ຄອບຄົວທຸກຍາກຂອງບ້ານຫີນແຮ່ ເມືອງໂພນທອງ ໄດ້ຮັບເຄື່ອງຊ່ວຍເຫຼືອບັນເທົາທຸກ

Posting Date: 
08 Oct 2020

 

ຄອບຄົວທຸກຍາກຂອງບ້ານຫີນແຮ່ ເມືອງໂພນທອງ

 

ໄດ້ຮັບເຄື່ອງຊ່ວຍເຫຼືອບັນເທົາທຸກ

 

ໃນວັນທີ 28 ກັນຍາປີ 2020 ຜ່ານມາທ່ານ ພູມີ ແກ້ວວັນດີ, ຫົວຫນ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງໂພນທອງ, ແຂວງຫຼວງພະບາງ, ຕາງຫນ້າຫ້ອງວ່າການເມືອງ, ພ້ອມດ້ວຍທິມງານ ທລຍ ແຂວງ ແລະ ທລຍ ປະຈຳເມືອງໂພນທອງ ຕະຫຼອດຮອດຂະແໜງການທີ່ກ່ຽວຂ້ອງຂອງເມືອງເຂົ້າຮ່ວມເປັນສັກຂີພິຍານ ໄດ້ມອບເຄື່ອງຊວ່ຍເຫຼືອບັນເທົາທຸກ ໃຫ້ປະຊາຊົນຄອບຄົວທຸກຍາກຈຳນວນ 35 ຄອບຄົວ, ນັກຮຽນໃນຮຽນປະຖົມສົມບູນພາຍໃນບ້ານ 42 ຄົນ, ຍິງ 25 ຄົນ ແລະ ຄູ 2 ຄົນ ຂອງບ້ານຫີນແຮ່ ເມືອງໂພນທອງ ແຂວງຫຼວງພະບາງເຄື່ອງທີ່ນຳມາມອບໃນຄັ້ງນີ້ ປະກອບມີ ເຄື່ອງນຸ່ງຫົ່ມຈໍານວນ 35 ຖົງ, ປື້ມຂຽນ 100 ຫົວ, ບິກ 50 ກ້ານ, ສໍດຳ 144 ກ້ານ ລວມມູນຄ່າທັງໝົດ 3,500,000 ກີບ.