ການເຂົ້າຮ່ວມກຸ່ມຊ່ວຍເຫຼືອຊຶ່ງກັນ ເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນ

Posting Date: 
20 Jun 2019

ການເຂົ້າຮ່ວມກຸ່ມຊ່ວຍເຫຼືອຊຶ່ງກັນ ເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນ

ຂ່າວ: ພັດທະນາຊຸມຊົນ

ທ່ານ ນວນຈັນ ອາຍຸ 48 ປີ ຊົນເຜົ່າຕະໂອ້ຍ, ບ້ານຕາຢົງ, ກຸ່ມບ້ານລະແບງ, ເມືອງນອງ ແຂວງສະຫວັນນະເຂດ, ປະກອບມີສະມາຊິກທັງໝົດ 7 ຄົນ, ລູກ 5 ຄົນ, ຍິງ 2 ຄົນ; ໄດ້ເຂົ້າສະມາຊິກກຸ່ມ ກຊກ ກຸ່ມສີວິໄລ ໃນຕົ້ນປີ 2017 ເບື້ອງຕົ້ນໄດ້ກູ້ຢືມເງິນນໍາກອງທຶນພັດທະນາບ້ານຈໍານວນ 1.000.000 ກີບ ເພື່ອມາລົງທຶນໃນການລ້ຽງໄກ່ລາດ ໄດ້ຊື້ແມ່ພັນໄກ່ 10 ໂຕ ແລະ ພໍ່ພັນໄກ່ 2 ໂຕ, ລາວໄດ້ໄປຝຶກອົບຮົມວິທີການລ້ຽງ ແລະ ວິທີສັກຢາກັນພະຍາດໄກ່ລາດ ຈາກຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ແລະ ໃນທ້າຍປີ 2018 ໄດ້ຂຶ້ນໄປຝຶກອົບຮົມຕື່ມຢູ່ສູນຄົ້ນຄວ້າຜະລິດແນວພັນສັດປີກ ໜອງແຕ່ງ ນະຄອນຫຼວງວຽງຈັນ;  ຈາກນັ້ນກໍໄດ້ມີແນວຄິດຂະຫຍາຍການລ້ຽງໄກ່ລາດ ຜ່ານການຂາຍໃນ 9 ຊຸດໃນໄລຍະຜ່ານມາ ສາມາດຂາຍຊຸດໜຶ່ງ 60 ໂຕ ລວມທັງໝົດ 9 ຊຸດ ແມ່ນ 540 ໂຕ ໜຶ່ງໂຕຂາຍໄດ້ 35.000 ກີບ ຫຼື ໜຶ່ງຊຸດ 2.100.000 ກີບ ໄດ້ເງິນທັງໝົດ 18.900.000 ກີບ ສະເລ່ຍແລ້ວໃນໜຶ່ງປີຜ່ານມາ ຄອບຄົວຂອງທ່ານ ນວນຈັນ ມີລາຍຮັບຈາກການລ້ຽງໄກ່ລາດ 1.575.000 ກີບ/ເດືອນ.

ສ່ວນວິທີການລ້ຽງແມ່ນເລີ່ມຈາກການເຮັດຄອກໄກ່ສອງຄອກທີ່ມີຂະໜາດ 3x2 ແມັດ ເພື່ອເປັນບ່ອນອາໃສໃຫ້ໄກ່ລາດ ຄອກທຳອິດແມ່ນໄວ້ເປັນບ່ອນຢູ່ອາໃສຂອງພໍ່ພັນ-ແມ່ພັນ ແລະ ຄອກທີສອງແມ່ເອົາໄວ້ສຳລັບໃຫ້ແມ່ໄກ່ຟັກໄຂ່ ແລະ ເຮັດຄອກໄກ່ໃຫ້ສູງຈາກພື້ນດິນປະມານ 50 ຊັງຕີແມັດ. ໜຶ່ງຄອກແມ່ນພຽງພໍໃນການລ້ຽງໄກ່ປະມານ 30ໂຕ ພ້ອມທັງໄດ້ມີການຊັກຢາວັກຊິນ ແລະ ຢອດຢາກັນພະຍາດ ຫຼາຍຊະໜິດເປັນປະຈໍາເຊັ່ນ: ພະຍາດນິວຄັດເຊິນ, ພະຍາດຫຼອດລົມອັກເສບ, ພະຍາດອະຫິວາສັດປີກ, ພະຍາດໝາກສຸກໄກ່ ເຫຼົ່ານີ້ເປັນຕົ້ນ.

ປັດຈຸບັນມີແມ່ພັນໄກ່ 35 ໂຕ ແລະ ພໍ່ພັນໄກ່ 10 ໂຕ ສາມາດໃຫ້ລູກ 150-200 ໂຕຕໍ່ຊຸດ; ຜ່ານການດໍາເນີນກິດຈະກໍາລ້ຽງໄກ່ ຂາຍໄກ່  ສາມາດຊື້ຕູ້ຟັກໄຂ່  1 ໜ່ວຍ  ຊຶ່ງສາມາດຝັກໄຂ່ໄດ້ 250 ໜ່ວຍຕໍ່ຊຸດ ພ້ອມນີ້ຍັງສາມາດຊື້ຈັກສີເຂົ້ານ້ອຍໄດ້ 1 ເຄື່ອງ, ລົດໄຖ່ນາເດີນຕາມ 1 ເຄື່ອງ, ລົດຈັກ 1 ຄັນ, ເຄື່ອງບົດອາຫານສັດ 1 ເຄື່ອງ ແລະ ຍັງມີທຶນສົ່ງເສີມໃຫ້ລູກທີ່ຮຽນໜັງສືຢູ່ແຂວງສະຫວັນນະເຂດ 3 ຄົນ, ຍິງ 1 ຄົນ ຜູ້ໜຶ່ງເດືອນລະ 500.000 ກີບ.