ກອງປະຊຸມ ແນະນໍາໂຄງການທຶນເພີ່ມຕື່ມ ທລຍ 3 (2020-2024) ໃຫ້ອົງການປົກຄອງເມືອງໃໝ່ ແຂວງຜົ້ງສາລີ

Posting Date: 
04 Jun 2020

 

 

ກອງປະຊຸມ ແນະນໍາໂຄງການທຶນເພີ່ມຕື່ມ ທລຍ 3 (2020-2024) ໃຫ້​ອົງການປົກຄອງເມືອງໃໝ່ ແຂວງຜົ້ງສາລີ.

 

 

 

ໂດຍປະຕິບັດຕາມຄູ່ມືຈັດຕັ້ງປະຕິບັດໂຄງການທຶນເພີ່ມຕື່ມ ທລຍ 3, ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ ທລຍ ໃນຮອບວຽນທີ 16 ປີ 2019 ແນະນໍາໂຄງການທຶນເພີ່ມຕື່ມ ທລຍ 3 ໃຫ້ອົງການປົກຄອງຢູ່ເມືອງໃໝ່ ແຂວງຜົ້ງສາລີໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 03 ມິຖຸນາ 2020   ໂດຍການເປັນປະທານຮ່ວມຂອງ ທ່ານ ຄໍາເລີດ ອິນແກ້ວ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງ, ຜູ້ຊີ້ນໍາວຽກງານ ທລຍ ເມືອງໃໝ່, ທ່ານ ໄນເພັດ ບຸບຜາ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ ຜູ້ປະສານງານ ທລຍ ແຂວງ ແລະ ທ່ານ ສີສະຫວັດ ເກີດກອງ ຮອງຜູ້ອໍານວຍການ ທລຍ ແລະ ການເຂົ້າຮ່ວມຂອງພະນັກງານຫຼັກແຫຼ່ງຂອງຫ້ອງການທີ່ກ່ຽວຂ້ອງພາຍໃນເມືອງ, ອົງການພັດທະນາຕ່າງໆ,​ ເລຂາພັກກຸ່ມບ້ານ ແລະ ເລຂາພັກບ້ານ ຈາກ 8 ກຸ່ມບ້ານ ແລະ ພະນັກງານ ທລຍ ສູນກາງ, ແຂວງ, ເມືອງ ແລະ ພະນັກງານ ທລຍ ຂັ້ນບ້ານເຂົ້າຮ່ວມທັງໝົດ 72, ຍິງ 17 ທ່ານ.

 

ຈຸດປະສົງຂອງກອງປະຊຸມແມ່ນເພື່ອສະຫຼຸບການຈັດຕັ້ງປະຕິບັດໂຄງການຍ່ອຍ ໃນຮອບວຽນທີ 16 ປີ 2019 ທີ່ຕິດພັນກັບ ຂະແໜງການທີ່ກຽວຂ້ອງ ຄື: ຂະແໜງສຶກສາທິການ ແລະ ກິລາ ກວມ 5 ໂຄງການ ໃຊ້ງົບປະມານທັງໝົດ 1.068.874.886 ກີບ, ຂະແໜງສາທາລະນາສຸກ ກວມ 4​ ໂຄງການ ໃຊ້ງົບປະມານທັງໝົດ 572.805.098 ກີບ, ຂະແໜງໂຍທາທິຫານມີ 1 ໂຄງການ ໃຊ້ງົບປະມານ 150208687 ກີບ ແລະ ຂະແໜງກະສິກໍາ ກວມ 3​ ໂຄງການ ໃຊ້ງົບປະ ມານ 421.269.246 ກີບ, ​ມີຜູ້ໄດ້ຮັບຜົນປະໂຫຍດທັງໝົດ 3.862 ຄົນ, ຍິງ 2.068 ຄົນ ຊົນເຜົ່າກວມ 72%. ຊຶ່ງໄດ້ເຮັດໃຫ້ຜູ້ເຂົ້າຮ່ວມກອງປະຊຸມມີຄວາມເຂົ້າໃຈຢ່າງເປັນເອກະພາບກ່ຽວກັບນະໂຍບາຍ, ລະບຽບຫຼັກການ, ກິດຈະກຳຂອງ ທລຍ ຍັງເຮັດໃຫ້ແຕ່ລະພາກສ່ວນຮັບຮູ້ ເຂົ້າໃຈ ວິທີການຈັດຕັ້ງປະຕິບັດ ກ່ຽວກັບໂຄງການທຶນເພີ່ມຕື່ມ ທລຍ 3 ໃນໂຄງ ການປັບປຸງຊີວິດການເປັນຢູ່ ແລະ ໂພຊະນາການ ຊຶ່ງຈະກວມ 27 ບ້ານ ເປົ້າໝາຍຂອງ ທລຍ ກ່ອນຈະເລີ່ມຈັດຕັ້ງປະຕິບັດໂຄງການຢູ່ຂັ້ນທ້ອງຖິ່ນ ຊຶ່ງຈະສົ່ງຜົນໃຫ້ມີຄວາມກົມ ກຽວກັນ ແລະ ໄດ້ຮັບການຮ່ວມມືເປັນຢ່າງດີຈາກທຸກພາກສ່ວນ ໃນເວລາຈັດຕັ້ງປະຕິບັດໂຄງການ.

