ຄະນະທິມງານທະນາຄານໂລກ ແລະ ຄະນະທິມງານ ທລຍ ໄດ້ທົບທວນຄືນ ຜົນຂອງການປຶກສາຫາລືການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ

Posting Date: 
18 Jun 2021

ຄະນະທິມງານທະນາຄານໂລກ ແລະ ຄະນະທິມງານ ທລຍ ໄດ້ທົບທວນຄືນ

ຜົນຂອງການປຶກສາຫາລືການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ

 

ໃນຕອນເຊົ້າຂອງວັນທີ 18 ມິຖຸນາ 2021 ຄະນະທິມງານຂອງທະນາຄານໂລກ ຮ່ວມກັບຄະນະອໍານວຍການ ກອງທຶນຫຼຸດຜ່ອນຄວາມທຸກຍາກ ເຂົ້າຮ່ວມການພົບປະ ລາຍງານ ຜົນສໍາເລັດຂອງການປຶກສາຫາລື ການຈັດຕັ້ງປະຕິບັດວຽກງານຂອງ ທລຍ ໃນໄລຍຜ່ານມາ ພາຍຫຼັງທີ່ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ຕົ້ນປີ 2020 ໄລຍະທຶນເພີ່ມຕື່ມ ແຕ່ວັນທີ 14-18 ມິຖຸນາ 2021 ໃຫ້ ທ່ານ ປອ. ເພັດ ພົມພິພັກ, ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ປະທານສະພາບໍລິຫານຂອງ ທລຍ ຮັບຊາບ. ໂດຍລວມ ຄະນະທິມງານທະນາຄານໂລກ ນໍາໂດຍ ທ່ານ ເບັນຈາມິນ ເບີກຣາສ ຕາງໜ້າໃຫ້ທະນາຄານໂລກ ໃນກອງປະຊຸມທາງໄກ ຊຶ່ງທັງສອງຝ່າຍກໍໄດ້ໄດ້ຕີລາຄາສູງກ່ຽວກັບຄວາມຄືບໜ້າຂອງວຽກງານ ທລຍ ນັບແຕ່ປີ 2020, ເປັນຕົ້ນໄດ້ຊີ້ໃຫ້ ເຫັນຄວາມເອົາໃຈໃສ່ໃນການຮ່ວມມື ຊ່ວຍເຫຼືອທາງດ້ານການເງິນ, ດ້ານວິຊາການຊຶ່ງໄດ້ຈັດຕັ້ງປະຕິບັດໃນແຕ່ລະໜ້າວຽກ ມີຜົນສໍາເລັດຕາມຄາດໝາຍເປັນກ້າວໆມາ ແລະ ກໍເປັນທີ່ເພີ່ງພໍໃຈຢ່າງສູງ ໂດຍສະເພາະ ວຽກງານທາງດ້ານການຄຸ້ມຄອງບໍລິຫານ-ການເງິນ, ການຈັດຊື້-ຈັດຈ້າງ, ການຕິດຕາມ-ປະເມີນຜົນໂຄງ ການ, ວຽກງານປັບປຸງຊີວິດການເປັນຢູ່ ແລະ ສົ່ງເສີມໂພຊະນາການ, ວຽກງານປົກປ້ອງຜົນກະທົບທາງດ້ານສັງຄົມ- ສິ່ງ ແວດລ້ອມ ແລະ ອື່ນໆ.

 

ທ່ານ ປອ. ເພັດ ພົມພິພັກ, ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ກ່າວວ່າ: ກອງທຶນຫຼຸດຜ່ອນຄວາມທຸກຍາກ ແມ່ນໂຄງການທີ່ເປັນບຸລິມະສິດເປົ້າໝາຍຂອງລັດຖະບານລາວໃນການພັດທະນາ ແລະ ແກ້ໄຂຄວາມທຸກຍາກໃຫ້ກັບປະຊາຊົນບັນດາເຜົ່າທີ່ຢູ່ເຂດຫ່າງໄກສອກຫຼີກໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກຢ່າງສີ້ນເຊິງ ນອກຈາກນັ້ນ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດຕັ້ງປະຕິບັດນະໂຍບາຍຂອງລັດຖະບານ ໄດ້ເອົາແຜນງານພັດທະນາຊົນນະບົດ ແລະ ຫຼຸດ ຜ່ອນຄວາມທຸກຍາກ ມາເປັນແຜນງານໜຶ່ງທີ່ເປັນບຸລິມະສິດຂອງກະຊວງ ເພື່ອສຸມໃສ່ພັດທະນາໃຫ້ປະຊາຊົນທີ່ທຸກຍາກ, ຢູ່ເມືອງທຸກຍາກ ໄດ້ມີເງື່ອນໄຂທໍາມາຫາກິນ ທີ່ໝັນຄົງ ຖາວອນ ໂດຍສະເພາະການປູກ ການລ້ຽງ ຫຼື ກິດຈະກໍາຕ່າງໆທີ່ສາມາດຕິດພັນກັບຕະຫຼາດ ສ້າງລາຍຮັບໃຫ້ປະຊາຊົນ ພ້ອມທັງມີອາຫານການກິນທີ່ມີໂພຊະນາການທີ່ດີປອດສານຜິດ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ມີຄວາມຢູ່ດີ ກິນດີ ເຮັດໃຫ້ເຂົາເຈົ້າຮູ້ຈັກວາງແຜນພັດທະນາຄອບຄົວ ຮູ້ຈັກສ້າງລາຍຮັບໃຫ້ກັບຄອບຄົວ; ເປັນແຜນງານພັດທະນາຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ ແລະ ວັດທະນະທໍາສັງຄົມຕ່າງໆ

