ຄອບຄົວຕົວແບບ ດ້ານການລ້ຽງສັດແບບປະສົມປະສານ

Posting Date: 
06 Sep 2019

ຄອບຄົວຕົວແບບ ດ້ານການລ້ຽງສັດແບບປະສົມປະສານ

ເພື່ອປັບປຸງຊີວິດການເປັນຢູ່ຂອງຄອບຄົວໃຫ້ກິນອິ່ມ ນຸງອຸ່ນນັ້ນ, ການດໍາລົງຊີວິດຂອງປະຊາຊົນບັນດາເຜົ່ານັບຕັ້ງແຕ່ສະໄໝບູຮານຈົນມາເຖິງປະຈຸບັນ ແມ່ນມີອາຊີບໃນການລ້ຽງສັດ ແລະ ປູກຝັງ ແບບປະສົມປະສານ ໃນການສ້າງລາຍຮັບໃຫ້ແກ່ຄອບຄົວ ຊຶ່ງແມ່ນວຽກງານຫຼັກຂອງເຂົາເຈົ້າ, ຄວາມຕ້ອງການຂອງແຕ່ລະຄອບຄົວເຫຼົ່ານີ້ກໍຍັງມີຫຼາກຫຼາຍອາຊີບແຕກຕ່າງກັນໄປ.

ປະຈຸບັນການລ້ຽງສັດແບບປະສົມປະສານ ນັບມື້ນັບຂະຫຍາຍຕົວຫຼາຍຂຶ້ນ ແລະ ແຕ່ລະຄອບຄົວ ຈະລ້ຽງສັດໃນແຕ່ລະປະເພດທີ່ແຕກຕ່າງກັນໄປ ຍ້ອນຄວາມຕ້ອງການ ແລະ ຄວາມຊໍານານໃນການລ້ຽງບໍ່ຄືກັນ. ທ່ານ ພັນໄຊ, ອາຍຸ 38 ປີ, ປະຊາຊົນບ້ານ ພັນລໍ ເມືອງຮ້ຽມ ແຂວງຫົວພັນ ແມ່ນຄອບຄົວທີ່ມີຄວາມສົນໃຈ ກິດຈະກໍານີ້ຫລາຍ ໂດຍມີເປົ້າໝາຍຈະສ້າງລາຍຮັບເພິ່ມໃຫ້ກັບຄອບຄົວຂອງຕົນ,​ ເຊິ່ງຜູ້ກ່ຽວໄດ້ ເລີ່ມລ້ຽງສັດມາແລ້ວຫຼາຍປະເພດເຊັ່ນ: ເປັດ, ໄກ່,ໝູ ... ເຄີຍລອງຜິດລອງຖືກມາແລ້ວຫຼາຍຮູບແບບ, ການລ້ຽງຜ່ານມາແບບພື້ນບ້ານ ສະຖານທີ່ຍັງຄັບແຄບ ແລະ ສະພາບອາກາດຕາມລະດູການບາງປີກໍເຮັດໃຫ້ສັດລ້ຽງຕິດເຊື້ອ ແລະ ຕາຍ ຈຶ່ງບໍ່ພຽງພໍໃນການບໍລິໂພກ, ບາງຄັ້ງຄາວກໍມີພໍຢູ່ພໍກິນເທົ່ານັ້ນ.

