ກອງປະຊຸມຜ່ານບົດຄົ້ນຄວ້າ ການພັດທະນາສະຫະກອນໃນຊົນນະບົດ ແລະ ນະໂຍບາຍສະໜັບສະໜູນ ໃນ ສປປ ລາວ

Posting Date: 
04 May 2020

ກອງປະຊຸມຜ່ານບົດຄົ້ນຄວ້າ ການພັດທະນາສະຫະກອນໃນຊົນນະບົດ

ແລະ ນະໂຍບາຍສະໜັບສະໜູນ ໃນ ສປປ ລາວ

 

ໃນວັນທີ 3 ພຶດສະພາ 2020 ຜ່ານມາ , ກົມພັດທະນາຊົນນະບົດ ແລະ ສະຫະກອນ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມຜ່ານບົດຄົ້ນຄວ້າ ການພັດທະນາສະຫະກອນໃນຊົນນະບົດ ແລະ ນະໂຍບາຍສະໜັບສະໜູນ ໃນ ສປປ ລາວ ພາຍໃຕ້ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໂດຍການເປັນປະທານຮ່ວມຂອງ ທ່ານ ຈິດ ທະວີໃສ, ຜູ້ອໍານວຍການ ກອງທຶນຫຼຸດຜ່ອນຄວາມທຸກຍາກ ແລະ ທ່ານ ຄໍາອ້ວນ ຄໍາພູແກ້ວ, ຮອງຫົວໜ້າກົມພັດທະນາຊົນນະບົດ ແລະ ສະຫະກອນ ແລະ ການເຂົ້າຮ່ວມຂອງບັນດາຄະນະກໍາມະການຄັດເລືອກນັກຄົ້ນຄວ້າ, ບັນດານັກຄົ້ນຄວ້າທີ່ມາຈາກ ກົມຄົ້ນຄວ້ານະໂຍບາຍ ແລະ ນິຕິກໍາ, ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ຊົນນະບົດ, ກອງທຶນຫຼຸດຜ່ອນຄວາມທຸກຍາກ ແລະ ກົມພັດທະນາຊົນນະບົດ ແລະ ສະຫະກອນ, ກະຊວງກະສິກໍາ ແລະ ປ່າໄມ້, ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ, ມະຫາວິທະຍາໄລແຫ່ງຊາດ ເຂົ້າຮ່ວມທັງໝົດ 29 ທ່ານ, ຍິງ 10 ທ່ານ.

ໃນນັ້ນ ໄດ້ມີນັກຄົ້ນຄວ້າທັງໝົດ 7 ທີມ ສົ່ງບົດຄົ້ນຄວ້າເຂົ້າສະໝັກ ແຕ່ໃນເວລາຜ່ານຮ່າງບົດຄົ້ນຄວ້າໃນຄັ້ງນີ້ມີພຽງແຕ່ 6 ທີມເຂົ້າຮ່ວມ ແລະ ສ່ວນ 1 ທີມຈາກຄະນະກະເສດນາບົງບໍ່ສາມາດເຂົ້າຮ່ວມໄດ້.

ຈຸດປະສົງຂອງກອງປະຊຸມແມ່ນເພື່ອຄັດເລືອກເອົາທີມນັກຄົ້ນຄວ້າທີ່ມີຄຸນວຸດທິ, ເນື້ອໃນບົດທີ່ເໝາະສົມ ເພື່ອທີ່ຈະເລີ່ມລົງມືໃນການຄົ້ນຄວ້າຢູ່ ພາກເໜືອ, ພາກກາງ ແລະ ພາກໃຕ້ ໃນເດືອນພືດສະພາ 2020.

ທ່ານ ຈິດ ທະວີໃສ, ຜູ້ອໍານວຍການ ກອງທຶນຫຼຸດຜ່ອນຄວາມທຸກຍາກ ກ່າວວ່າ: ເຫດຜົນທີ່ໃຫ້ມີການຮ່າງເປັນບົດລາຍງານສະບັບນີ້ ກໍ່ຍ້ອນວ່ານິຕິກໍາຂອງພວກເຮົາມີເກືອບຄົບ ໂດຍສະເພາະກອງປະຊຸມໃຫຍ່ຂອງພັກແຕ່ລະຄັ້ງ ການສ້າງເສດຖະກິດຮ່ວມມືຂອງປະຊາຊົນຢູ່ສະຫະກອນ ກ່ອນໜ້ານີ້ສະໄໝປີ 1982 ກອງປະຊຸມໃຫຍ່ຄັ້ງທີ 3 ຄັ້ງທີ 4 ຍິ່ງໄດ້ເວົ້າຫຼາຍ. ພິເສດມາມໍ່ໆນີ້ ແມ່ນຄໍາສັ່ງເລກທີ 097/ກມສພ ຂອງກົມການເມືອງສູນກາງພັກ ຢູ່ໃນຂໍ້ 3 ກໍໄດ້ລະບຸແຈ້ງໃນໜ້າວຽກສົ່ງເສີມວຽກສະຫະກອນ ພິເສດໄດ້ເປັນຮູບປະທໍາແລ້ວ ໄດ້ມີດໍາລັດ 136 ທີ່ບັນດາທ່ານ ໄດ້ກ່າວມາແລ້ວ ທາງດ້ານນິຕິກໍາ ຄວາມເປັນຈິງກໍເຫັນວ່າ ໃນເງື່ອນໄຂໂລກາພິວັດເຊື່ອມໂຍງສາກົນທຸກມື້ນີ້ ພວກເຮົາກໍມີຄວາມຕ້ອງການຢາກອອກຈາກສະພາບການຜະລິດແບບກຸ້ມຕົນເອງ ໄປສູ່ການຜະລິດເປັນສິນຄ້າ ອັນນີ້ມັນໄດ້ຮຽກໃຫ້ພວກເຮົາມີການຈັດຕັ້ງກໍາລັງການຜະລິດໃຫ້ດີ, ເຂັ້ມແຂງ ພິເສດຖ້າຫາກວ່າພວກເຮົາສາມາດຈັດຕັ້ງວຽກດັ່ງກ່າວໄດ້ດີ ມັນກໍຈະເປັນເງື່ອນໄຂການສ້າງໃຫ້ຊົນນະບົດມີການປະກອບສ່ວນສໍາຄັນໃນການສ້າງທ່າແຮງ ກໍຄືຄວາມອາດສາມາດແຂ່ງຂັນໃນປະເທດເຮົາຕໍ່ການເຊື່ອມໂຍງຕ່າງໆ.

