ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງກະສິກໍາ ແລະ ປ່າໄມ້ ລົງຊຸກຍູ້ວຽກງານຂໍ້ແຂ່ງຂັນຊາວໜຸ່ມ 4 ບຸກ ຢູ່ໜ່ວຍຊາວໜຸ່ມຮາກຖານ ກອງທຶນຫຼຸດຜ່ອນຄວາມທຸກຍາກ

Posting Date: 
13 Sep 2021

ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງກະສິກໍາ ແລະ ປ່າໄມ້ ລົງຊຸກຍູ້ວຽກງານຂໍ້ແຂ່ງຂັນຊາວໜຸ່ມ 4 ບຸກ ຢູ່ໜ່ວຍຊາວໜຸ່ມຮາກຖານ ກອງທຶນຫຼຸດຜ່ອນຄວາມທຸກຍາກ

ໃນວັນທີ 10 ກັນຍາ 2021 ຜ່ານມາ, ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ລົງຊຸກຍູ້ວຽກງານຂໍ້ແຂ່ງຂັນຊາວໜຸ່ມ 4 ບຸກ ຢູ່ໜ່ວຍຊາວໜຸ່ມຮາກຖານ ກອງທຶນຫຼຸດຜ່ອນຄວາມທຸກຍາກ ເຊິ່ງນໍາໂດຍທ່ານ ບຸນເຫຼືອ ສີຫາລາດ, ຫົວໜ້າຄະນະ ລົງຊຸກຍູ້ ວຽກງານຊາວໜຸ່ມ 4 ບຸກ ຈາກ ກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຄະນະ; ໃຫ້ກຽດ ຕ້ອນຮັບຄະນະລົງຊຸກຍູ້ ຄັ້ງນີ້ ໂດຍແມ່ນ ທ່ານ ພັດນະຄອນ ຄັນທະມີໄຊ ເລຂາໜ່ວຍພັກຮາກຖານ ກອງທຶນຫຼຸດຜ່ອນຄວາມທຸກຍາກ, ຜູ້ອໍານວຍການບໍລິຫານ ກອງທຶນຫຼຸດຜ່ອນຄວາມທຸກຍາກ ພ້ອມດ້ວຍຮອງເລຂາໜ່ວຍພັກຮາກຖານ, ເລຂາ ແລະ ຮອງເລຂາ ໜ່ວຍຊາວໜຸ່ມຮາກຖານ ກອງທຶນຫຼຸດຜ່ອນຄວາມທຸກຍາກ ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສົມກຽດ ມີຜູ້ເຂົ້າຮ່ວມທັງໝົດລວມ 13 ທ່ານ.

ຈຸດປະສົງຂອງການລົງຊຸກຍູ້ໃນເທື່ອນີ້ແມ່ນເພື່ອເປັນການຊຸກຍູ້, ຕິດຕາມ ການສະຫຼຸບຕີລລາຄາ ແລະ ປະເມີນ ການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມ ກອງທຶນຫຼຸດຜ່ອນຄວາມທຸກຍາກ ປະຈໍາປີ 2021 ຜ່ານມາ ແລະ ສະເໜີທິດທາງແຜນການ ປີ 2022.

ໃນກອງປະຊຸມ ຫົວໜ້າຄະນະລົງຊຸກຍູ້ ໄດ້ນໍາສະເໜີ ຈຸດປະສົງ ແລະ ເປົ້າໝາຍ ຂອງການລົງເຮັດວຽກຄັ້ງນີ້ ຢ່າງລະອຽດ ຕໍ່ກັບການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມ; ຈາກນັ້ນ, ທາງຄະນະກໍ່ໄດ້ຂຶ້ນທົບທວນຄືນ ເອກະສານບົດແນະນໍາ ເລກທີ 333/ລຂ ວ່າດ້ວຍການຈັດຕັ້ງປະຕິບັດຂະບວນການຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມລາວ; ຫຼັງຈາກຮັບຟັງການອະທິບາຍເອກະສານ ດັ່ງກ່າວແລ້ວ, ສະຫາຍ ເລຂາໜ່ວຍຊາວໜຸ່ມຮາກຖານ ກອງທຶນຫຼຸດຜ່ອນຄວາມທຸກຍາກ ກໍ່ໄດ້ຂຶ້ນລາຍງານ ສະພາບການດໍາເນີນວຽກງານຕີລາຄາ ການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 4 ບຸກ ຂອງໜ່ວຍຊາວໜຸ່ມຮາກຖານ ທລຍ ຢ່າງລະອຽດຕາມທຸກຂັ້ນຕອນ ແລະ ໄດ້ລາຍງານຕໍ່ກອງປະຊຸມວ່າ ໃນປີ 2021 ໜ່ວຍຊາວໜຸ່ມຮາກຖານ ແມ່ນສາມາດບັນລຸຂໍ້ແຂ່ງຂັນ 4 ບຸກໃນລະດັບ 91% ແລະ ຈັດເປັນປະເພດ ແຂງ.

