ຄອບຄົວແບບຢ່າງດ້ານສຸຂະອານາໄມ

Posting Date: 
21 Aug 2018

ຄອບຄົວແບບຢ່າງດ້ານສຸຂະອານາໄມ

ໂດຍ:​ ທລຍ

ບ້ານພໍ່ຕັງປະກອບມີ 39 ຫລັງຄາເຮືອນ, ມີຄອບຄົວທຸກທີ່ສຸດ 3 ຄອບຄົວ,ທຸກທຳມະດາ 16 ຄອບຄົວ, ທຸກປານກາງ 16 ຄອບຄົວ, ບໍ່ທຸກ 4 ຄອບຄົວ ມີພົນລະເມືອງ 331 ຄົນ,ຍິງ 176 ຄົນ ເປັນເຜົ່າຕະໂອ້ຍ.

ທ່ານ ອຳສັງ ອາຍຸ 52 ປີ ໃນຄອບຄົວລວມມີຈຳນວນພົນທັງໝົດ 8 ຄົນ ເປັນປະຊາຊົນຢູ່ ບ້ານ ພໍ່ຕັງ ກຸ່ມດູບເມືອງຕະໂອ້ຍ ແຂວງສາລະວັນ

ກ່ອນໜ້າໂຄງການ ທລຍ ບໍ່ທັນຊ່ວຍເຫລືອນໍ້າລິນ ແລະ ລະດົມຊຸກຍູ້ອະນາໄມ 3 ສະອາດ ປະຊາຊົນບ້ານພໍ່ຕັງໄດ້ຖ່າຍຊະຊາຍ ຕາມສວນແຄມບ້ານ  ເຊິ່ງບໍ່ຖືກຫລັກອະນາໄມ ແລະ ບໍ່ສະດວກໂດຍສະເພາະຍາມກາງຄືນ ເນື່ອງຈາກສະມາຊິກໃນເຮືອນສ່ວນຫລາຍເປັນແມ່ຍິງ, ການຖ່າຍໃສ່ວິດ ຫລາຍຄົນຄິດຍາກ ຍ້ານພິດຮີດຜິດຄອງຕາມການເຊື່ອຖື.

ພາຍຫລັງ ທລຍ ໄດ້ມາເຮັດວຽກຢູ່ບ້ານ ທ່ານ ອຳສັງ ໄດ້ເຂົ້າຮ່ວມຮັບຟັງຜົນກະທົບ ແລະ ສິ່ງທີ່ອັນຕະລາຍຂອງການຖ່າຍຊະຊາຍ,ໃນທີ່ສຸດ ທ່ານ ອຳສັງ ໄດ້ຕັດສິນໃຈ ໃຊ້ເງິນ ທີ່ເກັບອອມຈາກການຂາຍມັນຕົ້ນ ລວມປະມານ 5 ລ້ານກີບ ລົງມືສ້າງວິດຖ່າຍ ທີ່ມີຫ້ອງອາບນໍ້າຢູ່ນຳກັນສໍາເລັດຕາມເປົ້າໝາຍທີ່ວາງໄວ້. ຈາກນັ້ນ ລາວກໍ່ໄດ້ຊຸກຍູ້ຄອບຄົວອື່ນໆ ເຮັດຕາມຄວາມສາມາດຂອງຄອບຄົວໃຜລາວຢ່າງເປັນຮູບປະທໍາ.

ປະຈຸບັນແຕ່ລະຄອບຄົວພາຍໃນບ້ານ 39 ຄອບຄົວ ມີວິດຖ່າຍ, ສະມາຊິກທຸກຄົນໃນແຕ່ລະຄົວເຮືອນກໍ່ໄດ້ຖ່າຍໃສ່ວິດ ແລະ ມີຄວາມສະດວກສະບາຍ ແລະ ບ້ານພໍ່ຕັງໄດ້ປະກາດເປັນບ້ານສາທາລະນະສຸກ ໃນປີ2017 ເປັນທີຮຽບຮ້ອຍ.