ກອງປະຊຸມປຶກສາຫາກ່ຽວກັບຂອບການຮ່ວມມືຂອງໂຄງການ ແຜນງານໜຶ່ງດຽວຫຼາຍຂະແໜງການມີສ່ວນຮ່ວມເພື່ອປັບປຸງໂພຊະນາການຢູ່ 4 ແຂວງພາກເໜືອ

Posting Date: 
02 Jul 2021

 

ກອງປະຊຸມປຶກສາຫາກ່ຽວກັບຂອບການຮ່ວມມືຂອງໂຄງການ

 

ແຜນງານໜຶ່ງດຽວຫຼາຍຂະແໜງການມີສ່ວນຮ່ວມເພື່ອປັບປຸງໂພຊະນາການຢູ່ 4 ແຂວງພາກເໜືອ

 

 

 

ໃນວັນທີ 1 ກໍລະກົດ 2021 ຜ່ານມາ, ກອງປະຊຸມປຶກສາຫາລື ແລກປ່ຽນບົດຮຽນກຽວກັບຂໍ້ມູນບໍລິຫານຂອງໂຄງການໃນແຜນງານໜຶ່ງດຽວຫຼາຍຂະແໜງການມີສ່ວນຮ່ວມ ເພື່ອປັບປຸງໂພຊະນາການຢູ່ 4 ແຂວງພາກເໜືອ  (ຜົ້ງສາລີ, ອຸດົມໄຊ, ຊຽງຂວາງ ແລະ ຫົວພັນ) ໄດ້ຈັດຂຶ້ນທີ່ ຫ້ອງການກອງທຶນຫຼຸດຜ່ອນຄວາມທຸກຍາກ, ກະຊວງກະສິກໍາ ແລະ ປ່າໄມ້ ເພື່ອສືບຕໍ່ປຶກສາຫາລື ແລະ ສ້າງຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດບັນດາໜ້າວຽກຕ່າງໆຂອງບັນດາໂຄງການທີ່ຈັດຕັ້ງປະຕິບັດວຽກງານໂພຊະນາການທີ່ຢູ່ໃນພື້ນທີ່ເປົ້າໝາຍດຽວກັນ ເປັນຕົ້ນວຽກກ່ຽວກັບຂໍ້ມູນບໍລິຫານໂຄງການ, ບັນດາໂຕຊີ້ວັດທີ່ກ່ຽວຂ້ອງໃນບັນດາເຄື່ອງມືຕິດຕາມ-ປະເມີນຜົນ, ກຸ່ມບ້ານຕົວຢ່າງຂອງແຕ່ລະໂຄງການທີ່ກໍາລັງຈັດຕັ້ງປະຕິບັດ ລວມທັງການປະເມີນຜົນຂອງບ້ານ (Village Score Card) ໃຫ້ມີລັກສະນະຮູບແບບໃນການຈັດຕັ້ງປະຕິບັດດຽວກັນ ສາມາດເຊື່ອມໂຍງຂໍ້ມູນຫາກັນໄດ້. ກອງປະຊຸມດັ່ງກ່າວ ໄດ້ມີຜູ້ຕາງໜ້າຈາກກະຊວງແຜນການ ແລະ ການລົງທຶນ, ຊ່ຽວຊານ ແລະ ພະນັກງານທີ່ກ່ຽວຂ້ອງຂອງກອງທຶນຫຼຸດຜ່ອນຄວາມທຸກຍາກ. ກອງປະຊຸມໄດ້ເຫັນດີນໍາໃຊ້ແບບຟອມ ເພື່ອເກັບກໍາຂໍ້ມູນເບື້ອງຕົ້ນຂອງບ້ານທີ່ໄດ້ຮັບກິດຈະກໍາຂອງແຕ່ລະໂຄງການຢູ່ 4 ແຂວງ, ເຫັນດີທົບທວນຄືນ ແລະ ໃຫ້ຄໍາອະທິບາຍກ່ຽວກັບຕົວຊີ້ວັດໂຄງການ, ແລະ ດັດແກ້ກ່ຽວກັບມາດຕະຖານໃນການປະເມີນຂັ້ນບ້ານທີ່ກິດຈະກໍາຂອງ ທລຍ (Village Score Card)ຈາກນັ້ນ ກອງປະຊຸມໄດ້ກະກຽມແຜນຮ່ວມມືກັນໃນຕໍ່ໜ້າຢ່າງມີຜົນສໍາເລັດສູງ.