ສະນັ້ນ ມາຮອດຕົ້ນປີ 2014 ກອງທຶນຫຼຸດຜ່ອນຄວາມທຸກຍາກ(ທລຍ) ໄດ້ເຂົ້າມາຊ່ວຍເຫຼືອ ກິດຈະກໍາປັບປຸງຊີວິດການເປັນຢູ່ ເຊື່ອມສານໂພຊະນາການ ຢູ່ບ້ານພັນລໍ, ທ່ານ ພັນໄຊ ຈຶ່ງໄດ້ເຂົ້າຮ່ວມໃນວຽກງານດັ່ງກ່າວ ໂດຍເລີ້ມຈາກການວາງແຜນພັດທະນາບ້ານ, ພັດທະນາຄອບຄົວ ສຶກສາຄວາມເປັນໄປໄດ້ ເຂົ້າໃຈບັນດານະໂຍບາຍ ແລະ ວິທີຈັດຕັ້ງປະຕິບັດດີແລ້ວ ຈຶ່ງສະມັກເຂົ້າເປັນສະມາຊິກກຸ່ມຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ (ກຊກ)  ທັງໄດ້ປະຕິບັດລະບຽບຫຼັກການຂອງການເປັນສະມາຊິກກຸ່ມໄດ້ດີ ຈາກນັ້ນຈຶ່ງ ກູ້ຢືມເງິນນໍາກອງທຶນພັດທະນາບ້ານ ທີ່ ທລຍ ໃຫ້ການຊ່ວຍເຫຼືອ ຈໍານວນ 2 ລ້ານກີບ ເພື່ອມາຊື້ພໍ່ພັນ-ແມ່ພັນໝູ 1 ຄູ່, ກູ້ຢືມເງິນນໍາກອງທຶນ ລ້ຽງສັດປະສົມປະສານຈາກຫ້ອງການກະສິກໍາ-ປ່າໄມ້ເມືອງ ຈໍານວນ 4 ລ້ານກ່ວາກີບ ຊື້້ພໍ່ພັນແບ້ 1 ໂຕ ແລະ ແມ່ພັນແບ້ 3 ໂຕ, ຂະຫຍາຍເນື້ອທີ່ປູກຫຍ້າອາຫານແບ້ ແລະ ຫົວອາຫານຈໍານວນໜຶ່ງ.

ນອກນັ້ນຍັງໄດ້ຮັບການຝຶກອົບຮົມເຕັກນິກໃນການລ້ຽງໝູລາດ, ແບ້ ນຳຫ້ອງການກະສິກໍາ-ປ່າໄມ້ ຂອງເມືອງ ແລະ ທີມງານ ທລຍ ຄື: ການຂະຫຍາຍເນື້ອທີ່ຂອບເຂດລ້ຽງສັດ, ການສ້າງຄອກສັດ, ການເຮັດສູດອາຫານໝັກ ແລະ ການໃຫ້ອາຫານສັດລ້ຽງ, ການສັກຢາປ້ອງກັນພະຍາດຕາມລະດູການອຶ່ນໆ. ຫຼັງຈາກໄດ້ຮັບການຝຶກອົບຮົມແລ້ວ ກໍໄດ້ປັບປຸງຮູບແບບການລ້ຽງສັດ ແຕ່ລະປະເພດ ໃຫ້ຖືກຕາມເຕັກນິກທຸກຂັ້ນຕອນ ຈຶ່ງເຮັດໃຫ້ສັດລ້ຽງມີການເຕີບໃຫຍ່ຂະຫຍາຍຕົວ ປະມານ 1 ປີ ສາມາດຂາຍໝູນ້ອຍໄດ້ 9 ໂຕ ຈໍານວນ 81 ກິໂລ ລວມມູນຄ່າ 2.835.000 ກີບ,  ມີພໍ່ພັນແມ່ພັນໝູເພິ່ມເປັນ 4 ໂຕ, ສ່ວນແບ້ ພາຍໃນ 1 ປີ ອອກລູກໄດ້ 11 ໂຕ, ໃນນັ້ນຂາຍອອກ 9 ໂຕ 135 ກິໂລ ລວມມມູນຄ່າຂາຍໄດ້ 4.725.000 ກີບ ມີຍັງພໍ່ພັນແມ່ພັນ 6ໂຕ, ໃນທ້າຍປີ 2014  ລາວມີລາຍຮັບຈາກການຂາຍສັດລ້ຽງທັງໝົດ ຈໍານວນ 7.560.000 ກີບ.

ໃນຕົ້ນປີ 2015 ໄດ້ສົ່ງຕົ້ນທຶນພ້ອມດອກເບ້ຍ ໃຫ້ແກ່ກຸ່ມ ກຊກ ແລະ ກອງທຶນລ້ຽງສັດປະສົມປະສານຈາກຫ້ອງການກະສິກໍາ-ປ່າໄມ້ເມືອງຮ້ຽມ ກໍານົດເວລາຂອງສັນຍາ. ສະນັ້ນ, ພາຍຫຼັງທີ່ຫັກຕົ້ນທຶນອອກແລ້ວຈະມີກໍາໄລ່ 1.560.000 ກີບ ແລະ ຍັງມີພໍ່ພັນແມ່ພັນ ໝູ ແລະ ແບ້ ຈໍານວນໜຶ່ງ. ຈາກນັ້ນ  ລາວໄດ້ເອົາເງິນໄປຊື້ ພໍ່ພັນໄກ່ລາດ 3 ໂຕ, ແມ່ພັນ 7 ໂຕ ແລະ ແນວພັນປາທີ່ຕະຫຼາດຕ້ອງການ ປາຊະນິດທີ່ໃຫຍ່ໄວ ສາມາດກິນອາຫານໄດ້ງ່າຍ ມາເພີ່ມໃສ່ຈໍານວນປາທີ່ມີຢູ່ແລ້ວ ຈໍານວນ 10 ກິໂລ ພອ້ມທັງ ເຮັດຄອກລ້ຽງສັດໃສ່ຂ້າງໜອງປາ ເພື່ອລົດຄ່າໃຊ້ຈ່າຍຕົ້ນທຶນໃນການລ້ຽງປາ.

