ການປຶກສາຫາລື ເພື່ອເອົາຂໍ້ມູນ ເຂົ້າໃນຮ່າງແຜນປະຕິບັດງານ 2021-2025 ໃນຍຸດທະສາດແຫ່ງຊາດ ດ້ານໂພຊະນາການ

Posting Date: 
09 Dec 2020

 

ການປຶກສາຫາລື ເພື່ອເອົາຂໍ້ມູນ ເຂົ້າໃນຮ່າງແຜນປະຕິບັດງານ 2021-2025 ໃນຍຸດທະສາດແຫ່ງຊາດ ດ້ານໂພຊະນາການ

 

ເພື່ອເປັນການກະກຽມແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ກໍຄື ການຈັດຕັ້ງຜັນຂະຫຍາຍຍຸດທະສາດ ແລະ ແຜນປະຕິບັດງານ ແຫ່ງຊາດດ້ານໂພຊະນາການ; ປະຈຸບັນ ກອງເລຂາຄະນະກໍາມະການໂພຊະນາການແຫ່ງຊາດ ໄດ້ແຈ້ງການໃຫ້ແຕ່ລະພາກສ່ວນທີ່ກ່ຽວຂ້ອງກະກຽມທົບທວນຄືນ ບັນດາເນື້ອໃນມາດຕະການ ແລະ ຕົວຊີ້ວັດຂອງແຜນປະຕິບັດງານຂະແໜງການຂອງຕົນເອງ ໃຫ້ມີເນື້ອໃນຄົບຖ້ວນ, ສອດຄ່ອງກັບການຈັດຕັ້ງປະຕິບັດຕົວຈິງ ເຂົ້າໃຈງ່າຍ, ຕິດຕາມກວດກາໄດ້ໄວ, ເໝາະສົມ ແລະ ສອດຄ່ອງກັບຍຸດທະສາດແຫ່ງຊາດດ້ານໂພຊະນາການຮອດປີ 2025. ສະນັ້ນ ກົມແຜນການ ແລະ ການເງິນ, ກະຊວງກະສິກໍາ ແລະ ປ່າໄມ້ ຈຶ່ງໄດ້ມອບໃຫ້ທີມງານກອງເລຂາປະສານຍຸດທະສາດແຫ່ງຊາດ ດ້ານໂພຊະນາການ, ພ້ອມດ້ວຍ ຊ່ຽວຊານຈາກອົງການອາຫານໂລກ ເຂົ້າພົບຄະນະນໍາກົມ ແລະ ວິຊາການ ທີ່ຮັບຜິດຊອບວຽກງານໂພຊະນາການ ເພື່ອເກັບກໍາຂໍ້ມູນ, ປຶກສາຫາລື ແລກປ່ຽນຄໍາຄິດຄໍາເຫັນໃນການສ້າງແຜນປະຕິບັດງານດ້ານກະສິກໍາ ເພື່ອປະກອບໃສ່ແຜນປະຕິບັດຍຸດທະສາດແຫ່ງຊາດດ້ານໂພຊະນາການ 2021-2025. ດັ່ງນັ້ນ ໃນວັນທີ 8 ທັນວາ 2020 ທີມງານວິຊາການ ກົມແຜນການ ແລະ ການເງິນ, ກະຊວງກະສິກໍາແລະ ປ່າໄມ້, ຊ່ຽວຊານຈາກອົງການອາຫານໂລກ (WFP) ໄດ້ເຂົ້າພົບປະ ແລະ ປຶກສາຫາລື ນໍາຄະນະນໍາ ແລະ ຫົວໜ້າຂະແໜງປັບປຸງຊີວິດການເປັນຢູ່ ແລະ ຊ່ຽວຊານດ້ານໂພຊະນາການຂອງ ກອງທຶນຫຼຸດຜ່ອນຄວາມທຸກຍາກ ຊຶ່ງໄດ້ມີການແລກປ່ຽນບົດຮຽນ ແລະ ນໍາສະເໜີຂໍ້ມູນທີ່ສໍາຄັນໃນການຈັດຕັ້ງປະຕິບັດວຽກງານຂອງ ກອງທຶນຫຼຸດຜ່ອນຄວາມທຸກຍາກ ໂດຍສະເພາະ ແມ່ນຂໍ້ມູນດ້ານການປັບປຸງຊີວິດການເປັນຢູ່ ເຊື່ອມສານໂພຊະນາການ ທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ (2012-2016) ໃນຮູບແບບທົດລອງຢູ່ 7 ເມືອງ(ຮ້ຽມ, ຊ່ອນ, ຊຽງຄໍ້, ຫົວເມືອງ) ແຂວງຫົວພັນ ແລະ (ທ່າປາງທອງ, ເຊໂປນ, ນອງ)  ແຂວງສະຫວັນນະເຂດ ແລະ ກໍາລັງຈັດຕັ້ງປະຕິບັດຕົວຈິງຢູ່ 465 ບ້ານ, 12 ເມືອງ, 4 ແຂວງ(ຜົ້ງສາລີ, ຫົວພັນ, ຊຽງຂວາງ ແລະ ອຸດົມໄຊ). ເຊິ່ງເຫັນວ່າຂໍ້ມູນຕ່າງໆດັ່ງກ່າວທີ່ທາງ ທລຍ ສະເໜີໃຫ້ນັ້ນແມ່ນມີຄວາມໝາຍສໍາຄັນຫຼາຍເພື່ອປະກອບເຂົ້າໃນການຮ່າງແຜນປະຕິບັດງານ 2021-2025 ໃນຍຸດທະສາດແຫ່ງຊາດ ດ້ານໂພຊະນາການ.