາງແຜນກ່ຽວກັບການຜັນຂະຫຍາຍວຽກງານຕິດຕາມ-ປະເມີນຜົນ ສູ່ຂະແໜງການ ທລຍ ໃນແຕ່ລະຂັ້ນ, ລະຫວ່າງຊ່ຽວຊານທະນາຄານໂລກ ແລະ ພະນັກງານ ທລຍ ຂັ້ນສູນກາງ

 

ວຽກງານຕິດຕາມ-ປະເມີນຜົນ ເປັນວຽກງານໜຶ່ງທີ່ສໍາຄັນໃນການຈັດຕັ້ງປະຕິບັດວຽກງານ ກອງທຶນຫຼຸດ ຜ່ອນຄວາມທຸກຍາກ (ທລຍ), ກະຊວງກະສິກໍາ ແລະ ປ່າໄມ້, ສະນັ້ນ; ໃນວັນທີ 28 ກໍລະກົດ 2021 ຜ່ານມາ ຈຶ່ງໄດ້ຈັດກອງປະຊຸມທາງໄກຂຶ້ນ ລະຫວ່າງທິມງານຕິດຕາມ-ປະເມີນຜົນ ພ້ອມທິມງານກ່ຽວຂ້ອງຂັ້ນສູນກາງ ຮ່ວມກັບຊ່ຽວຊານວຽກງານປະເມີນຜົນຂອງທະນາຄານໂລກ ເພື່ອປຶກສາຫາລື ແລະ ວາງແຜນໜ້າວຽກທີ່ຕ້ອງຈັດຕັ້ງປະຕິບັດໃນຕໍ່ໜ້າ, ກ່ຽວກັບບັນດາຂໍ້ມູນ, ການສ້າງຄວາມເຂັ້ມແຂງດ້ານວຽກງານຕິດຕາມ-ປະເມີນ ໃຫ້ກັບພະນັກງານໃນແຕ່ລະຂັ້ນ, ການປັບປຸງລະບົບຖານຂໍ້ມູນ ໃຫ້ມີຄວາມທັນສະໃໝກວ່າເກົ່າ (www.prfmis.org), ວຽກງານກາານລາຍງານ ແລະ ການປະສານງານກັບໂຄງການອື່ນໆ ໃຫ້ມີໝາກຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້ຂອງໂຄງການ. ກອງປະຊຸມໄດ້ຕົກລົງກັນກ່ຽວກັບໜ້າວຽກຕ່າງໆ ທີ່ເປັນທິດໃຫ້ການຜັນຂະຫຍາຍກ່ຽວກັບຄວາມຮູ້ດ້ານວຽກງານດັ່ງກ່າວໃຫ້ຂະຫຍາຍສູ່ວົງກວ້າງ ແລະ ຖືກຍອມຮັບຈາກສັງຄົມຫຼາຍຂຶ້ນ ທັງພາຍໃນ ທລຍ ແລະ ອົງການອື່ນໆ ໃນ ສປປ ລາວ.