ກອງປະຊຸມປຸກລະດົມຂະບວນການຂອງສາມອົງການຈັດຕັ້ງມະຫາຊົນ ກົມພັດທະນາຊົນນະບົດ ແລະ ສະຫະກອນ, ແລະ ກອງທຶນຫຼຸດຜ່ອນຄວາມທຸກຍາກ ເພື່ອສະເຫຼີມສະຫຼອງວັນອາຫານໂລກ, ວັນສາກົນ ແລະ ສັບປະດາລຶບລ້າງຄວາມທຸກຍາກແຫ່ງຊາດ ປະຈໍາປີ 2020 ແລະ ສ້າງຂະບວນຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ VI ຂອ

Posting Date: 
16 Oct 2020

 

ກອງປະຊຸມປຸກລະດົມຂະບວນການຂອງສາມອົງການຈັດຕັ້ງມະຫາຊົນ  ກົມພັດທະນາຊົນນະບົດ ແລະ ສະຫະກອນ, ແລະ ກອງທຶນຫຼຸດຜ່ອນຄວາມທຸກຍາກ ເພື່ອສະເຫຼີມສະຫຼອງວັນອາຫານໂລກ,

 

ວັນສາກົນ ແລະ ສັບປະດາລຶບລ້າງຄວາມທຸກຍາກແຫ່ງຊາດ ປະຈໍາປີ 2020 ແລະ ສ້າງຂະບວນຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງກະສິກໍາ ແລະ ປ່າໄມ້

 

 

 

ໃນວັນທີ 15 ຕຸລາ 2020 ຜ່ານມາ ສາມອົງການຈັດຕັ້ງມະຫາຊົນ  ກົມພັດທະນາຊົນນະບົດ ແລະ ສະຫະກອນ, ແລະ ກອງທຶນຫຼຸດຜ່ອນຄວາມທຸກຍາກ ໄດ້ຈັດກອງປະຊຸມປຸກລະດົມຂະບວນການຂອງສາມອົງການຈັດຕັ້ງມະຫາຊົນຈາກສອງພາກສ່ວນເພື່ອສະເຫຼີມສະຫຼອງວັນອາຫານໂລກ, ວັນສາກົນ ແລະ ສັບປະດາລຶບລ້າງຄວາມທຸກຍາກແຫ່ງຊາດ ປະຈໍາປີ 2020 ແລະ ສ້າງຂະບວນການເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງກະສິກໍາ ແລະ ປ່າໄມ້ ຂຶ້ນທີ່​ຫ້ອງ​ປະຊຸມ ກົມພັດທະນາຊົນນະບົດ ແລະ ສະຫະກອນ ໂດຍການເປັນປະທານຮ່ວມຂອງທ່ານ ຄໍາອ້ວນ ຄໍາພູແກ້ວ, ວ່າການຫົວໜ້າກົມພັດທະນາຊົນນະບົດ ແລະ ສະຫະກອນ ແລະ ທ່ານ ຈິດ ທະວີໃສ, ຜູ້ອໍານວຍການ ກອງທຶນຫຼຸດຜ່ອນຄວາມທຸກຍາກ ແລະ ການເຂົ້າຮ່ວມຂອງຄະນະໜ່ວຍພັກຮາກຖານ,​ ຄະນະກົມພັດທະນາຊົນນະບົດ ແລະ ສະຫະກອນ; ຄະນະໜ່ວຍພັກຮາກຖານ, ຄະນະອໍານວຍການ ກອງທຶນຫຼຸດຜ່ອນຄວມທຸກຍາກ; ສະມາຊິກພັກ ຈາກໜ່ວຍພັກຮາກຖານ,​ ກົມພັດທະນາຊົນນະບົດ ແລະ ສະຫະກອນ, ສະມາຊິກພັກໜ່ວຍພັກຮາກຖານ ກອງທຶນຫຼຸດຜ່ອນຄວມທຸກຍາກ ແລະ ສະມາຊິກໃນສາມອົງການຈັດຕັ້ງ ຈາກສອງພາກສ່ວນ. ພ້ອມດ້ວຍຄະນະສະຫະພັນກໍາມະບານ,​ ຄະນະສະຫະພັນແມ່ຍິງລາວ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ພະນັກງານຈາກສອງພາກສ່ວນ ເຂົ້າຮ່ວມທັງໝົດ 47 ທ່ານ, ຍິງ 19 ທ່ານ.

 

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນ:

 

-      ເພື່ອຜັນຂະຫຍາຍມະຕິ ຂອງກອງປະຊຸມສະມາຊິກພັກເພື່ອສະຫຼຸບວຽກງານຮອບດ້ານ ປະຈໍາປີ 2018-2020 ແລະ ກໍານົດທິດທາງແຜນການ ປີ 2021-2025​ ຂອງທັງສອງໜ່ວຍພັກຮາກຖານ;

 

-      ເພື່ອກະກຽມສ້າງຂະບວນການສະເຫຼີມສະຫຼອງວັນອາຫານໂລກ,​ ວັນສາກົນ ແລະ ສັບປະດາລຶບລ້າງຄວາມທຸກຍາກແຫ່ງຊາດ ປະຈໍາປີ 2020;

 

-      ສ້າງຂະບວນການແຂ່ງຂັນ ສ້າງຜົນງານຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງກະສິກໍາ ແລະ ປ່າໄມ້ ທີ່ຈະຈັດຂຶ້ນໃນຕໍ່ໜ້າ;

 

-      ທັງເປັນປຶກສາຫາລື ລະດົມແນວຄວາມຄິດ ເພື່ອສ້າງກິດຈະກໍາ ຊອກຫາຊ່ອງທາງລະດົມການບໍລິຈາກວັດຖຸ ສິ່ງຂອງ ເພື່ອໄປມອບໃຫ້ປະຊາຊົນ ແລະ ນັກຮຽນທີ່ທຸກຍາກ ເຂດຊົນນະບົດຫ່າງໄກສອກຫຼີກ.

