ກອງປະຊຸມ ລະດົມຄວາມເຫັນ ກ່ຽວກັບ ນະໂຍບາຍການສົ່ງເສີມເສດຖະກິດຮ່ວມມືປະຊາຊົນ

Posting Date: 
01 Jan 2021

ກອງປະຊຸມ ລະດົມຄວາມເຫັນ ກ່ຽວກັບ ນະໂຍບາຍການສົ່ງເສີມເສດຖະກິດຮ່ວມມືປະຊາຊົນ

 

ເພື່ອຜັນຂະຫຍາຍ ຄຳສັ່ງສະບັບເລກທີ 097/ກມສພ ວ່າດ້ວຍການເພິ່ມທະວີນຳພາຊີ້ນຳຕໍ່ວຽກງານພັດທະນາຊົນນະບົດ ແລະ ເເກ້ໄຂຄວາມທຸກຍາກ ທີ່ວ່າ ໃຫ້ສຶບຕໍ່ຈັດຕັ້ງການຜະລິດ ແລະ ການບໍລິການໃຫ້ເເກ່ຊາວກະສິກອນ ໂດຍເລິ່ມຈາກ ການສ້າງເສດຖະກິດຮ່ວມມືຮູບເເບບຕ່າງໆ ຢູ່ຊົນນະບົດໃຫ້ເຄື່ອນໄຫວມີຄຸນນະພາບ ແລະ ມິປະສິດທິຜົນ ໂດຍຜ່ານຮູບເເບບຕື່ນຕົວຮ່ວມກັນເປັນກຸ່ມ, ກ້າວໄປເຖິງການສ້າງຕັ້ງສະຫະກອນເເບບໃໝ່ ໃນການຈັດຕັ້ງປະຕິບັດທິດຊີ້ນຳດັ່ງກ່າວ.

ໃນວັນທີ 31 ທັນວາ 2020, ກົມພັດທະນາຊົນນະບົດ ແລະ ສະຫະກອນ ແລະ ກອງທຶນຫຼຸດຜ່ອນຄວາມທຸກຍາກ ກະຊວງກະສິກຳ ແລະ ປ່າໄມ້ ໃນນາມຄະນະຈັດຕັ້ງປະຕິບັດໂຄງການໂຄງການຄົ້ນຄວ້າ ການພັດທະນາສະຫະກອນໃນຊົນນະບົດ ແລະ ນະໂຍບາຍສະໜັສະໜູນ ຂອບການຮ່ວມມືເເມ່ນໍ້າຂອງ-ເເມ່ນໍ້າລ້ານຊ້າງ ຈຶ່ງໄດ້ຈັດກອງປະຊຸມລະດົມຄວາມເຫັນ ກ່ຽວກັບ ນະໂຍບາຍການສົ່ງເສີມເສດຖະກິດປະຊາຊົນໂດຍການເປັນປະທານຮ່ວມຂອງທ່ານ ກອງເເກ້ວ ວົງປະເສີດ, ຜູ້ຊ່ວຍລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ຄຳອ້ວນ ຄຳພູເເກ້ວ, ຮັກສາການຫົວໜ້າກົມ ພັດທະນາຊົນນະບົດ ແລະ ສະຫະກອນ, ຫົວໜ້າຄະນະໂຄງການຄົ້ນຄວ້າການພັດທະນາສະຫະກອນ ແລະ ນະໂຍບາຍສະໜັບສະໜູນ, ທ່ານ ຈິດ ທະວີໃສ, ຜູ້ອຳນວຍການກອງທຶນຫຼຸດຜ່ອນຄວາມທຸກຍາກ ໂດຍການເຂົ້າຮ່ວມຂອງບັນດາ ນັກປາດ ອາຈານ, ຜູ້ຊົງຄຸນວຸດທິ, ບັນດາຫົວໜ້າກົມ, ຮອງຫົວກົມ ຈາກຫ້ອງວ່າການສໍານັກງານນາຍົກ, ກະຊວງການຕ່າງປະເທດ, ຄະນະກໍາມາທິການຮ່ວມມືລາວ-ຈີນ, ກະຊວງການເງິນ, ກະຊວງອຸດສາຫະກຳ ແລະ ການຄ້າ, ພະນັກງານຫຼັກເເຫຼງຈາກະຊວງກະສິກຳ ແລະ ປ່າໄມ້, ຜູ້ປະກອບການ, ຕາງໜ້າສະຫະກອນ ແລະ ກຸ່ມການຜະລິດ ຈໍານວນທັງໝົດ 91 ທ່ານ.