ຈາກຄວາມຕັ້ງໃຈເຮັດແທ້ເຮັດແທ້ທຳຈິງຂອງລາວ ປະຈຸບັນ ລາວມີລາຍຮັບຈາກການຂາຍສັດຕ່າງໆ ສະເລ່ຍປະມານ 17 ລ້ານ ກີບ/ປີ.  ຜ່ານການຈັດຕັ້ງປະຕິບັດກິດຈະກໍາດັ່ງກ່າວ ລາວສາມາດທ່າຍຖອດບົດຮຽນຈາກປະສົບການຕົວຈິງໃຫ້ກັບ ສະມາຊິກ ກຊກ ພາຍໃນບ້ານ ແລະ ບ້ານໄກ້ຄຽງກໍ່ມາຮຽນຮູ້ຖອດຖອນບົດຮຽນນຳລາວອີກດ້ວຍ.

 

An integrated livestock model family

In order to improve the livelihoods of the families for well-being, the livelihoods of the indigenous people from ancient times to the present are careers on integrated livestock and planting for generating incomes for family which is their main job and the needs of each family has various jobs.  

Nowadays integrated livestock is increasingly expanding day by day and each family is raising livestock in different types due to different needs and skills are not the same. Mr. Phanxay, 38 years old, a resident of Phanlor village, Hiem district, Huaphanh Province. His family is interested in the activity of income generation very much which has a target to make an income for his family. He started several types of livestock such as ducks, chickens, pigs ... He has tried on many successful and unsuccessful raising forms, the previous livestock was based on traditional raising, narrow farming areas and weather in some seasons caused the livestock infected and dead so that is not enough for consumption, sometimes there is only sufficient for living.

So, in the early of 2014, PRF has supported livelihood and nutrition (LN) in Phanlor village. Mr. Phanxay has joined the activity by starting from village development plan, developing family by studying the potential to understand policy and the implementation method, and then apply to be a member of self-help groups (SHG) and followed by the SHG’s rule well and then he got a loan from the Village Development Fund that PRF supported, with the amount of 2 million kip for buying a couple of pig breeds, got a loan for raising integrated livestock from the DAFO in an amount of 4 million kip to buy goat breeds as well as expanding the area of grass plantation for goats and some fodders for husbandry.

 

In addition, he also got trained on the technique of raising pigs and goats with DAFO and PRF team such as expanding range of animal raising areas, building an animal shelter, fermented fodder making, how to feed animals, seasonal immunization. After got the training, he improved methods of raising animals for each types following by technical procedures that make animals grow up. Raising pigs around 1 year can sell out 9 pigs equivalent to 81 kilograms worth 2,835,000 kip, there are 04 pigs breeds increased, for goats raising within 01 year can breed 11 goats and he can sell out 09 goats equivalent to 135 kilograms worth 4,725,000 kips, there are 06 pigs breeds left. In the late of 2014, he has gained incomes from selling animals in the total amount of 7,560,000 kip.

At the beginning of 2015, he can pay back the loan including interests to SHG and the Integrated Livestock Fund from the DAFO of Hiem District. Therefore, after deducting the capital, there will be a profit of 1,560,000 Kip and there also have some pig and goat breeds. Then He bought 03 cocks and 07 hens and a variety of fish that fast-growing that the market needed add to the existing 10 kilograms. In addition, the animal shelter is also built along the bank of the fish pond in order to reduce the cost of raising fish.

After his income generation activities implemented, up to now, he earns incomes from selling animals an average of about 17 million kip per year. Through implementing those activities, he is able to share lessons learnt from real experiences with SHG members in the village and with the villages nearby who come to learn with him.