ຄະນະຜູ້ແທນກອງປະຊຸມລົງຢ້ຽມຢາມກິດຈະກໍາຂອງ ກຸ່ມ ກຊກ

Posting Date: 
03 Oct 2019

ຄະນະຜູ້ແທນກອງປະຊຸມລົງຢ້ຽມຢາມກິດຈະກໍາຂອງ ກຸ່ມ ກຊກ

 

ເພື່ອຜັນຂະຫຍາຍເນື້ອໃນໃຫ້ປະກົດຜົນເປັນຈິງຂອງ ກອງປະຊຸມ  ຜັນຂະຫຍາຍຕົວແບບ ກຸ່ມຊ່ວຍເຫຼືອກັນ ແກ້ໄຂຄວາມທຸກຍາກ ພາຍໃຕ້ ກອງທືນຫຼຸດຜ່ອນຄວາມທຸກຍາກ (ທລຍ) ຢູ່ແຂວງສະຫວັນນະເຂດ  ໃນຄັ້ງວັນທີ 2/10/2019 ຜ່ານມານັ້ນ  ທ່ານ ຈິດ  ທະວີໃສ  ຜູ້ອໍານວຍການບໍລິຫານ ທລຍ ພ້ອມດ້ວຍຄະນະ ໄດ້ນໍາພາຜູ້ແທນກອງປະຊຸມດັ່ງກ່າວ ລົງຢ້ຽມຢາມ   ສາມະຊິກ ກຊກ ຂອງ ເມືອງ ເຊໂປນ ເພື່ອກະກຽມຄວາມພ້ອມໃນການມອບຮັບ ໂຄງການໃຫ້ແກ່ ທ້ອງຖີ່ນໃນການ ສືບຕໍ່ຕິດຕາມຜັນຂະຫຍາຍໃຫ້ໄດ້ຮັບຜົນສໍາເລັດໂດຍໄວ.

  ເມືອງເຊໂປນ ເປັນເມືອງທີ່ຕັ້ງຢູ່ໃນເຂດພູດອຍ ຫ່າງໄກ ຈາກເທດສະບານແຂວງ 195 ກິໂລແມັດ ເຖິງວ່າຢູ່ໃນເຂດຕົວເມືອງຈະມີເສັ້ນທາງໄປມາສະດວກສະບາຍ ແຕ່ກໍຍັງມີຫຼາຍບ້ານ ທີ່ຢູ່ເຂດຫ່າງໄກສອກຫຼີກ ເສັ້ນທາງທຽວໄດ້ແຕ່ລະດູດຽວ.

  ເມືອງ ດັ່ງກ່າວນີ້ໄດ້ຮັບການສະໜັບສະໜູນ ຈາກ ທລຍ ເລີ່ມແຕ່ປີ 2002 ເປັນຕົ້ນມາເຊິ່ງມີຈໍານວນບ້ານເປົ້າໝາຍທັງໝົດ ໃນປະຈຸບັນນີ້ 62 ບ້ານຂື້ນກັບ 12 ກຸ່ມບ້ານ.        ໃນປີ 2012 ເມືອງດັ່ງກ່າວນີ້ກໍໄດ້ຮັບການສະໜັບສະໜູນໃນການທົດລອງ ໃນການຈັດຕັ້ງປະຕິບັດ ວຽກງານປັບປຸງຊີວິດການເປັນຢູ່ ເຊື່ອມສານໂພຊະນາການ ເຊິ່ງມີຈໍານວນ 30 ບ້ານເປົ້າໝາຍ, ມີກຸ່ມ ກຊກ ທັງໝົດ 155 ກຸ່ມ ມີສະມາຊິກທັງໝົດ 1.750 ຄົນ, ຍິງ 1,293 ຄົນ ໄດ້ຮັບທືນສະໜັບສະໜູນເປັນທືນໝູນວຽນທັງໝົດ 1.8 ຕື້ກວ່າ ກີ້ບ ແລະ ມາຮອດປະຈຸບັນນີ້. ສາມະຊິກ ໃນແຕ່ລະບ້ານສາມາດທ້ອນເງິນໄດ້ທັງໝົດ 373 ລ້ານກວ່າກີບ ແລະ ມີ 8 ບ້ານສາມາດບໍລິຫານກອງທຶນດ້ວຍຄວາມເຂັ້ມແຂງ ພ້ອມທັງສາມາດ ຂະຫຍາຍກິດຈະກໍາອອກໄປຫຼາຍຢ່າງເຊັ່ນ : ການລ້ຽງປາ, ການລ້ຽງເປັດ-ໄກ່, ການລ້ຽງແບ້ ,ການລ້ຽງໝູ, ການປູແຂມ, ການປູກ ມັນຕົ້ນ, ເຮັດຫັດຖະກໍາຕໍ່າແຜ່ນແພ, ສີ້ນ, ເຮັດຫັດຖະກໍາທັກຟອຍ.

                ເຊິ່ງເຫັນວ່າ ຮູບແບບວິທີດໍາເນີນຂອງກຸ່ມ ກຊກບວກໃສ່ຜົນສໍາເລັດໃນໄລຍະຜ່ານມາ ກຸ່ມດັ່ງກ່າວນັ້ນມີຄວາມເຂັ້ມແຂງພໍສົມຄວນ ສະນັ້ນ

ຈື່ງຈະໄດ້ມີການມອບຮັບໂຄງການດັ່ງກ່າວ ໃຫ້ເປັນຄວາມຮັບຜິດຊອບຂອງ ທ້ອງຖີ່ນໃນການຕິດຕາມ ຊຸກຍູ້ ຜັນຂະຫຍາຍຕໍ່ໄປ ພາຍຫຼັງປີ 2019.