ນອກຈາກນີ້, ໃນກອງປະຊຸມ ຍັງໄດ້ຜັດປ່ຽນກັນປະກອບຄໍາຄິດຄໍາເຫັນຕໍ່ກັບການສະຫຼຸບຕີລາແລະ ປະເມີນຜົນການຈັດຕັ້ງ ປະຕິບັດ ຂໍ້ແຂ່ງຂັນ 4 ບຸກ ຢ່າງກົງໄປກົງມາ ເຊິ່ງມີບາງຈຸດ ກອງປະຊຸມໄດ້ສະເໜີໃຫ້ທາງໜ່ວຍຊາວໜຸ່ມຮາກຖານ ກວດກາເບິ່ງຄືນ ຜົນຂອງການປະເມີນແຜນປີ 2021 ພ້ອມທັງປັບປຸງບົດລາຍງານ ໃຫ້ເອົາເນື້ອໃນຜົນງານອັນພົ້ນເດັ່ນເຂົ້າໃສ່ ໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ການຫັນເອົາພະນັກງານ ຊາວໜຸ່ມລົງເຮັດວຽກ ປະຈໍາຢູ່ບ້ານ ຈໍານວນ 100 ຄົນ ເພື່ອຈັດຕັ້ງປະຕິບັດໂຄງການ, ສ້າງຄວາມເຂັ້ມແຂງໃຫ້ບ້ານ ແລະ ປັບປຸງທິດທາງແຜນການຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມປີ 2022 ໃຫ້ຕິດພັນກັບການຈັດຕັ້ງປະຕິບັດໂຄງການຢູ່ໃນ 4 ແຂວງ, 12 ເມືອງ, 465 ບ້ານ ໃຫ້ມີໝາກຜົນບັນລຸໄດ້ຕາມແຜນການຂອງຊາວໜຸ່ມວາງອອກ.

 

ໃນບັ້ນທ້າຍ ທ່ານ ພັດນະຄອນ ຄັນທະມີໄຊ ເລຂາໜ່ວຍພັກຮາກຖານ ກອງທຶນຫຼຸດຜ່ອນຄວາມທຸກຍາກ, ຜູ້ອໍານວຍການບໍລິຫານ ກອງທຶນຫຼຸດຜ່ອນຄວາມທຸກຍາກ ໄດ້ກ່າວເນັ້ນ ໃຫ້ໜ່ວຍ ຊາວໜຸ່ມປະຊາຊົນປະຕິວັດລາວ ຮາກຖານ ກອງທຶນຫຼຸດຜ່ອນຄວາມທຸກຍາກ ເອົາໃຈໃສ່ປະຕິບັດຂໍ້ແຂ່ງຂັນ 4 ບຸກ ດ້ວຍຄວາມຮັບຜິດຊອບສູງ ເປັນກໍາລັງແຮງໃຫ້ແກ່ການຈັດຕັ້ງຜັນຂະຫຍາຍ ທິດທາງແຜນການ ຂອງກອງທຶນ ແລະ ເອົາໃຈໃສ່ໃນການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍຊາວໜຸ່ມ ໃຫ້ເປັນຮູບປະທໍາ ຕິດພັນກັບການກັບຂໍ້ແຂ່ງຂັນ 4 ບຸກ ໂດຍສະເພາະແມ່ນ ການປະຕິບັດສິດ ແລະ ໜ້າທີ່ຂອງຊາວໜຸ່ມ ປະກອບມີ: 7 ໜ້າທີ່ຂອງຊາວໜຸ່ມ, ພັນທະຕ່າງໆຂອງຊາວໜຸ່ມ ກໍ່ຄືການປະຕິບັດ 5 ຂໍ້ຫ້າມ ເຊັ່ນ: ຫ້າມຂາຍຢາເສບຕິດ; ຫ້າມຊື້-ຂາຍປະເພນີ; ຫ້າມເຜີຍແຜ່ສິ່ງລາມົກອານາຈານ; ການເຜີຍແຜ່ວັດທະນາທໍາທີ່ບໍ່ດີ ທີ່ຂັດຕໍ່ຮີດຄອງອັນດີງາມຂອງຊາດລາວ; ຫ້າມການຊື້ຂາຍອາວຸດ-ສານພິດຕ່າງໆ; ຫ້າມການກໍ່ຄວາມແບ່ງແຍກຊົນຊາດຊົນເຜົ່າ, ກຸ່ມກ້ອນ, ພັກພວກ ແລະ ອື່ນໆ.