ກອງປະຊຸມ ປຶກສາຫາລື ການກະກຽມສະຫຼຸບຜົນງານ ແລະ ທິດທາງການສ້າງແຜນຍຸດທະສາດແຫ່ງຊາດ ດ້ານການຫຼຸດຜ່ອນຄວາມທຸກຍາກປີ 2021-2030 ຢູ່ 4 ແຂວງພາກໃຕ້

Posting Date: 
09 Feb 2021

 

  ກອງປະຊຸມ ປຶກສາຫາລື ການກະກຽມສະຫຼຸບຜົນງານ ແລະ ທິດທາງການສ້າງແຜນຍຸດທະສາດແຫ່ງຊາດ ດ້ານການຫຼຸດຜ່ອນຄວາມທຸກຍາກປີ 2021-2030 ຢູ່ 4 ແຂວງພາກໃຕ້

 

 

 

ໃນລະຫວ່າງວັນທີ 1 -4 ກຸມພາ 2021 ທ່ານ ຈິດ ທະວີໃສ, ຜູ້ອໍານວຍການ ທລຍ ພ້ອມດ້ວຍຄະນະ ແລະ ຜູ້ຕາງໜ້າຫ້ອງການ, ກົມແຜນການ ແລະ ການເງິນ, ກົມກວດກາ, ກົມພັດທະນາຊົນນະບົດ ແລະ ສະຫະກອນ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ລົງໄປ ຈັດກອງປະຊຸມ ປຶກສາຫາລື ການກະກຽມສະຫຼຸບຜົນງານ ແລະ ທິດທາງການສ້າງແຜນຍຸດທະສາດແຫ່ງຊາດ ດ້ານການຫຼຸດຜ່ອນຄວາມທຸກຍາກປີ 2021-2030 ຢູ່ແຂວງສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ອັດຕະປື ຮ່ວມກັບອົງ ການປົກຄອງທ້ອງຖິ່ນ ໂດຍໄດ້ປຶກສາຫາລື ກ່ຽວກັບ ການຄຸ້ມຄອງ ແລະ ປົກປັກຮັກສາໂຄງການທີ່ ທລຍ ໄດ້ໃຫ້ການສະໜັບສະໜູນໃນໄລຍະຜ່ານມາ ແລະ ການສືບຕໍ່ສ້າງແຜນຍຸດທະສາດແຫ່ງຊາດ ດ້ານການຫຼຸດຜ່ອນຄວາມທຸກຍາກ ເພື່ອລະດົມທຶນ ແຕ່ປີ 2021-2030.  ກອງປະຊຸມ ໄດ້ໃຫ້ກຽດ ເປັນປະທານໂດຍ ທ່ານ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ຂອງແຕ່ລະແຂວງ ໃນນັ້ນ ຍັງມີຄະນະພະແນກຂອງແຕ່ລະແຂວງເຂົ້າຮ່ວມຕຶ່ມອີກ.

 

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອປຶກສາຫາລື ກ່ຽວກັບຂັ້ນຕອນການກະກຽມສະຫຼຸບ ລາຍງານການຈັດຕັ້ງປະຕິບັດແຜນຍຸດທະສາດແຫ່ງຊາດ ເພື່ອການເຕີບໂຕ ແລະ ລຶບລ້າງຄວາມທຸກຍາກແຫ່ງຊາດ(NGPES) ໃນປີ 2000-2020, ຜົນງານ ການຈັດຕັ້ງປະຕິບັດໂຄງການ ທລຍ ໃນໄລຍະ 17 ປີ ຢູ່ 4 ແຂວງດັ່ງກ່າວ.

 

ໃນກອງປະຊຸມ ທ່ານ ຈິດ ທະວີໃສ ຜູ້ອຳນວຍການບໍລິຫານກອງທຶນຫຼຸດຜ່ອນຄວາມທຸກຍາກ ໄດ້ສະເໜີຈຸດປະສົງຂອງການຈັດຕັ້ງປະຕິບັດແຜນຍຸດທະສາດເພື່ອການເຕີບໂຕ ແລະ ລຶບລ້າງຄວາມທຸກຍາກແຫ່ງຊາດ(NGEPES) ແລະ ການສະຫຼຸບໄລຍະ 17 ປີ, ສະເໜີໃຫ້ອົງການປົກຄອງຂັ້ນທ້ອງຖິ່ນໃຫ້ການສືບຕໍ່ປົກປັກຮັກສາ ແລະ ຄຸ້ມຄອງໂຄງການ ທີ່ ທລຍ ໄດ້ໃຫ້ການຊ່ວຍເຫຼືອໃນແຕ່ລະແຂວງຜ່ານມາ, ລວມທັງປຶກສາຫາລື ຂໍທິດຊີ້ນໍາ ກ່ຽວກັບການສືບຕໍ່ສ້າງແຜນຍຸດທະສາດແຫ່ງຊາດ ເພືອນໍາໃຊ້ເຂົ້າໃນການລະດົມທຶນ ແຕ່ປີ 2021-2030 ຈາກການນໍາແຂວງ ທີ່ສັງກັດໃນຄະນະສະພາບໍລິຫານ ກໍຄືຜູ້ຊີ້ນໍາວຽກງານກອງທຶນລຸດຜ່ອນຄວາມທຸກຍາກຂັ້ນແຂວງຕຶ່ມ