ໂດຍມີຈຸດປະສົງຄື 1.ເພື່ອລະດົມຄວາມເຫັນຮ່າງບົດລາຍງານ ການຄົ້ນຄວ້າພາກພື້ນໃນການຊຸກຍູ້, ສົ່ງເສີມການພັດທະນາສະຫະກອນກະສິກຳ ຢູ່ຊົນນະບົດໃນ ສປປ ລາວ;  2.ເພື່ອເຮັດໃຫ້ການອອກນິຕິກຳ ກໍຄືການຄົ້ນຄວ້າກ່ຽວກັບ ການສົ່ງເສີມເສດຖະກິດປະຊາຊົນ; 3.ເພື່ອປະກອບສ່ວນເຂົ້າໃນການຮ່າງບົດລາຍງານ ລັດຖະບານ ເພື່ອສະເໜີ ສະພາເເຫ່ງຊາດ ພິຈາລະນາຄົ້ນຄວ້ານະໂຍບາຍສົ່ງເສີມກຸ່ມ ແລະ ສະຫະກອນ.

 

       ທ່ານ ຄຳອ້ວນ ຄຳພູເເກ້ວ, ຮັກສາການຫົວໜ້າກົມ ພັດທະນາຊົນນະບົດ ແລະ ສະຫະກອນ, ຫົວໜ້າຄະນະໂຄງການຄົ້ນຄວ້າການພັດທະນາສະຫະກອນ ແລະ ນະໂຍບາຍສະໜັບສະໜູນ ໄດ້ກ່າວລາຍງານທີ່ປະຊຸມວ່າ:ໃນທ້າຍປີ 2019 ກົມພັດທະນາຊົນນະບົດ ແລະ ສະຫະກອນ ໄດ້ຮັບການສະໜັບສະໜູນທຶນ ພາຍໃຕ້ກອງທຶນພິເສດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ (LMC) ຊື່ວ່າໂຄງການ "ຄົ້ນຄ້ວາການພັດທະນາສະຫະກອນກະສິກຳ ຂອງລາວໃນເຂດຊົນນະບົດ ແລະ ນະໂຍບາຍສະໜັບສະໜູນ ໄລຍະເວລາການຈັດຕັ້ງປະຕິບັດໂຄງການຈົນເຖິງເດືອນພະຈິກ 2020 ຊຶ່ງປະກອບມີ 3 ອົງປະກອບມີ:1.ການຄົ້ນຄວ້າທາງດ້ານທິດສະດີ ນະໂຍບາຍ ແລະ ພຶດຕິກຳ; 2​.ການສາທິດສ້າງສະຫະກອນຕົວເເບບ; 3.ການຈັດສໍາມະນາ ແລະ ທັດສະນະສຶກສາເເລກປ່ຽນບົດຮຽນ ເພື່ອກັ່ນກອງເປັນຂໍ້ສະເໜີຕໍ່ຂັ້ນເທິງພິຈາລະນາ ເປັນນະໂຍບາຍພັດທະນາສະຫະກອນກະສິກໍາໃນຕໍ່ໜ້າ.

        ທິມງານຄົ້ນຄວ້າກໍໄດ້ເເບ່ງອອກເປັນ 3 ຄະນະ: ຄະນະນັກຄົ້ນຄວ້າ ສະຖາຍັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ສະຖາບັນຄົ້ນຄວ້າເສດຖະກິດເເຫ່ງຊາດ, ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລເເຫ່ງຊາດ ຊຶ່ງໄດ້ລົງເກັບກຳຂໍ້ມູນ ແລະ ສັງລວມເປັນຜົນການຄົ້ນຄວ້າເບື້ອງຕົ້ນ. ຄະນະຄົ້ນຄວ້ານະໂຍບາຍ ເເມ່ນໄດ້ສັງລວມຜົນການລົງເກັບກຳຂໍ້ມູນ ເພື່ອກະກຽມຮ່າງບົດລາຍງານໃຫ້ລັດຖະບານ ສະເໜີຕໍ່ສະພາເເຫ່ງຊາດພິຈາລະນາບັນດານະໂຍບາຍ ເພື່ອຊຸກຍູ້ສົ່ງເສີມສະຫະກອນກະສິກຳ. ສຳລັບ ການສ້າງສະຫະກອນຕົວເເບບເເມ່ນສາມາດປະກາດ ກຸ່ມການປູກຜັກອິນຊີບ້ານທົ່ງມັ່ງກາຍເປັນສະກອນປູກຜັກອິນຊີບ້ານທົ່ງມັ່ງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ແລະ ພວມດຳເນີນການສ້າງສະກອນປູກຜັກບ້ານທ່າຊ້າງ, ເມືອງປາກງື່ມ ແລະ ບ້ານທ່າດອກຄຳ, ເມືອງໄຊທານີ ໃຫ້ກາຍເປັນສະຫະກອນກະສິກຳ. ສຳລັບ ວຽກງານການສຳມະນາ ແລະ ທັດສະນະສຶກສາ ເເມ່ນພວມປະສານສົມທົບກັບ ບັນດາ ນັກຄົ້ນຄວ້າຈາກ ຕ່າງປະເທດ: ສປ ຈີນ, ສສ ຫວຽດນາມ, ກຳປູເຈຍ ແລະ ໄທ ເພື່ອຈັດກອງປະຊຸມທາງໄກ (Video Conference) ເເລກປ່ຽນບົດຮຽນໃນວຽກງານສະຫະກອນ ໃນຕົ້ນປີ 2021

