ກອງປະຊຸມນຳສະເໜີຜົນໄດ້ຮັບຈາກການຄົ້ນຄວ້າໂຄງການພັດທະນາຊົນນະບົດ ໂດຍຊຸມຊົນເປັນເຈົ້າ ຢູ່ ສປປ ລາວ

Posting Date: 
23 May 2020

 

ກອງປະຊຸມນຳສະເໜີຜົນໄດ້ຮັບຈາກການຄົ້ນຄວ້າໂຄງການພັດທະນາຊົນນະບົດ

 

ໂດຍຊຸມຊົນເປັນເຈົ້າ ຢູ່ ສປປ ລາວ

 

 

 

 

ໂຄງການຄົ້ນຄວ້າ ຜົນກະທົບຂອງການພັດທະນາຊົນນະບົດ ໂດຍຊຸມຊົນເປັນເຈົ້າ (ກຳປູເຈຍ, ລາວ, ມຽນມາ, ຫວຽດນາມ, ໄທ ແລະ ສປ ຈີນ), (Joint Research Project on the Impact of Community Driven Development Approach on Rural Development of CLMVT plus China).

 

ນັບແຕ່ເດືອນຕຸລາ 2019 ເປັນຕົ້ນມາ, ຄະນະຮັບຜິດຊອບໂຄງການດັ່ງກ່າວໄດ້ ໄດ້ເປີດກອງປະຊຸມສໍາມະນາ ແລະ ວຽກຄົ້ນຄວ້າພາກພື້ນ ພາຍໃຕ້ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ເພື່ອຄັດເລືອກຄະນະຄົ້ນຄວ້າຈາກ ສປປ ລາວ ແລະ ຕ່າງປະເທດ ທັງໝົດ 6 ຄັ້ງ.

 

ຜ່ານການຄັດເລືອກ ສາມາດຮັບຮອງເອົາ ຄະນະນັກຄົ້ນຄວ້າຝ່າຍລາວ ທັງໝົດ 5 ຄະນະ ແລະ 4 ຄະນະຈາກປະເທດ ກໍາປູ່ເຈຍ, ສປ ຈີນ, ໄທ ແລະ ຫວຽດນາມປະເທດລະ 1 ຄະນະ.

 

ຜ່ານການລົງຄົ້ນຄວ້າ ແລະ ເກັບກໍາຂໍ້ມູນຕົວຈິງຢູ່ພາກສະໜາມ ໃນເດືອມກຸມພາ ຫາ ຕົ້ນເດືອນມີນາ 2020 ກ່ຽວກັບວຽກງານ ການພັດທະນາ ໂດຍຊຸມຊົນເປັນເຈົ້າ ໂດຍສົມທົບກັບ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ເຊິ່ງເປັນຜູ້ຈັດຕັ້ງປະຕິບັດວຽກງານຕົວຈິງກ່ຽວກັບວຽກງານດັ່ງກ່າວຢູ່ໃນພື້ນທີ່ເປົ້າໝາຍຂອງ ທລຍ.

 

        ສະນັ້ນ ໃນວັນທີ 22 ພຶດສະພາ 2020 ຄະນະຮັບຜິດຊອບໂຄງການຄົ້ນຄວ້າໂຄງການພັດທະນາຊົນນະບົດ ໂດຍຊຸມຊົນເປັນເຈົ້າ ຢູ່ ສປປ ລາວ ຈຶ່ງໄດ້ຈັດກອງປະຊຸມນຳສະເໜີຜົນໄດ້ຮັບຈາກການຄົ້ນຄວ້າໂຄງການພັດທະນາຊົນນະບົດ ໂດຍຊຸມຊົນເປັນເຈົ້າ ຢູ່ ສປປ ລາວ ຂຶ້ນ ໂດຍການເປັນປະທານຂອງທ່ານ ຈິດ ທະວີໃສ, ຜູ້ອໍານວຍການ ກອງທຶນຫຼຸດຜ່ອນຄວາມທຸກຍາກ, ຫົວໜ້າຄະນະຄົ້ນຄວ້າໂຄງການພັດທະນາຊົນນະບົດ ໂດຍຊຸມຊົນເປັນເຈົ້າ ຢູ່ ສປປ ລາວ ແລະ ການເຂົ້າຮ່ວມຂອງພະນັກງານຫຼັກແຫຼ່ງຂອງ ທລຍ, ບັນດານັກຄົ້ນຄວ້າ 5 ຄະນະ ທັງໝົດ 32 ທ່ານ, ຍິງ 8 ທ່ານ.

 

 

 

ທີ່ກອງປະຊຸມບັນດາຄົ້ນຄວ້າໄດ້ນໍາສະເໜີຜົນຂອງການຄົ້ນຄວ້າໃນເບື້້ອງຕົ້ນ ໃຫ້ແຕ່ລະຄະນະ ແລະ ຜູ້ເຂົ້າຮ່ວມປະກອບຄໍາຄິດຄໍາເຫັນ ເພື່ອປັບປຸງຜົນໄດ້ຮັບຂອງການຄົ້ນຄວ້າໃຫ້ເປັນຮູບປະທໍາ ໃຫ້ສໍາເລັດໃນເດືອນມິຖຸນາ 2020 ຈາກນັ້ນ ຈະໄດ້ນໍາໃຊ້ຂໍ້ມູນດັ່ງກ່າວ ເຂົ້າໃນການຈັດກອງປະຊຸມໃນເດືອນຕຸລາ 2020.