ຄວາມຄືບໜ້າການຈັດຕັ້ງປະຕິບັດ ໂຄງການປ້ອງກັນການລະບາດພະຍາດ ໂຄວິດ-19 ຢູ່ຮາກຖານຊຸມຊົນ ຊົນນະບົດ ສປປ ລາວ

Posting Date: 
04 Mar 2021

 

ຄວາມຄືບໜ້າການຈັດຕັ້ງປະຕິບັດ ໂຄງການປ້ອງກັນການລະບາດພະຍາດ ໂຄວິດ-19 ຢູ່ຮາກຖານຊຸມຊົນ ຊົນນະບົດ ສປປ ລາວ

 

 

 

       ໃນເດືອນ 07/2021 ລັດຖະບານລາວ ໄດ້ຮັບທຶນຊ່ອຍເຫຼືອລ້າຈຳນວນ 500.000 ໂດລາສະຫະລັດ ຈາກອົງການພັດທະນາ ແລະ ຮ່ວມມືຂອງປະເທດສະວິດເຊີແລນ (SDC). ເພື່ອນໍາໃຊ້ເຂົ້າໃນການຝຶກອົບຮົມ ເຜີຍແຜ່ຂໍ້ມູນ-ຂ່າວສານ ແລະ ປູກຈິດສໍານຶກການປ້ອງກັນການລະບາດຂອງພະຍາດໂຄວິດ-19ໃນເຂດຊົນນະບົດ, ໂດຍກອງທຶນຫຼຸດຜອນຄວາມທຸກຍາກ ເປັນຕົວແທນຂອງລັດຖະບານ ນໍາເອົາງົບປະມານດັ່ງກ່າວ ໄປຈັດຕັ້ງປະຕິບັດ ການປ້ອງກັນການແຜ່ລະບາດພະຍາດໂຄວິດ-19 ຢູ່ເຂດຊົນນະບົດ ເລິ່ມແຕ່ທ້າຍເດືອນກັນຍາ ປີ 2020 ຈົນມາຮອດປະຈຸບັນ.

 

         

 

 

 

ກິດຈະກຳຂອງໂຄງການ ແມ່ນການຝຶກອົບຮົມວິທີປ້ອງກັນການແຜ່ລະບາດພະຍາດໂຄວິດ-19 ໃຫ້ກັບຊຸມຊົນຢູ່ 900 ບ້ານ ແລະ ໂຮງຮຽນ 92 ແຫ່ງ ທີ່ນອນໃນ 35 ເມືອງທຸກຍາກ ຂອງ 10 ແຂວງຄື: ຜົ້ງສາລີ, ອຸດົມໄຊ, ຫຼວງນໍ້າທາ, ຫຼວງພະບາງ, ຫົວພັນ, ຊຽງຂວາງ, ສະຫັວນນະເຂດ, ສາລະວັນ, ເຊກອງ ແລະ ອັດຕະປື. ພາຍໃຕ້ ການຮ່ວມມື ຈາກຂະແໜງການ ແລະ ຫ້ອງການວິຊາການທີ່ກ່ຽວຂ້ອງ ຂັ້ນສູນກາງ, ແຂວງ ແລະ ເມືອງ ຄື: ກະຊວງກະສິກໍາ ແລະ ປ່າໄມ້, ກະຊວງສາທາລະນະສຸກ, ກະຊວງສຶກສາທິການ ແລະ ກິລາ, ສະຫະພັນແມ່ຍິງລາວ, ແຂວງ, ເມືອງ, ອົງການປົກຄອງບ້ານເປົ້າໝາຍ.  

 

 

 

 