ທ່ານ ຄຳອ້ວນ ຄຳພູເເກ້ວ ລາຍງານຕື່ມວ່າ: ກອງປະຊຸມຄັ້ງນີ້ ຖືເປັນເວທີ ໜຶ່ງທີ່ສຳຄັນ ເຊິ່ງນອກຈາກທີ່ພວກເຮົາ ຈະໄດ້ພ້ອມກັນປະກອບຄຳຄິດຄຳເຫັນ ແລະ ປຶກສາຫາລືກັນ ລະດົມຄວາມເຫັນ ກ່ຽວກັບນະໂຍບາຍການສົ່ງເສີມເສດຖະກິດຮ່ວມມືປະຊາຊົນ. ຜ່ານມານີ້ ນັກຄົ້ນທັງ 3 ຄະນະໄດ້ລົງເລິກໃນວຽກງານຄົ້ນຄວ້າ ກ່ຽວກັບສະຫະກອນ ໄດ້ດີພໍສົມຄວນ ສ່ວນພາກເສດຖະກິດຮ່ວມມືຂອງປະຊາຊົນໃນຮູບເເບບກຸ່ມຕ່າງທີ່ເປັນໜໍ່ເເໜ່ງໃຫ້ເເກ່ການສ້າງເປັນສະຫະກອນ ຍັງບໍ່ທັນໄດ້ຮັບການລົງເລິກໄດ້ດີເທົ່າທີ່ຄວນ ດັ່ງນັ້ນ ຈຶ່ງໄດ້ຈັດກອງປະຊຸມຄັ້ງນີ້ຂຶ້ນ ເພື່ອພ້ອມກັນ ປະກອບຄຳເຫັນ ກ່ຽວກັບນະໂຍບາຍການສົ່ງເສີມເສດຖະກິດຮ່ວມມືປະຊາຊົນ ທີ່ເນັ້ນໃສ່ບັນດາຮູບເເບບຂອງກຸ່ມຕ່າງໆ ຫຼາຍກວ່າທີ່ເວົ້າເລື່ອງສະຫະກອນທີ່ໄດ້ຮັບການສ້າງຕັ້ງ ແລະ ຂະຫຍາຍຕົວເເລ້ວ.

ຈາກນັ້ນ ທ່ານ ຈິດທະວີໃສ, ຜູ້ອໍານວຍການ ກອງທຶນຫຼຸດຜ່ອນຄວາມທຸກຍາກ ໄດ້ກ່າວວ່າ: ການປະກອບຄໍາຄິດຄໍາເຫັນຂອງຜູ້ເຂົ້າຮ່ວມໃສ່ຮ່າງນະໂຍບາຍການສົ່ງເສີມເສດຖະກິດຮ່ວມມືປະຊາຊົນ ເຫັນວ່າມີຫລາຍຢ່າງລະອຽດ ແລະ ມີຂໍ້ບົກຜ່ອງທ່ີ່ຕ້ອງໄດ້ຄົ້ນຄວ້າ ແລະ ດັດປັບແກ້ໄຂຕື່ມ ໂດຍສະເພາະ ການຄໍ້າປະກັນຜົນຜະລິດຈາກກຸ່ມ, ການຄົ້ນຄວ້າຮັບປະກັນການສຶກສາເຂົ້າໃນວຽກງານດັ່ງກ່າວນີ້ ນອກຈາກນັ້ນແລ້ວ ຈະຕ້ອງມີການແບ່ງຂອບເຂດສິດ ແລະ ໜ້າທີ່ໃຫ້ຈະແຈ້ງຕື່ມອີກທາງດ້ານນະໂຍບາຍ ກອງປະຊຸມໃນມື້ນີ້ ແມ່ນເປັນການຄົ້ນຄວ້າ, ຊຸກຍູ້ ບຸກທະລຸຂັ້ນຕອນຕ່າງໆ ພ້ອມດຽວກັນນັ້ນ ຂໍສະເໜີໃຫ້ມີກົດໝາຍກ່ຽວກັບການຜະລິດ ເພື່ອໃຫ້ມີຜົນສໍາເລັດສູງ ທຽບໃສ່ບັນດາປະເທດອື່ນໆ”.