ການນໍາໃຊ້ຮູບແບບການກໍ່ສ້າງໂດຍຊຸມຊົນເອງ ເປັນການສົ່ງເສີມສ້າງວຽກເຮັດງານທໍາ ແລະ ລາຍຮັບຢູ່ເຂດຊົນນະບົດ

Posting Date: 
19 Jul 2019

ການນໍາໃຊ້ຮູບແບບການກໍ່ສ້າງໂດຍຊຸມຊົນເອງ

ເປັນການສົ່ງເສີມສ້າງວຽກເຮັດງານທໍາ ແລະ ລາຍຮັບຢູ່ເຂດຊົນນະບົດ

 

ການກໍ່ສ້າງໂຄງການຍ່ອຍຝາຍນໍ້າລົ້ນຢູ່ ບ້ານ ທ່າຫຼວງ ກຸ່ມບ້ານ ທົ່ງລາດ ເມືອງວຽງພູຄາ ແຂວງຫຼວງນໍ້າທາ ແມ່ນນໍາໃຊ້ຮູບແບບຊຸມຊົນເປັນຜູ້ເຮັດເອງ ເຫັນໄດ້ວ່າຊຸມຊົນມີຄວາມເຂັ້ມແຂງ ສາມາດດໍາເນີນໄປຕາມຂັ້ນຕອນຕ່າງໆ ເປັນຕົ້ນແມ່ນການຈັດຊື້-ຈັດຈ້າງ ວັດສະດຸກໍ່ສ້າງແມ່ນຊຸມຊົນເປັນຜູ້ໄປຄັດເລືອກຮ້ານຂາຍເຄື່ອງວັດສະດຸກໍ່ສ້າງດ້ວຍໂຕເຂົາເຈົ້າເອງ ໄດ້ຄັດເລືອກນາຍຊ່າງຊຸມຊົນ 2 ຄົນແລ້ວຈາກນັ້ນໄດ້ໄປຝຶກອົບຮົມເຕັກນິກການກໍ່ສ້າງຢູ່ໂຮງຮຽນວິຊາຊີບພາຍໃນແຂວງ ເປັນເວລາ 2 ອາທິດ ເພື່ອມານໍາພາຊາວບ້ານກໍ່ສ້າງຝາຍນໍ້າລົ້ນແຫ່ງນີ້.  ຝາຍນໍ້າລົ້ນດັ່ງກ່າວໄດ້ເລີ່ມກໍ່ສ້າງໃນວັນທີ 20 ມີນາ 2019 ແລະ ສໍາເລັດໃນວັນທີ 1 ພຶດສະພາ 2019 ຜ່ານມາ ຝາຍນໍ້າລົ້ນແຫ່ງນີ້ມີຄວາມຍາວ 10 ແມັດ, ກວ້າງ 9.5 ແມັດ ແລະ ສູງ 2 ແມັດ, ມູນຄ່າໃນການກໍ່ສ້າງທັງໝົດ 215 ກວ່າລ້ານກີບ ໃນນັ້ນ ຊຸມຊົນປະກອບສ່ວນແຮງງານ 474 ແຮງງານ ຄິດເປັນເງິນ 23 ລ້ານກວ່າກີບ, ການກໍ່ສ້າງຝາຍນໍ້າລົ້ນບ້ານທ່າຫຼວງແມ່ນຄອບຄົວທີ່ທຸກຍາກ 38 ຄອບຄົວ ທີ່ເຂົາເຈົ້າໄດ້ຮັບແມ່ນເຂົາເຈົ້າໄດ້ຄ່າແຮງງານ 50.000 ກີບຕໍ່ມື້ ລວມລາຍຮັບ 1.2 ລ້ານກວ່າກີບ/ຄອບຄົວ. ຖ້າໃຫ້ບໍລິສັດຜູ້ຮັບເໝົາກໍ່ສ້າງເຮັດມູນຄ່າໃນການກໍ່ສ້າງຈະມີມູນຄ່າປະມານ 258 ລ້ານກວ່າກີບ ໝາຍຄວາມວ່າ ບ້ານສາມາດປະຢັດເປັນລາຍຮັບໃຫ້ຊາວບ້ານຜູ້ທຸກຍາກ ນອກນັ້ນ ຄຸນນະພາບຂອງສິ່ງກໍ່ສ້າງກໍ່ຢູ່ໃນລະດັບມາດຕະຖານທີ່ດີ ພິເສດແມ່ນເຂົາເຈົ້າມີຄວາມພູມໃຈໃນສິ່ງທີ່ເຂົາເຮັດເອງ.