ກຸ່ມບົວລະບັດຮັກສາທາງຊ່ວຍໃຫ້ແມ່ຍິງຜູ້ທຸກຍາກມີລາຍຮັບໃຫ້ແກ່ຄອບຄົວ

Posting Date: 
28 Apr 2020

 

ກຸ່ມບົວລະບັດຮັກສາທາງຊ່ວຍໃຫ້ແມ່ຍິງຜູ້ທຸກຍາກມີລາຍຮັບໃຫ້ແກ່ຄອບຄົວ

 

ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ກະຊວງກະສິກໍາ ແລະ ປ່າໄມ້ ຈະໄດ້ສະໜັບສະໜູນກຸ່ມບົວລະບັດຮັກສາທາງ ຈຸດປະສົງແມ່ນເພື່ອເຮັດໃຫ້ແມ່ຍິງທີ່ທຸກຍາກພາຍໃນບ້ານເປົ້າໝາຍໄດ້ມີວຽກເຮັດງານທໍາ, ມີລາຍຮັບເຂົ້າຄອບຄົວພາຍຫຼັງລະດູການເກັບກ່ຽວ ໜ້າວຽກຈະບໍ່ໜັກປານໃດເຊັ່ນ: ການຖາງປ່າແຄມທາງ, ອະນາໄມຮ່ອງນໍ້າຂ້າງທາງ, ທໍ່ລະບາຍນໍ້າ, ຖົມໜ້າທາງທີ່ເປັນຂຸມນ້ອຍ ແຕ່ຄວາມຈິງແລ້ວຜູ້ຍິງພຽງແຕ່ອອກຊື່ເປັນສະມາຊິກຂອງກຸ່ມ ແຕ່ເວລາໄປອອກແຮງງານແມ່ນຜູ້ຊາຍ ຫຼື ຜົວຂອງເຂົາເຈົ້າເປັນຜູ້ເຮັດ ແລະ ຈະໄດ້ຮັບເງິນຕອບແທນແຮງງານ ປະມານ 200,000-250,000 ກີບຕໍ່ເດືອນ. ຖ້າເສັ້ນທາງມີຄວາມເສຍຫາຍຫຼາຍແມ່ນມອບໃຫ້ບ້ານເປັນເຈົ້າການ ຫຼື ຂະແໜງໂຍທາທິການ ແລະ ຂົນສົ່ງຂັ້ນເມືອງເປັນຜູ້ຮັບຜິດຊອບ. ໃນປີ 2020 ທລຍ ໄດ້ຄັດເລືອກເອົາ 37 ໂຄງການຍ່ອຍ ກ່ຽວກັບການປັບປຸງເສັ້ນທາງຊົນນະບົດ ທີ່ ທລຍ ໃຫ້ການຊ່ວຍເຫຼືອປີ 2018 ແລະ 2019 ຂອງ 6 ແຂວງ ທີ່ບໍ່ນອນໃນພື້ນທີ່ຂອງ ທລຍ 3 ໄລຍະເພີ່ມທຶນ, ໃນໄລຍະທາງ 193 ກິໂລແມັດ.

 

Attachment: