ກຸ່ມໂພຊະນາການບ້ານໂຮມພັນ ຍັງສືບຕໍ່ດໍາເນີນກິດຈະກໍາ ປຸງແຕ່ງອາຫານໃຫ້ເດັກນ້ອຍ ໃນຊ່ວງລະບາດພະຍາດ COVID 19.

Posting Date: 
10 Apr 2020

 

ກຸ່ມໂພຊະນາການບ້ານໂຮມພັນ ຍັງສືບຕໍ່ດໍາເນີນກິດຈະກໍາ ປຸງແຕ່ງອາຫານໃຫ້ເດັກນ້ອຍ ໃນຊ່ວງລະບາດພະຍາດCOVID 19.

 

ກິດຈະກໍາ ປຸງແຕ່ງອາຫານ ໃຫ້ເດັກນ້ອຍ ອາຍຸ 6-23 ເດືອນ ພາຍໃຕ້ການໂຄງການ ທລຍ ຍັງສືບຕໍ່ຢ່າງປົກກະຕິ ຢູ່ບ້ານໂຮມພັນ ເມືອງຫົວເມືອງ ແຂວງຫົວພັນ ທັງນີ້ເພື່ອຮັບປະກັນ ໃຫ້ແກ່ການແກ້ໄຂບັນຫາການຂາດໂພຊະນາການຂອງເດັກນ້ອຍ ກໍຄືການແກ້ໄຂບັນຫາຄວາມທຸກຍາກ ຢູ່ບ້ານໂຮມພັນ ບັນລຸຕາມເປົ້າໝາຍທີ່ວາງເອົາໄວ້. ແຕ່ເຂົາເຈົ້າ ກໍໄດ້ປະຕິບັດຕາມຄໍາສັ່ງ 06/ນຍ ຢ່າງເຂັ້ມງວດ ເຊັ່ນ: ເຂົາເຈົ້າບໍ່ໄດ້ເຕົ້າໂຮມກັນເປັນກຸ່ມ ແຕ່ແຕ່ງອາຫານແລ້ວແຈກຢາຍໃຫ້ສະມາຊິກແທນ, ຜູ້ຮັບຜິດຊອບແຕ່ງອາຫານ ໄດ້ລ້າງມືໃສ່ສະບູທັງກ່ອນ ແລະ ຫຼັງປຸງແຕ່ງອາຫານ, ບໍ່ໃຊ້ແພເຊັດມືຮ່ວມກັນ, ເວລາສະມາຊິກມາເອົາອາຫານ ກໍໄດ້ລຽນແຖວກັນເທື່ອລະ 5 ຄົນ ແຕ່ລະຄົນຢືນຫ່າງກັນຢ່າງໜ້ອຍ 1.5 ແມັດ, ບໍ່ໃຫ້ຖືກ ຫຼື ແຕະຕ້ອງໂຕກັນ, ໃນເວລາມາເອົາອາຫານບໍ່ໄດ້ເອົາລູກມານໍາ ດັ່ງນີ້ເປັນຕົ້ນ.