 

ຜ່ານການຮັບຟັງການນໍາສະເໜີ, ປຶກສາຫາລືຢ່າງກົງໄປກົງມາ ບັນດາໜ້າວຽກ ແລະ ກິດຈະກໍາຂອງແຕ່ລະພາກ ສ່ວນຮັບຜິດຊອບ ຜູ້ເຂົ້າຮ່ວມມີຄວາມເຂົ້າໃຈຢ່າງເລີກເຊິ່ງຕໍ່ກັບ ລະບຽບ, ຫຼັກການ ໂດຍສະເພາະ ວິທີຊຸມຊົນເປັນຜູ້ຈັດຕັ້ງປະຕິບັດເອງ ຊຶ່ງເປັນວິທີສ້າງວຽກເຮັດງານທຳໃຫ້ແກ່ຊາວບ້ານ, ເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ອົງການຈັດຕັ້ງບ້ານ ໃນດ້ານການຄຸ້ມຄອງບໍລິຫານງົບປະມານ, ການດຳເນີນການຈັດຊື້-ຈັດຈ້າງ ແລະ ກວດກາຕິດຕາມຄຸນນະພາບຂອງສິ່ງກໍ່ສ້າງ, ຮູບແບບດັ່ງກ່າວນີ້ ຍັງເປັນການແກ້ໄຂຄວາມທຸກຍາກໂດຍກົງ ຈາກການທີ່ຊຸມຊົນໄດ້ຮັບຄ່າຕອບແທນ ໃນເວລາມາອອກ ແຮງງານກໍ່ສ້າງໂຄງການຍ່ອຍ ຊຶ່ງລາຍຮັບດັ່ງກ່າວສາມາດໄປຊື້ອາຫານການກິນ ແລະ ໃຊ້ຈ່າຍອື່ນໆທີ່ຈຳເປັນພາຍໃນຄອບ ຄົວ. ສິ່ງສຳຄັນກວ່ານັ້ນ ໄດ້ສ້າງຄວາມເປັນເຈົ້າການໃຫ້ແກ່ຊຸມຊົນ ໃນການປົກປັກຮັກສາສິ່ງກໍສ້າງທີ່ລັດໄດ້ລົງທຶນ ໃຫ້ສາ ມາດນຳໃຊ້ໄດ້ຍາວນານ ເພາະວ່າ: ຊຸມຊົນມີຄວາມພາກພູມໃຈ ໃນສິ່ງທີ່ເຂົາເຈົ້າໄດ້ເຮັດເອງ.