ກອງທຶນຫຼຸດຜ່ອນຄວາມທຸກຍາກ ແມ່ນໂຄງການທີ່ສໍາຄັນທີ່ສຸດຂອງລັດຖະບານ. ສະນັ້ນ, ຂ້າພະເຈົ້າເຫັນດີກັບຄໍາເຫັນຂອງຊ່ຽວຊານທະນາຄານໂລກ ທີ່ຕ້ອງສຸມໃສ່ພັດທະນາຕາມແຜນບຸລິມະສິດຄວາມຕ້ອງການຂອງບ້ານເປົ້າໝາຍທີ່ກອງທຶນຫຼຸດຜ່ອນຄວາມທຸກຍາກ ໄດ້ນໍາພາເຮັດເຊິ່ງເຫັນວ່າມີຫຼາຍໆໂຄງການໄດ້ນໍາໃຊ້ແຜນດັ່ງກ່າວເປັນບ່ອນອິງໃນການພັດທະນາບ້ານເພື່ອເຮັດໃຫ້ບ້ານດັ່ງກ່າວຫຼຸດພົ້ນອອກຈາກຄວາມທຸກຍາກ.

 

ສະນັ້ນ, ຂ້າພະເຈົ້າຕາງໜ້າກະຊວງກະສິກໍາ ແລະ ປ່າໄມ້ ກໍຄືລັດຖະບານ ຢາກສະເໜີຕໍ່ທິມງານທະນາຄານໂລກສືບຕໍ່ໃຫ້ການສະໜັບສະໜູນທຶນຮອນໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ພ້ອມທັງສຶກສາລະອຽດຕໍ່ຜົນກະທົບຂອງພະຍາດໂຄວິດ-19 ຕໍ່ກັບຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນລາວບັນດາເຜົ່າ ແລະ ຊອກຫາທາງອອກຊ່ວຍ ໂດຍສະ ເພາະບັນຫາແຮງງານລາວທີ່ກັບຄືນສູ່ພູມລໍາເນົາ ແລະ ແຮງງານພາຍໃນປະເທດ ທີ່ຜູ້ປະກອບການໄດ້ຍຸດສັນຍາຮັບຈ້າງ; ໃຫ້ທາງທະນາຄານໂລກຊ່ວຍຄົ້ນຄວ້າສືບຕໍ່ ແຫຼ່ງທຶນສະໜັບສະໜູນໂຄງການປັບປຸງຊີວິດການເປັນຢູ່ ໂດຍຮູບການຜະ ລິດກະສິກໍາເປັນສິນຄ້າ ເພື່ອສົ່ງອອກຕະຫຼາດບັນດາປະເທດອ້ອມຂ້າງ ໂດຍມີແຫຼ່ງທຶນດອກເບ້ຍຕໍ່າໃຫ້ປະຊາຊົນສາມາດເຂົ້າເຖິງໄດ້ ລວມໄປເຖິງ 6 ແຂວງເປົ້າໝາຍຂອງ ທລຍ ທີ່ຈະສີ້ນສຸດໃນການຈັດຕັ້ງປະຕິບັດໂຄງການໃນທ້າຍປີ 2021 ນີ້ ປະຊາຊົນທີ່ອາໃສ່ລຽບຕາມຊາຍແດນຍັງທຸກຍາກຫຼາຍ ດ້ວຍເຫດນີ້ ຈຶ່ງຂໍສະເໜີທຶນສະໜັບສະໜູນຈາກທະນາຄານໂລກຕື່ມ ເພື່ອສືບຕໍ່ຊ່ວຍເຫຼືອ 6 ແຂວງດັ່ງກ່າວໃນຮູບແບບປັບປຸງຊີວິດການເປັນຢູ່ ແລະ ຜະລິດກະສິກໍາເປັນສິນຄ້າທ່ານ ເພັດ ພົມພິພັກ ກ່າວເນັ້ນຕື່ມ.