ຄວາມສາມັກຄີເປັນບໍ່ເກີດແຫ່ງຄວາມສໍາເລັດ

Posting Date: 
10 Jul 2019

ຄວາມສາມັກຄີເປັນບໍ່ເກີດແຫ່ງຄວາມສໍາເລັດ

ໂດຍ: ທລຍ

ບ້ານພໍ່ເບີຍເປັນບ້ານຊົນເຜົ່າຕະໂອ້ຍ ເປັນບ້ານໜຶ່ງທີ່ທຸກຍາກກວ່າໝູ່ໃນ 10 ບ້ານທີ່ຂຶ້ນກັບກຸ່ມດູບ ບ້ານດັ່ງກ່າວຫ່າງຈາກຕົວເມືອງ 24 ກິໂລແມັດ, ມີພົນລະເມືອງທັງໝົດ 405 ຄົນ, ຍິງ 205 ຄົນ, 69 ຄອບຄົວ.

ບ້ານດັ່ງກ່າວມີຄວາມຫຍຸ້ງຍາກຫຼາຍໃນດ້ານເລື່ອງນໍ້າກິນນໍ້າໃຊ້ ໂດຍສະເພາະ ແມ່ຍິງ ຜູ້ເຖົ້າ ແລະ ເດັກນ້ອຍ ໄດ້ໄປຕັກນໍ້າຫ້ວຍ ທີ່ໄກຈາກບ້ານ ກວ່າກິໂລແມັດ ໃນຊ່ວງລະດູຝົນນໍ້າພັດຂຸ່ນ ແລະ ມີເຊື້ອພະຍາດຕາມລະດູການ ອັນເປັນສາ ເຫດເຮັດໃຫ້ສຸຂະພາບຂອງປະຊາຊົນບ້ານດັ່ງກ່າວພົບກັບບັນຫາດ້ານສຸຂະພາບຢ່າງໜັກໜ່ວງ. ສະນັ້ນ ຢູ່ກອງປະຊຸມຂັ້ນກຸ່ມບ້ານ ໃນຕົ້ນປີ 2019 ຜ່ານມານີ້ 9 ບ້ານຈຶ່ງໄດ້ເຫັນໃຈບ້ານພໍ່ເບີຍ ຕົກລົງເຫັນດີ ຮັບຮອງເອົາການກໍ່ສ້າງລະບົບນໍ້າລິນທີ່ມີຄວາມຍາວ 4.500 ແມັດ ທີ່ເປັນບຸລິມະສິດທໍາອິດຂອງບ້ານດັ່ງກ່າວ ທີ່ມີມູນຄ່າໃນການກໍ່ສ້າງທັງໝົດ 289 ກວ່າລ້ານ ໂດຍທຶນສະໜັບສະ ໜູນຂອງລັດຜ່ານ ທລຍ ແລະ ຊຸມຊົນປະກອບສ່ວນທາງດ້ານວັດຖຸທ້ອງຖິ່ນທີ່ຫາໄດ້ ແລະ ແຮງງານ ຄິດເປັນເງິນ 21 ລ້ານກວ່າກີບ.

ໂດຍປົກປະຕິໃນໄລຍະເວລາໃນການກໍ່ສ້າງຈະໃຊ້ເວລາ 60 ວັນ ແຕ່ຍ້ອນຄວາມສາມັກຄີ ແລະ ຄວາມເປັນເຈົ້າການຂອງຊຸມຊົນ ໃນການປະກອບສ່ວນວັດຖຸທ້ອງຖິ່ນ ແລະ ແຮງງານທ່ວງທັນເວລາຈຶ່ງເຮັດໃຫ້ການກໍ່ສ້າງລະບົບນໍ້າລິນດັ່ງກ່າວສໍາເລັດກ່ອນຄາດ ໝາຍທີ່ວາງໄວ້, ການກໍ່ສ້າງລະບົບນໍ້າລິນດັ່ງກ່າວ ໄດ້ເລີ່ມກໍ່ສ້າງໃນ ວັນທີ 25/4/2019 ແລະ ສໍາເລັດລົງໃນວັນທີ 7/6/2019.

        ເພື່ອໃຫ້ການກໍ່ສ້າງລະບົບນໍ້າລິນດັ່ງກ່າວມີຄວາມຍືນຍົງ ທາງບ້ານໄດ້ພາກັນສ້າງກອງທຶນປົກປັກຮັກສາ ແລະ ບູລະນະສ້ອມ ແປງ ໂດຍເກັບເງິນຄອບຄົວລະ 1.000 ກີບ/ເດືອນ. ນອກນັ້ນ ຊຸມຊົນໄດ້ນໍ້າລິນດັ່ງກ່າວທີ່ເຫຼືອໃຊ້ໃນຊີວິດປະຈໍາວັນ ປູກພຶດຜັກສວນຄົວ ເພື່ອນໍາໃຊ້ເຂົ້າຄົວເຮືອນ.