ກອງປະຊຸມ ປະເມີນຜົນ ການຈັດຕັ້ງປະຕິບັດວຽກງານ ທລຍ ປະຈໍາປີ 2018

Posting Date: 
19 Dec 2018

ກອງ​ປະຊຸມ ປະເມີນຜົນ ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ ທລຍ  ປະຈໍາປີ 2018

​ໂດຍ: ນາງ ວົງຕາວັນ ສຸວັນທອງ

ໃນວັນທີ 27 ພະຈິກ 2018 ທີ່ຜ່ານມານີ້ ເມືອງຄູນ ໄດ້ຈັດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດ ປະຈໍາປີ 2018 ພາຍໃຕ້ການເປັນປະທານຮ່ວມໂດຍ ທ່ານ ຄໍາຫຼ້າ ສີດວງໄຊ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງ-ເມືອງຄູນ, ທ່ານ ຄໍາພອນ ສີສົມບູນ ຫົວໜ້າ ທລຍ ແຂວງຊຽງຂວາງ ພ້ອມທິມງານ ແລະ ການເຂົ້າຮ່ວມຂອງ ຂະແໜງການທີ່ກ່ຽວຂ້ອງ ຕະຫຼອດຮອດຄະນະພັກ ຜູ້ປະສານງານຂັ້ນກຸ່ມບ້ານເຂົ້າຮ່ວມ ທັງ​ໝົດ 54ຄົນ, ຍິງ17​ຄົນ, ຊົນ​ເຜົ່າ 11 ຄົນ, ຍິງ 3 ຄົນ.

ຈຸດປະສົງຂອງກອງປະຊຸມແມ່ນເພື່ອເປັນການທົບທວນການຈັດຕັ້ງປະຕິບັດວຽກງານ ທລຍ ໃນໜຶ່ງປີຜ່ານມາ ວ່າໄດ້ເຮັດຫຍັງແດ່ ແລະ ມີສິ່ງໃດທີ່ຈະເປັນບົດຮຽນຖອດຖອນ ແລກປ່ຽນ ແລະ ປັບປຸງວຽກງານໃນຕໍ່ໜ້າ ເຮັດໃຫ້ວຽກງານມີປະສິດທິພາບ ແລະ ປະສິດທິຜົນກວ່າເກົ່າ.

ທີ່ກອງປະຊຸມ ທ່ານ ຈັນທອນ ຫົວໜ້າ ທລຍ ເມືອງຄູນໄດ້ຜ່ານບົດລາຍງານຜົນການຈັດຕັ້ງປະຕິບັດໜ້າທີ່ວຽກງານກອງທຶນຫຼຸດຜ່ອນຄວາມ ທຸກຍາກ ປະຈໍາປີ 2018  ເຊິ່ງມີຂອບເຂດການຈັດຕັ້ງປະຕິບັດວຽກງານຢູ່ 5 ກຸ່ມບ້ານເປົ້າໝາຍ ໂດຍສະເພາະ ປີ 2018 ທລຍ ເມືອງຄູນໄດ້ຈັດຕັ້ງ ປະຕິບັດໂຄງການຍ່ອຍທັງໝົດຈໍານວນ 7 ໂຄງການຄື: ກໍ່ສ້າງໂຮງຮຽນອະນຸບານຊໍາຍຸງ ກຸ່ມນໍ້າອຸ່ນ, ກໍ່ສ້າງໂຮງຮຽນອະນຸບານແກ່ວກວ້າງ ກຸ່ມສັນຫຼວງ, ກໍ່ສ້າງໂຮງຮຽນອະນຸບານບ້ານປຽງກຸ່ມແກ່ວແສດ, ສ້ອມແປງຝາຍ ນໍ້າລົ້ນ ຢູ່ບ້ານພັກຮິ້ງ ກຸ່ມແກ່ວແສດ, ກໍ່ສ້າງໂຮງຮຽນອະນຸບານຫ້ວຍລຸນ ກຸ່ມລ້ອງຊັນ, ສ້ອມແປງລະບົບນໍ້າລິນບ້ານແທ່ນພູນ ກຸ່ມລ້ອງຊັນ ແລະ ປັງປຸງເສັ້ນທາງຊົນນະບົດບາງຈຸດໃນບ້ານປ່າຄານ້ອຍ ກຸ່ມນໍ້າພານ. ນອກນີ້ ຍັງໄດ້ຈັດ ກອງປະຊຸມ ແລະ ຝຶກອົບຮົມສ້າງຄວາມເຂັ້ມແຂງຕ່າງໆໃຫ້ທີມງານຈັດຕັ້ງປຕິບັດຂັ້ນບ້ານ ເພື່ອຮັບປະກັນກັນຄຸນນະພາບໃນການຈັດຕັ້ງປະຕິບັດໂຄງການຍ່ອຍໃຫ້ມີຄຸນນະພາບ ແລະ ຄວາມໂປ່ງໃສ.

 ກອງປະຊຸມຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນເຊິ່ງກັນ ແລະ ກັນ ພ້ອມຫາວິທີແກ້ໄຂຈຸດຄົງຄ້າງ ເພື່ອເຮັດໃຫ້ວຽກງານ ທລຍ ໄດ້ມີການປັບປຸງ ແລະ ສອດຄ່ອງກັບສະພາບຕົວຈິງຂອງຊຸມຊົນ ເຮັດໃຫ້ເຂົາເຈົ້າມີຄວາມເປັນເຈົ້າການໃນການຈັດຕັ້ງປະຕິບັດໂຄງການຍ່ອຍຫລາຍຂຶ້ນກວ່າເກົ່າ ຕະຫລອດຮອດ ການຄຸ້ມຄອງນໍາໃຊ້ ແລະ ບູລະນະສ້ອມແປງໂຄງການເມື່ອມີການເປ່ເພ.

ທ່ານ ຄໍາຫຼ້າ ສີດວງໄຊ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງ-ເມືອງຄູນ ໄດ້ໃຫ້ກຽດປະກອບຄໍາຄິດຄໍາເຫັນແກ່ກອງປະຊຸມ ຍ້ອງຍໍຊົມເຊີຍ ຜົນງານການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງໂຄງການ ທລຍ ທີ່ເຂົ້າເຖິງ ແລະ ຊ່ວຍເຫຼືອໃນຫຼາຍໆດ້ານແກ່ບ້ານທີ່ທຸກຍາກໃນເມືອງຄູນ ໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ເຊື່ອໝັ້ນວ່າ ໃນຕໍ່ໜ້າ ທາງໂຄງການຈະຍາດແຍ່ງຊອກຫາແຫຼ່ງທຶນມາຊ່ວຍທາງເມືອງຄູນຕື່ມອີກ ແລະ ຮຽກຮ້ອງໃຫ້ທຸກພາກສ່ວນ ເປັນເຈົ້າການກວດກາວຽກຊ່ວຍກັນ ເພື່ອເຮັດໃຫ້ວຽກງານດັ່ງກ່າວມີຄວາມກ້າວໜ້າ, ມີຄຸນນະພາບດີຂຶ້ນກວ່າເກົ່າ.