ການສ້າງຄວາມເຂັ້ມແຂງ ກຸ່ມບ້ານ ກັບ ກຸ່ມບ້ານ

Posting Date: 
21 Aug 2018

ການສ້າງຄວາມເຂັ້ມແຂງ ກຸ່ມບ້ານ ກັບ ກຸ່ມບ້ານ

ໂດຍ: ຂົງຄຳ ອີນຍະຊາງ

 

ຕົ້ນເດືອນກໍລະກົດ 2018 ຜ່ານມາ, ກອງທຶນຫຼຸດຜ່ອນຄວາມທຸກຍາກ(ທລຍ) ປະຈຳເມືອງລອງໄດ້ຈັດກອງປະຊຸມແລກປ່ຽນບົດຮຽນລະຫວ່າງກຸ່ມບ້ານຮອບວຽນທີ 15 ຂຶ້ນທີ່ຫ້ອງການບ້ານ ຈ່າໃໝ່,ກຸ່ມບ້ານຈ່າໃໝ່, ເມືອງລອງ, ແຂວງ ຫຼວງນໍ້າທາ ໂດຍໃຫ້ກຽດເຂົ້າຮ່ວມມີ ທ່ານວົງມະນີ ເພຍເທບ, ຫົວໜ້າຫ້ອງການ ທລຍ ແຂວງຫຼວງນໍ້າທາ, ທລຍ ແຂວງ, ທລຍ ເມືອງ, ຂະແໜງການກ່ຽວຂ້ອງເມືອງ, ຜູ້ປະສານງານກຸ່ມບ້ານຈາກ 3 ກຸ່ມບ້ານຄື: ກຸ່ມບ້ານຈົງກາ, ກຸ່ມບ້ານ ຈ່າໃໝ່, ກຸ່ມບ້ານສົມປານ ແລະ ບ້ານທີ່ຖືກເຊີນຈໍານວນ 3 ບ້ານຄື: ບ້ານຈົງກາ, ບ້ານປ່າຊອດ(ຫ້ວຍຫອນ) ແລະ ບ້ານພະຍາຫຼວງຄຳປີງ, ອໍານາດການປົກຄອງບ້ານ, ທີມງານບ້ານຕະຫຼອດຮອດພໍ່ແມ່ປະຊາຊົນບ້ານເຈົ້າພາບເຂົ້າຮ່ວມທັງໝົດ 68 ຄົນ, ຍີງ 30 ຄົນ.

ຈຸດປະສົງຂອງກອງປະຊຸມແມ່ນ ເພື່ອແລກປ່ຽນບົດຮຽນ, ການພົບພໍ້ອຸປະສັກ ແລະ ບັນຫາຫຍຸ້ງຍາກໃນການຈັດຕັ້ງປະຕິບັດໂຄງຍ່ອຍໄລຍະຜ່ານມາ, ທັງເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນໂດຍຜ່ານຂະບວນການຮຽນຮູ້ລະຫວ່າງຊຸມຊົນດ້ວຍກັນ, ລວມເຖິງການຄຸ້ມຄອງ ນໍາໃຊ້ງົບປະມານໂຄງການຍ່ອຍ ແລະ ການຄຸ້ມຄອງນໍາໃຊ້ໂຄງການຍ່ອຍໃຫ້ມີຄວາມຍືນຍົງ.

ຈາກນັ້ນອໍານາດການປົກຄອງບ້ານ, ຕົວແທນບ້ານ ຊຸມຊົນພາຍໃນບ້ານ ຈ່າໃໝ່ ໄດ້ນໍາພາບັນດາບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງທີ່ລົງຢ້ຽມຢາມ ກິດຈະກໍາກໍ່ສ້າງນໍ້າລິນພາຍໃນບ້ານ ເປັນຕົ້ນແມ່ນເບີ່ງການກໍ່ສ້າງອ່າງເກັບນໍ້າ ແລະ ລານກ໊ອກແຕ່ລະຈຸດ ພ້ອມທັງລາຍງານ ແລະ ຖອດຖອນບົດຮຽນຮ່ວມກັນ ກ່ຽວກັບການຈັດຕັ້ງປະຕິບັດໂຄງການກໍ່ສ້າງນໍ້າລິນໃນໄລຍະທີ່ຜ່ານມາວ່າ ມີຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຄືແນວໃດ ຊຸມຊົນຄວນເປັນເຈົ້າການຄືແນວໃດ, ວິທີການແກ້ໄຂບັນຫາທີ່ເກີດຂຶ້ນຊ່ວງໄລຍະການກໍ່ສ້າງນໍ້າລິນດັ່ງກ່າວ. ນອກຈາກນັ້ນຍັງໄດ້ຖອດຖອນບົດຮຽນກ່ຽວກັບຜົນໄດ້ຮັບ ຫຼື ຜົນປະໂຫຍດທີ່ໄດ້ຮັບຈາກໂຄງການຍ່ອຍ ເມື່ອທຽບໃສ່ໃນເມື່ອກ່ອນມີຄວາມສະດວກສະບາຍຂຶ້ນ ໂດຍສະເພາະແມ່ນການຊົມໃຊ້ນໍ້າ, ການເຄື່ອນໄຫວວຽກງານກົນໄກການສະແດງຄໍາຄິດຄໍາເຫັນແຕ່ລະຊ່ອງທາງ, ການສະຫຼຸບງວດ ແລະ ການໃຊ້ເງິນບໍລິຫານ 2%, 3% ຂອງບ້ານ, ການຝຶກອົບຮົມຄຸ້ມຄອງນໍາໃຊ້ລະບົບນໍ້າລີນ ພາຍໃນບ້ານ ມີການແຕ່ງຕັ້ງໜ້າທີຮັບຜິດຊອບແນວໃດ ລວມເຖິງການສ້າງຕັ້ງ ແລະ ເກັບເງິນກອງທຶນບູລະນະສ້ອມແປງ.

ທ່ານ ພູເຫວີຍ, ນາຍບ້ານບ້ານຈ່າໃໝ່ໄດ້ກ່າວວ່າ: ການຢ້ຽມຢາມ ຖອດຖອນບົດຮຽນໃນຄັ້ງນີ້ ເຫັນວ່າ ມີຄວາມ  ໝາຍສໍາຄັນຫລາຍ ສະນັ້ນ ຂ້າພະເຈົ້າ ສະເໜີໃຫ້ຜູ້ທີ່ເຂົ້າຮ່ວມ ໂດຍສະເພາະແມ່ນຜູ້ປະສານງານທີ່ມາຈາກ 3 ກຸ່ມບ້ານ:ກຸ່ມບ້ານຈົງກາ, ກຸ່ມບ້ານ ຈ່າໃໝ່, ກຸ່ມບ້ານສົມປານ ຄວນນໍາເອົາບົດຮຽນໃນການມາຢ້ຽມຢາມຄັ້ງນີ້ໄປຜັນຂະຫຍາຍຈັດຕັ້ງປະຕິບັດໃນກຸ່ມບ້ານຂອງຕົນໃຫ້ເກີດດອກອອກຜົນ ແລະ ປະກົດຜົນເປັນຈິງ ບັນລຸຕາມເປົ້າໝາຍທີ່ໄດ້ກໍານົດໄວ້.

Attachment: