ກອງປະຊຸມເຝິກອົບຮົມ ກ່ຽວກັບການຈັດຕັ້ງປະຕິບັດໂຄງການ ທລຍ ປີ 2020 ຂອງ 6 ແຂວງ (ຫຼວງນໍ້າທາ, ຫຼວງພະບາງ, ສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ອັດຕະປື)

Posting Date: 
04 Mar 2020

ກອງປະຊຸມເຝິກອົບຮົມ ກ່ຽວກັບການຈັດຕັ້ງປະຕິບັດໂຄງການ ທລຍ ປີ 2020 ຂອງ 6ແຂວງ (ຫຼວງນໍ້າທາ, ຫຼວງພະບາງ, ສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ອັດຕະປື)

 

ທ່າມກາງທີ່ທົ່ວພັກ-ລັດ ກໍາລັງສຸມໃສ່ກະກຽມຮ່າງມະຕິກອງປະຊຸມໃຫຍ່ຂອງພັກຄັ້ງທີ11, ຮ່າງແຜນພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ 9 ແລະ ແຜນພັດທະນາຊົນນະບົດ ແລະ ລຶບ ລ້າງຄວາມທຸກຍາກແຫ່ງຊາດ 2021-2025.

ໃນລະຫວ່າງວັນທີ 3-6 ມີນາ 2020, ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມເຝິກອົບຮົມ ກ່ຽວກັບການຈັດຕັ້ງປະຕິບັດໂຄງການ ທລຍ ປີ 2020 ຂອງ 6 ແຂວງ (ຫຼວງນໍ້າທາ, ຫຼວງພະບາງ, ສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ອັດຕະປື) ຂຶ້ນ ໂດຍໃຫ້ກຽດການເປັນປະທານຂອງ ທ່ານຈິດ ທະວີໃສ, ຜູ້ອໍານວຍການ ທລຍ, ແລະ ການເຂົ້າຮ່ວມຂອງບັນດາຄະນະພະແນກກະສິກໍາ ແລະ ປ່າໄມ້, ພະນັກງານ ທລຍ ຂັ້ນສູນກາງ, ແຂວງ, ເມືອງ ຈໍານວນທັງໝົດ 145 ຄົນ, ຍິງ 40 ຄົນ .

ກອງປະຊຸມໃນຄັ້ງນີ້ແມ່ນມີຄວາມໝາຍຄວາມສໍາຄັນຫຼາຍ ເພາະເປັນການຮັບປະກັນໃຫ້ມີຄວາມເປັນເອກະພາບ ທາງດ້ານແນວຄວາມຄິດຄວາມຮັບຮູ້ ແລະ ໃຫ້ມີການຈັດຕັ້ງປະຕິບັດເປັນລວງດຽວກັນ ໃນນີ້ ໄດ້ມີການເຜີຍແຜ່ແນະນໍາຄໍາສັ່ງເລກທີ 097/ກມສພ ແລະ ດໍາລັດເລກທີ 348/ລບ ແລະ ເຝິກອົບຮົມກ່ຽວກັບທິດທາງ, ວິທີການ ແລະ ມາດຕະການໃນການຈັດຕັ້ງປະຕິບັດບັນດາໂຄງການ ທລຍ ຕ່າງໆໃນປີ 2020 ໃຫ້ພະນັກງານຫຼັກແຫຼ່ງ, ວິຊາການຂອງພະແນກກະສິກໍາ ແລະ ປ່າໄມ້ ບັນດາແຂວງ, ບັນດາໂຄງການຕ່າງໆທີ່ມີຮູບແບບໃນການຈັດຕັ້ງປະຕິບັດຄ້າຍຄືໂຄງການ ທລຍ.

ທີ່ກອງປະຊຸມໄດ້ມີການແບ່ງກຸ່ມຄົ້ນຄວ້າຂອງບັນດາຂະແໜງ ແລະ ໜ່ວຍງານຕ່າງໆຂອງ ທລຍ ເພື່ອແນະນໍາວິທີການ ແລະ ທິດທາງໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ໂດຍສະເພາະ ແມ່ນໂຄງການທີ່ຊຸມຊົນເຮັດເອງ, ກຸ່ມບົວລະບັດຮັກສາທາງ, ການຄຸ້ມຄອງຄວາມສ່ຽງໄພພິບັດ, ການປ້ອງກັນຜົນກະທົບທາງດ້ານສັງຄົມ, ບົດບາດຍິງ-ຊາຍ, ການສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ, ການປັບປຸງຊີວິດການເປັນຢູ່ ແລະ ໂພຊະນາການ. ຊຶ່ງວຽກງານຕ່າງໆດັ່ງກ່າວນັ້ນ ເປັນວຽກງານທີ່ສໍາຄັນ ທີ່ ທລຍ ໄດ້ເນັ້ນໃສ່ໃນການຈັດຕັ້ງປະຕິບັດໂຄງການໃນປີ 2020 ນີ້.