 

ຈາກນັ້ນ ທ່ານຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ຂອງແຕ່ລະແຂວງ ກໍໄດ້ລາຍງານໂດຍຫຍໍ້ ກ່ຽວກັບ ແຜນພັດທະນາເສດ ຖະກິດ-ສັງຄົມຂອງແຂວງ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ ແລະ ເຂົ້າໃຈສະພາບ ເສດຖະກິດສັງຄົມ ແລະ ແຜນພັດທະນາ ລຶບລ້າງຄວາມທຸກຍາກ ຕາມດຳລັດ 348/ລບ, ການຈັດລຽງລຳດັບຄວາມຕ້ອງການຂອງການພັດທະນາ ທີ່ເລັງໃສ່ການສົ່ງເສີມການປັບປຸງກຊີວິດການເປັນຢູ່ຂອງປະຊາຊົນບົນດາເຜົ່າ ໃນຂົງເຂດ ແລະ ການພັດທະນາບັນດາເມືອງທຸກຍາກ ພາຍໃນແຂວງຂອງຕົນ, ນອກຈາກນີ້ ທ່ານຫົວໜ້າພະແນກ ກະສິກຳ ແລະ ປ່າໄມ້ແຕ່ລະແຂວງ ຍັງໄດ້ໃຫ້ຄວາມກະຈ່າງແຈ້ງລົງເລິກການພັດທະນາບັນດາຈຸດສຸມບູລິມະສິດເລັ່ງໃສ່ແກ້ໄຂຄວາມທຸກຍາກຂອງລັດຖະບານໃນການເຂົ້າເຖິງໂຄງລ່າງພື້ນຖານຂອງປະຊາຊົນໃນຊົນນະບົດ,​ ແບບ ແຜນວິທີການທໍາມາຫາກິນ ແລະ ການສ້າງລາຍຮັບ ເພື່ອເຮັດໃຫ້ຊ່ອງຫວ່າງໄລຍະຄວາມແຕກໂຕນລະຫວ່າງຕົວເມືອງ ແລະ ຊົນ ນະບົດຍັບເຂົ້າຫາກັນ.

 

ພາຍຫຼັງໄດ້ຮັບຟັງການລາຍງານແລ້ວ ກອງປະຊຸມໄດ້ປືກສາຫາລືກັນຫຼາຍດ້ານ  ກ່ຽວກັບຂະບວນການ ຂັ້ນຕອນການລາຍງານຜົນໄດ້ຮັບໃນໄລຍະຜ່ານມາ ດ້ານວຽກງານກອງທຶນຫຼຸດຜ່ອນຄວາມທຸກຍາກ ຂອງແຕ່ລະແຂວງ, ຂະບວນການຄຸ້ມຄອງນຳໃຊ້ໂຄງການ, ການສືບຕໍ່ປົກປັກຮັກສາ ຈາກຫ້ອງການກ່ຽວຂ້ອງຕ່າງໆ ໂດຍເນັ້ນໝັກໃສ່ຄວາມຍືນຍົງຂອງໂຄງການ ແລະ ການນຳໃຊ້ໂຄງການຂອງຊຸມຊົນໄລຍະຍາວ. ພ້ອມດຽວກັນນີ້ ຍັງໄດ້ປືກສາຫາລືກັນ ເຖິງທິດທາງແຜນການ ໃນການລະດົມທຶນໃນຕໍ່ໜ້າ ເພື່ອສຶບຕໍ່ແກ້ໄຂຄວາມທຸກຍາກ ໂດຍອີງຕາມດຳລັດສະບັບເລກທີ 348/ລບ ແລະ ຜັນຂະຫຍາຍເຂົ້າໃນການປະຕິບັດແຜນຍຸດທະສາດພັດ ທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກແຫ່ງຊາດຢູ່ພາຍໃນແຂວງຂອງຕົນ. ສຸດທ້າຍຜູ້ເຂົ້າຮ່ວມກອງປະຊຸມກໍໄດ້ມີຂໍ້ສະຫຼຸບ ແລະ ຕົກລົງເປັນເອກະພາບດັ່ງນີ້:

 

-     ໃຫ້ມີການຍ້ອງຍໍສັນລະເສີນຜົນງານໄລຍະ 17 ປີໃຫ້ກັບບ້ານ, ຫ້ອງການ ແລະ ບຸກຄົນທີ່ດີເດັ່ນ, ຜູ້ໃຫ້ທຶນທີ່ປະກອບສ່ວນເຂົ້າໃນວຽກງານກອງທຶນຫຼຸດຜ່ອນຄວາມທຸກຍາກ.

