ຄວາມຄືບໜ້າໃນການຈັດຊື້-ຈັດຈ້າງໂຄງການຍ່ອຍ ທລຍ ປີ 2019

Posting Date: 
08 May 2019

ຄວາມຄືບໜ້າໃນການຈັດຊື້-ຈັດຈ້າງໂຄງການຍ່ອຍ ທລຍ ປີ 2019

 

ໂດຍ: ແສງອາລຸນ ພິລາຈັນ

ປະຈຸບັນ ການຈັດຊື້-ຈັດຈ້າງໂຄງການຍ່ອຍ ພາຍໃຕ້ການລົງທຶນຂອງລັດ ຜ່ານ ທລຍ ສໍາເລັດແລ້ວ 475 ໂຄງການ ໃນທັງໝົດ 486 ໂຄງການ ໂດຍແມ່ນຊຸມຊົນເປັນຜູ້ດໍາເນີນການເອງ ແຕ່ພາຍໃຕ້ການແນະນໍາຂອງພະນັກງານ ທລຍ ແລະ ອົງການປົກຄອງຂັ້ນເມືອງ. ການເປີດຊອງປະມູນແມ່ນເປີດຢູ່ບ້ານ ເພື່ອໃຫ້ພໍ່ແມ່ປະຊາຊົນພາຍໃນບ້ານໄດ້ເຂົ້າຮ່ວມເປັນສັກ ຂີພະຍານ ທັງໝົດເຫຼົ່ານີ້ແມ່ນສ້າງຄວາມໂປ່ງໃສ ດ້ວຍຮູບແບບດັ່ງກ່າວນີ້ ຈະເຮັດໃຫ້ຊຸມຊົນຄັດເລືອກໄດ້ບໍລິສັດຜູ້ຮັບເໝົາທີ່ ມີຄຸນນະພາບ ແລະ ມູນຄ່າໂຄງການສົມເຫດສົມຜົນ ພ້ອມນີ້ຍັງເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ໂດຍກົງ ອີກດ້ວຍ.