 

 ທ່ານ ຄໍາອ້ວນ ຄໍາພູແກ້ວ, ວ່າການຫົວໜ້າກົມພັດທະນາຊົນນະບົດ ແລະ ສະຫະກອນ ໄດ້ໃຫ້ກຽດກ່າວເປີດກອງປະຊຸມ ແລະ ກ່າວຈຸດປະສົງຂອງກອງປະຊຸມ.

 

ຈາກນັ້ນ ທ່ານ ຈິດ ທະວີໃສ, ຜູ້ອໍານວຍການ ກອງທຶນຫຼຸດຜ່ອນຄວາມທຸກຍາກ ໄດ້ກ່າວເນັ້ນໜັກ ແລະ ເວົ້າເຖິງຄວາມໝາຍຄວາມສໍາຄັນຂອງວັນອາຫານໂລກ,​ ວັນສາກົນ ແລະ ສັບປະດາລຶບລ້າງຄວາມທຸກຍາກແຫ່ງຊາດວ່າ: ສໍາລັບ ສປປ ລາວ ໄດ້ຮອງຮັບເອົາວັນສັບປະດາລຶບລ້າງຄວາມທຸກຍາກແຫ່ງຊາດ ເພື່ອລືບລ້າງຄວາມທຸກຍາກ ໃນປີ 2003, ຄໍາວ່າ ຄວາມທຸກຍາກ ສະຫະປະຊາຊາດໄດ້ກໍານົດມີສອງແບບເຊັ່ນ: ແບບທີໜຶ່ງແມ່ນເດັດຖານໝາຍຄວາມວ່າເປັນການຂາດເຂີນປັດໃຈໂຕຈິງຕ່າງໆໃນການດໍາລົງຊີວິດຂອງພວກເຮົາ ແລະ ແບບທີສອງແມ່ນທຽບຖານໝາຍເຖິງສະພາບທີ່ຄົນເຮົາທີ່ບໍ່ມີຄືສັງຄົມມີ ຫຼື ເວົ້າອີກຢ່າງໜຶ່ງແມ່ນການມີວັດຖຸສິ່ງຂອງທີ່ບໍ່ສາມາດທຽບເທົ່າກັບຄົນອື່ນ, ການສະເຫຼີມສະຫຼອງວັນດັ່ງກ່າວໃຫ້ເຂົ້າໃຈ ແລະ ຮັບຮູ້ວ່າ ຄວາມທຸກຍາກແມ່ນປະກົດການທາງດ້ານສັງຄົມທີ່ມະນຸດສ້າງຂຶ້ນ ລວມທັງສາເຫດໄພພິບັດຕ່າງໆແມ່ນເກີດມາຈາກມະນຸດທັງໝົດ ດັ່ງນັ້ນ; ພວກເຮົາຄວນຈະມີນະໂຍບາຍທິດທາງໃນການແກ້ໄຂໄດ້ແນວໃດ ເພື່ອແກ້ໄຂບັນຫາດັ່ງກ່າວ.

 

ທ່ານ ຈິດ ທະວີໃສ ກ່າວເນັ້ນຕື່ມວ່າ ການແກ້ໄຂຄວາມທຸກຍາກແມ່ນຕິດພັນກັບການແກ້ໄຂຄວາມແຕກໂຕນທາງດ້ານສັງຄົມ, ສະນັ້ນ; ໃນເວລາວາງແຜນເສດຖະກິດຕ່າງໆ ຕ້ອງຄໍານຶງເຖິງວ່າ ການຂະຫຍາຍຕົວທາງດ້ານເສດຖະກິດຈຶ່ງຕ້ອງສົມຄູ່ກັບການຂະຫຍາຍຕົວທາງດ້ານສັງຄົມ.

 

          ການປຸກລະດົມສ້າງຂະບວນການ ກໍເພື່ອເປັນການລະດົມການບໍລິຈາກວັດຖຸສິ່ງຂອງ, ເຄື່ອງນຸ່ງຫົ່ມ ແລະ ອຸປະກອນການຮຽນໃຫ້ແກ່ປະຊາຊົນທີ່ທຸກຍາກ ແລະ ນ້ອງນ້ອຍນັກຮຽນ ທີ່ຢູ່ເຂດຫ່າງໄກສອກຫຼີກ. ໂດຍສະເພາະ ເຄື່ອງກັນໜາວ, ຜ້າຫົ່ມ ເພື່ອແກ້ໄຂໄພໜາວທີ່ຈະມາເຖິງນີ້.