ຊຸມຊົນຮຽນຮູ້ຕົວຈິງກັບການແຕ່ງກິນອາຫານທີ່ມີໂພຊະນາການ

Posting Date: 
29 Mar 2021

 

ຊຸມຊົນຮຽນຮູ້ຕົວຈິງກັບການແຕ່ງກິນອາຫານທີ່ມີໂພຊະນາການ

 

ເພື່ອເປັນການໃຫ້ຄວາມຮູ້ ແລະ ຊຸກຍູ້ໃນການປ່ຽນພືດຕິກໍາໃນການກິນອາຫານທີ່ບໍ່ມີໂພຊະນາການໃຫ້ແກ່ຊຸມຊົນຜູ້ທຸກຍາກຫ່າງໄກສອກຫຼີກ ໂດຍສະເພາະແມ່ນແມ່ຍິງຖືພາ, ແມ່ລູກອ່ອນ ແລະ ເດັກອາຍຸ6-23ເດືອນ. ສະນັ້ນ, ໃນວັນທີ 26 ມີນາ 2021 ກອງທຶນຫຼຸດຜ່ອນຄວາມທຸກຍາກ ເມືອງກວນ, ແຂວງຫົວພັນ ໄດ້ສົມທົບຫ້ອງການສາທາລະນະສຸກເມືອງ ລົງໄປບ້ານເມືອງນາ ນໍາພາແຕ່ງກິນອາຫານໂພຊະນາການ ເປັນຕົ້ນແມ່ນ ແກງປາໃຫ້ແມ່ຖືພາແລະແມ່ລູກອ່ອນ, ການບົດເຂົ້າຈ້າວເປັນແປ້ງ,ຖົ່ວຂຽວບົດເປັນແປ້ງ ແລະ ບົດໝາກກ້ວຍໃຫ້ເດັກ ຊຶ່ງມີແມ່ຍິງຖືພາ5ຄົນ, ແມ່ລູກອ່ອນ 4 ຄົນ ແລະ ເດັກອາຍຸ6-23 ເດືອນມີ29ຄົນເຂົ້າຮ່ວມ. ຜ່ານການສາທິດເຮັດຕົວຈິງເຫັນໄດ້ວ່າຊຸມຊົນມີຄວາມເຂົ້າໃຈຫຼາຍຂຶ້ນຕໍ່ກັບອາຫານທີ່ເປັນໂພຊະນາການ ແລະ ຈະສືບຕໍ່ຜັນຂະຫຍາຍຄວາມຮູ້ດັ່ງກ່າວເຂົ້າສູ່ຊີວິດຕົວຈິງໃຫ້ເກີດຜົນປະໂຫຍດສູງສຸດ.