ເນື້ອໃນທີ່ນໍາໄປຝຶກອົບຮົມປະກອບດ້ວຍ (1). ວິທີການປ້ອງກັນພະຍາດໂຄວິດ-19 ແລະ ພະຍາດໄວຣັດອື່ນໆ ໂດຍການສ້າງຄວາມຮັບຮູ້ ກ່ຽວກັບການລະບາດຂອງ ໂຄວິດ-19 ແລະ ໄວຣັດອື່ນໆໃຫ້ກັບຊຸມຊົນບ້ານ ສົ່ງເສີມການປ່ຽນແປງພຶດ ຕິກໍາກ່ຽວກັບສຸຂະອະນາໄມແລະ ການລ້າງມື, ລວມທັງມາດຕະການປ້ອງກັນອື່ນໆເຊັ່ນ: ການໃຊ້ຜ້າອັດປາກ-ອັດດັ, ການເວັ້ນໄລຍະຫ່າງໃນເວລາໄປບ່ອນຊຸມຊົນແອອັດຈໍານວນຫຼາຍໃນສັງຄົມ, ຫຼຸດຜ່ອນການຢູ່ເຕົ້າໂຮມກັນເປັນກຸ່ມກອ້ນໃຫ່ຍ ການຊຸມນຸມຕ່າງໆ; (2). ວິທີຫຍິບຜ້າອັດປາກ-ອັດດັງແບບງ່າຍດາຍ ແລະ ນໍາໃຊ້ວັດຖຸທີ່ຫາໄດ້ງ່າຍໃນທ້ອງຖີ່ນຂອງເຂົາເຈົ້າເອງ  (3). ວິທີຜະລິດນໍ້າຢາລ້າງມີ ແລະ ປະສົມຢາຂ້າເຊື້ອ ການກະຈາຍຂໍ້ມູນຂ່າວສານ ແລະ ໃຫ້ຄວາມຮູ້ດ້ານການປ້ອງກັນພະຍາດໂຄວິດພາຍໃນຊຸມຊົນ ແລະ ຄອບຄົວ.

 

ການຝຶກອົບຮົມດັ່ງກ່າວນີ້ ໄດ້ຈັດຂຶ້ນຢູ່ 3 ຈຸດ, ໂດຍມີຜູ້ເຂົ້າຮ່ວມຈາກຂັ້ນແຂວງ ແລະ ຂັ້ນເມືອງ ຊຶ່ງແມ່ນຜູ້ຕາງໜ້າ ຫ້ອງການສາທາລະນະສຸກເມືອງ ເມືອງລະ 1 ທ່ານ, ສະຫະພັນແມ່ຍິງເມືອງ ເມືອງລະ 1 ທ່ານ, ຫ້ອງການສຶກສາ ແລະ ກິລາ ເມືອງ, ຫົວໜ້າທີມງານ ທລຍ ເມືອງ ແລະ ຜູ້ຮັບຜິດຊອບວຽກງານພັດທະນາຊຸມຊົນ ທລຍ ເມືອງ. ສໍາລັບ ເມືອງທີ່ມີ 2 ທີມນັ້ນ ວິຊາການຈາກຫ້ອງການສາທາລະນະສຸກເມືອງ ມີ 2 ທ່ານ ແລະ ສະຫະພັນແມ່ຍິງເມືອງມີ 2 ທ່ານ. ການຝຶກອົບຮົມດັ່ງ ກ່າວມີຜູ້ເຂົ້າຮ່ວມທັງໝົດ 57.413 ຄົນໃນນັ້ນ ຜູ້ຍິງເຂົ້າຮ່ວມ 52% ແລະ ຊົນເຜົ່າເຂົ້າຮ່ວມ 79% ແລະ ສໍາເລັດແລ້ວ 100%.

 

ຜ່ານການຝຶກອົບຮົມເຫັນໄດ້ວ່າຊຸມຊົນມີຄວາມເຂົ້າໃຈຕໍ່ມາດຕະການການປ້ອງກັນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19, ເຂົາເຈົ້າຮູ້ວິທີປ້ອງກັນຕໍ່ໂຕເອງ ແລະ ຄົນອ້ອມຂ້າງ, ເວັ້ນໄລຍະຫ່າງໃນເວລາມີປະຊຸມ ແລະ ໄປໃນສະຖານທີ່ມີຈໍານວນຄົນຫຼາຍ, ສາມາດເຮັດຜ້າອັດປາກ-ອັດດັງ, ປະສົມເຈວລ້າງມື ແລະ ປະສົມຢາຂ້າເຊື້ອຖ້າຫາກພະຍາດລະບາດແຜ່ລາມໄປຫາຊຸມຊົນໃນເຂດບ້ານເປົ້າໝາຍ ທີ່ໄດ້ຮັບການຝຶກອົບຮົມດັ່ງກ່າວ, ສາມາດສ້າງຄວາມເຂັ້ມແຂງໃຫ້ອົງການປົກຄອງທ້ອງຖິ່ນ ແລະ ມີສ່ວນຮ່ວມໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວເຮັດໃຫ້ໄດ້ຮັບຜົນສໍາເລັດ ຕາມກໍານົດເວລາຂອງແຜນວຽກໄດ້ເປັນຢ່າງດີ.