ຊຸມຊົນເຂັ້ມແຂງບ້ານຈຶ່ງພັດທະນາ

Posting Date: 
08 Jan 2019

ຊຸມຊົນເຂັ້ມແຂງບ້ານຈຶ່ງພັດທະນາ

 

ໂດຍ: ຄໍາໃບ  ນະລິສັກ ພັດທະນາຊຸມຊົນ ເມືອງຕະໂອ້ຍ

 

     ບ້ານພໍ່ຕັງ ບ້ານຊົນເຜົ່າຕະໂອ້ຍ ເປັນບ້ານໜຶ່ງໃນ 10 ບ້ານ, ກຸ່ມດູບ, ເມືອງຕະໂອ້ຍ,ແຂວງສາລະວັນ, ຕັ້ງຫ່າງຈາກ​​ກຸ່ມບ້ານ 1,5 ກິໂລແມັດ, ​ຫາເມືອງ 16 ກິໂລແມັດ, ​​ຫາແຂວງ 90 ກິໂລແມັດ, ທິດເໜືອຕິດກັບບ້ານພໍ່ເຊັນ, ທິດໃຕ້ຕິດກັບບ້ານດູບ, ທິດຕາເວັນ ອອກຕິດກັບພູຫຼວງ, ທິດຕາເວັນຕົກຕິດກັບ ພູລະໂປນ. ພົນລະເມືອງທັງໝົດ 331 ຄົນ, ຍິງ 176 ຄົນ, ຄົວເຮືອນທຸກທີ່​ສຸດມີ  3 ຄົວເຮືອນ, ທຸກ 16, ປານກາງ 16, ບໍ່ທຸກມີ 4 ຄົວເຮືອນ ອາຊີບຕົ້ນຕໍຂອງພໍ່ແມ່ປະຊາຊົນພາຍໃນບ້ານແມ່ນເຮັດໄຮ່ເຮັດ ນາ ແລະ ອາຊີບສຳຮອງແມ່ນຄ້າຂາຍຍ່ອຍ.

ຜ່ານມາບ້ານດັ່ງກ່າວ ໄດ້ຮັບການຊ່ວຍເຫລືອຈາກ ທລຍ ປະກອບມີ  3 ໂຄງການຍ່ອຍຄື: ກໍ່ສ້າງສຸກສາລາ ໃນ ປີ   2006 ,  ສອ້ມແປງລະບົບນໍ້າລິນໃນປີ 2017, ສະໜອງເຟີນີເຈີເຂົ້າໂຮງຮຽນປະຖົມໃນປີ 2018.

ທ່ານ ອຳສັງນາຍບ້ານບ້ານພໍ່ຕັງ ໄດ້ເລົ່າສູ່ພວກເຮົາຟັງວ່າ: “ໃນການຈັດຕັ້ງປະຕິບັດໂຄງການຍ່ອຍຜ່ານມາ ປະຊາຊົນໝົດບ້ານມີ ສວ່ນຮ່ວມຫຼາຍອີ່ຫຼີ່ ທັງຈັດຕັ້ງປະຕິບັດເອງ, ນາຍຊ່າງກໍ່ຈ້າງຄົນບ້ານອາດອນພາຍໃນເມືອງຕະໂອ້ຍເຮົາເອງ, ປະສົມປູນເອງ,  ມັດເຫຼັກເອງ,  ເທປູນເອງ ບໍລີສັດພຽງແຕ່ສົ່ງເຄື່ອງມາໃຫ້, ທີມງານຈັດຊື້-ຈັດຈ້າງ ຕິດຕາມກວດກາຄວາມຖືກຕ້ອງນໍາ ບໍລິສັດ ຈັດສົ່ງວັດສະດຸກໍ່ສ້າງຄົບ ແລະ ຖືກຕອ້ງຕາມລາຍການທີ່ຕ້ອງການ.

ນອກຈາກນັ້ນ ທີມງານຈັດຕັ້ງປະຕິບັດຂອງບ້ານ ລົງຕິດຕາມການກໍ່ສ້າງນໍານາຍຊ່າງເມື່ອມີການເປ້ເພຈິ່ງສາມາດສອ້ມແປງເອງໄດ້  ການມັດເຫຼັກການຝັງທໍ່  ການສົມປູນ ການເທຫົວງານແມ່ນປະສົມຈາງບໍ່ໄດ້ຕອ້ງປະສົມເຄັມ ເພື່ອເຮັດໃຫ້ການກໍ່ສ້າງໄດ້ມາດ ຕະຖານ ແລະ ທົນທານ.