 

-     ສ້າງແຜນລະດົມທຶນພັດທະນາເສດຖະກິດ-ສັງຄົມຂອງແຕ່ລະແຂວງ ໃນໄລຍະ ປີ 2020-2030 ຂຽນບົດສະເໜີໂຄງການເພື່ອສືບຕໍ່ນໍາສະເໜີຕໍ່ລັດຖະບານ ແລະ ອົງການຜູ້ໃຫ້ທຶນສາກົນ.

 

-     ລະດົມທຶນຈາກພາກສ່ວນເອກະຊົນພາຍໃນແຂວງ ເພື່ອສືບຕໍ່ຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ.

 

-        ລະດົມເຫື່ອແຮງ ແລະ ແນວຄວາມຄິດຂອງພະນັກງານ ເພື່ອສົ່ງເສີມຄວາມຮູ້, ຄວາມສາມາດໃຫ້ປະຊາຊົນບັນດາເຜົ່າມີລະດັບດີຂື້ນ, ມີການພັດທະນາແບບເຄິ່ງວິທະຍາສາດ ແລະ ທໍາມະຊາດແບບຖືກຕ້ອງ

 

-        ສ້າງຊຸມຊົນທີ່ມີທ່າແຮງດ້ານການພັດທະນາຈາກກຸ່ມການຜະລິດ ກາຍເປັນສະຫະກອນ ເພື່ອຍາດແຍ່ງການເຂົ້າເຖິ່ງແຫຼ່ງທຶນ ເຊັ່ນ:​ ທະນາຄານນະໂຍບາຍ,​ ທະນາຄານສົ່ງເສີມກະສິກໍາອຶ່ນໆ....

 

-        ກໍານົດເອົາແຂວງເຊກອງເປັນບ່ອນສະຫຼຸບຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດຍຸດທະສາດເພື່ອການເຕີບໂຕແຫ່ງຊາດໃນການລຶບລ້າງຄວາມທຸກຍາກ ແລະ ເປັນບ່ອນຖອດຖອນບົດຮຽນໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໂດຍເອົາການພັດທະນາເມືອງດາກຈຶງເປັນຕົວແບບໃນການຈັດຕັ້ງປະຕິບັດ.

 

 

 

ພາຍຫຼັງໄດ້ສໍາເລັດກອງປະຊຸມກະກຽມສະຫຼຸບຜົນງານ ທລຍ ຂອງແຕ່ລະແຂວງ ຄະນະຜູ້ແທນກອງປະຊຸມ ໄດ້ເຂົ້າພົບລາຍງານການນໍາໃນແຕ່ລະແຂວງເປັນຕົ້ນ ທ່ານ ຮອງເຈົ້າແຂວງ ແລະ ເຈົ້າແຂວງ, ຊຶ່ງເຫັນວ່າ ການນໍາແຕ່ລະແຂວງ ມີຄໍາເຫັນຊີ້ນໍາເປັນສຽງດຽວກັນຄື:

 

1. ບໍ່ເຫັນດີໃຫ້ຖອນໂຄງການ ທລຍ ອອກຈາກແຂວງຂອງຕົນໃນໄລຍະນີ້ເທື່ອ ແລະ ຍັງຂໍໃຫ້ລັດຖະບານ ຈັດຫາຫາແຫຼ່ງທຶນ
    ມາສະໜັບສະໜູນ ທລຍ ເພາະເປັນໂຄງການທີ່ສາມາດເຂົ້າເຖິງຊຸມຊົນຜູ້ທຸກຍາກ ແລະ ມີປະສິດທິຜົນໃນການແກ້ໄຂຄວາມ
    ທຸກຍາກໄດ້ດີພໍສົມຄວນ.

 

2. ການນໍາແຕ່ລະແຂວງ ຈະເຊີນພະແນກການທີ່ກ່ຽວຂ້ອງຂັ້ນແຂວງ ເພື່ອມາຮ່ວມມືກັນເຮັດບົດສະຫຼຸບລາຍງານຜົນຂອງການຈັດຕັ້ງປະຕິບັດວຽກງານ ທລຍ 17 ປີຜ່ານມາ, ຫຼັງຈາກນັ້ນ ກໍ່ຈະສືບຕໍ່ສ້າງແຜນຍຸດທະສາດ ເພື່ອສະເໜີຄວາມຕ້ອງການ ແລະ ງົບປະມານຂອງແຕ່ລະຂະແໜງການ ແຕ່ປີ 2021-2030.