ທ່ານ ຈິດ ທະວີໃສ ກ່າວຕື່ມວ່າ: ສະຫຼຸບລວມແລ້ວ ກໍຄືບັນດາທ່ານໄດ້ສະເໜີມາ ເລື່ອງສະຫະກອບຢູ່ ສປປ ລາວ ນີ້ມັນຍັງອ່ອນນ້ອຍຫຼາຍທາງດ້ານປະລິມານ ແລະ ຄຸນນະພາບ ອັນນີ້ມັນກໍແມ່ນຂໍ້ຂັດແຍ່ງໃຫຍ່ອັນໜຶ່ງທາງດ້ານນະໂຍບາຍ ເພາະພວກເຮົາເຄີຍມີມູນເຊື້ອທາງດ້ານສັງຄົມນິຍົມມາກ່ອນ ສືບຕໍ່ມາຮອດດຽວນີ້ ຂະນະດຽວກັນນີ້ ເສດຖະກິດການຕະຫຼາດຂອງພວກເຮົາແມ່ນເນັ້ນໃສ່ໄປຕາມທິດສັງຄົມນິຍົມຂອງລັດ. ຜ່ານມານີ້ສ່ວນຫຼາຍຄັນເວົ້າເລື່ອງສະຫະກອນທີ່ມັນເຕີບໃຫຍ່ແລ້ວ ແມ່ນການຊ່ວຍເຫຼືອຂອງຕ່າງປະເທດ, ມີໂຄງການຊ່ວຍເຫຼືອຈຶ່ງເປັນໂຕເປັນຕົນຂຶ້ນ, ລໍາພັງເພິ່ງຕົນເອງແມ່ນມີໜ້ອຍ ພິເສດທີ່ສຸດກໍແມ່ນນະໂຍບາຍຕ່າງໆ ເບີ່ງທ່າອ່ຽງຂອງການພັດທະນາ ໂດຍສະເພາະແມ່ນການພັດທະນາຊົນນະບົດຢູ່ປະເທດເຮົານີ້ ໄດ້ເນັ້ນໃສ່ຟາມຂະໜາດໃຫຍ່ຂອງເອກະຊົນແທນທີ່ຈະເນັ້ນໃສ່ເສດຖະກິດຂອງປະຊາຊົນ ອັນນີ້ກໍມີທ່າອ່ຽງຫຼາຍຂຶ້ນ ເກີດຂໍ້ຂັດແຍ່ງໃນການຍືດດີນ ເກີດຂໍ້ຂັດແຍ່ງທາງດ້ານການໃຊ້ແຮງງານ ແລະ ອື່ນໆອີກ ບໍ່ແມ່ນການສ້າງປະຖົມປັດໃຈ ກ້າວເປັນສັງຄົມນິຍົມ ແຕ່ຮາກຖານຄືພວກເຮົາຕັ້ງຄວາມຫວັງໄວ້ ດັ່ງນັ້ນ, ບັນຫາໃຫຍ່ຂອງພວກເຮົາແມ່ນຕ້ອງເຮັດຢູ່ 3 ໜ້າທີ່ ບົດລາຍງານນີ້ ເປົ້າໝາຍ ອັນທີ 1 ແມ່ນ ສຶກສາເບີ່ງຄືນນະໂຍບາຍຕ່າງໆທີ່ມີໃນປະຈຸບັນນີ້, ກົດໝາຍຕ່າງໆ ແລະ ນິຕິກໍາທີ່ກ່ຽວກັບສະຫະກອນ, ອັນທີ 2 ແມ່ນວິເຄາະໃຫ້ມັນລະອຽດ ໂດຍສະເພາະ ແມ່ນບັນດາ 3 ບົດ 4 ບົດ ທີ່ບັນດາທ່ານເຮັດມາ ສົມທົບກັບບົດຮຽນຂອງບັນດາປະເທດອ້ອມຂ້າງ ໃຫ້ເຫັນວ່າອັນໃດທີ່ໃຊ້ໄດ້ ໂດຍສະເພາະ ໃນແງ່ສະເໜີນະໂຍບາຍໃນປະເທດເຮົານີ້, ອັນທີ 3 ໃຫ້ຄໍາແນະນໍາວ່າເຮົາຈະເຮັດແນວໃດ ເພື່ອສົ່ງເສີມສະຫະກອນຢູ່ຊົນນະບົດໄດ້.