 ນອກນັ້ນຍັງມີ ທິມງານການເງິນ ໄດ້ເຮັດໜ້າທີ່ສະຫຼຸບເງິນງວດ  ມີໜ້າທີ່ຖອນເງິນເບີກຈ່າຍເງິນກອ່ນຈະໂອນເງິນໃຫ້ບໍ ລິສັດທຸກເທື່ອ, ຕ້ອງໄດ້ກວດກາຕົວຈິງວ່າໄດ້ຈັກເປີເຊັນຈິ່ງໃຫ້ຖອນ  ຕອ້ງໄດ້ເຫັນດີເປັນເອກະພາບກັນໝົດບ້ານແລ້ວ ຈິ່ງໃຫ້ຖອນ, ແຕ່ງຕັ້ງຄະນະຄຸ້ມຄອງ ແລະ ນໍາໃຊ້ນໍ້າມີຊື່ຫົວໜ້າຈຸຄຸ້ມຄອງການນໍາໃຊ້ນໍ້າມີຊື່ຕິດໄວ້ແຕ່ລະກ໊ອກ ໄດ້ສ້າງຕັ້ງກອງທຶນບູລະນະ ສ້ອມແປງ ພ້ອມທັງຕົກລົງເຫັນດີເປັນເອກະພາບເກັບເງິນຄອບຄົວລະ 1000  ກີບ/ ເດືອນໄວ້ເພື່ອສອ້ມແປງໃນເມື່ອນໍ້າ ລີນຂອງບ້ານມີການເປ່ເພ. ປະຈຸບັນ ບ້ານພໍ່ຕັ້ງໄດ້ເກັບເງິນເຂົ້າກອງທຶນເຖິງ 624,000ກີບ’’.

 

ສໍາລັບການກໍ່ສ້າງລະບົບນໍ້າລິນໄດ້ເລີ່ມກໍ່ສ້າງໃນທ້າຍເດືອນທັນວາ 2017 ແລະ  ສໍາເລັດໃນທ້າຍເດືອນມີນາ 2018 ປະກອບມີ 4 ກ໊ອກ ເຊິ່ງມີມູນຄ່າທັງໜົດ 115,420,395 ກີບ,ທຶນຂອງ ທລຍ 95,350,395 ກີບ,ໃນນັ້ນ ຊຸມຊົນປະກອບສ່ວນທາງດ້ານແຮງງານ ແລະ ວັດຖຸທີ່ຫາໄດ້ໃນທ້ອງຖິ່ນຄິດເປັນເງິນ 20,070,000 ກີບ, ຖ້າຫາກໃຫ້ຜູ້ຮັບເໝົາເຮັດອາດລົງທຶນເຖິງ 140 ກວ່າລ້ານກີບ ສະນັ້ນ ຈຶ່ງເວົ້າໄດ້ວ່າ ຊຸມຊົນເຮັດເອງປະຢັດທຶນ ແລະ ທັງມີຄວາມຍືນຍົງ​, ເປັນຕົ້ນການ ຈັດຕັ້ງປະຕິບັດໂຄງການຍອ່ຍມີການແບ່ງຈຸແບ່ງຄວາມຮັບຜິດຊອບແຕ່ລະໜ້າວຽກທີມງານຂອງໃຜລາວ ,ປະຊາຊົນມີຄວາມບຸກບືນ ບາກບັ່ນດຸໜັ່ນຂະຫຍັນໜັ່ນພຽນ ເຊື່ອໜັ້ນຕໍ່ການນຳພາຂອງນາຍບ້ານ ນອກນັ້ນ ຍັງໄດ້ມີການແຕ່ງຕັ້ງທີມງານຄະນະຄຸ້ມຄອງໂຄງ ການນໍາໃຊ້ນໍ້າ, ມີການສ້າງລະບຽບ, ມີປ້າຍຊື່ຈຸຄຸ້ມຄອງນໍາໃຊ້ນໍ້າຕິດໄວ້ຢູ່ແຕ່ລະກອ໋ກ, ນຳໃຊ້ນໍ້າປູກພຶດຜັກສ່ວນຄົວ ແລະ ອື່ນໆ.

 

ບ້ານພໍ່ຕັງເປັນບ້ານທີ່ເຂົ້າເຖິງໄດ້ງ່າຍໄດ້ຮັບການພັດທະນາຈາກຫລາຍພາກສ່ວນເຊັ່ນ: ໂຄງການຂອງ ທລຍ  ແມ່ນຊວ່ຍເຫຼືອ ສຸກສາລາ, ໂຕະຕັ່ງ ແລະ ນໍ້າລີນ, ສາທາລະນະສຸກເມືອງຊວ່ຍເຫຼືອ ວິດຖ່າຍ, ​ສາມສະອາດ ບໍ່ໄດ້ຖ່າຍ  ຊະຊາຍ, ພາກສວ່ນຫອ້ງການກະສິກຳ ແລະ ປ່າໄມ້ເມືອງ ຄື ໂຄງການອີຟາດສ ຊວ່ຍເຫຼືອແນວພັນພືດຜັກ ແລະ ສົ່ງເສີມການປູກການລຽ້ງ, ອົງການປົກຄອງ​​ແຂວງ ຊ່ວຍ ໄຟຟ້າ, ທາງປູຢາງ ແລະ ອໍານາດການປົກຄອງບ້ານມີຄວາມເຂັ້ມແຂງ ແລະ ປະຊາຊົນມີຄວາມສາມັກຄີ, ທີມງານບ້ານສາມາດອະທິບາຍໄດ້ກ່ຽວກັບໂຄງການຍ່ອຍຂອງເຂົາເຈົ້າ, ກິດຈະກໍາຕ່າງໆ ໃນຮອບວຽນຂອງໂຄງການຍ່ອຍໄດ້ຖືກຈັດຕັ້ງປະຕິບັດຕາມຂັ້ນຕອນ, ປະຊາຊົນປູກຜັກ, ລ້ຽງປາ ແລະ ໄດ້ສ້າງວິດຖ່າຍ ເອງທຸກຄອບຄົວ, ຈົນໄດ້ປະກາດເປັນບ້ານສາທາລະນະສຸກແບບຢ່າງໃນປີ 2017.