ຊຸມຊົນເປັນເຈົ້າການ ກຳນົດທິດທາງແຜນພັດທະນາ ບ້ານຂອງຕົນ

Posting Date: 
13 Jul 2021

 

ຊຸມຊົນເປັນເຈົ້າການ ກຳນົດທິດທາງແຜນພັດທະນາ ບ້ານຂອງຕົນ

 

ໃນວັນທີ 6 ກໍລະກົດ 2021 ຜ່ານມາ, ຢູ່ບ້ານນາໄຊ ເມືອງບຸນໃຕ້, ແຂວງຜົ້ງສາລີ ພະນັກງານ ທລຍ ເມືອງບຸນໃຕ້ ໄດ້ຈັດກອງປະຊຸມຮ່ວມກັບອົງການປົກຄອງບ້ານ ແລະ ຊາວບ້ານ ໃນການວາງແຜນພັດທະນາບ້ານ ໄລຍະ 5 ປີ (2021-2025), ໂດຍມີພະນັກງານ ຈາກຫ້ອງການກຽວຂ້ອງຝ່າຍລັດຂັ້ນເມືອງ ຊຶ່ງມີຜູ້ຕ່າງໜ້າ ຫ້ອງການ ກະສິກໍາ ແລະ ປ່າໄມ້,​ ຫ້ອງການແຜນການ ແລະ ການລົງທຶນ, ແລະ ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ເຂົ້າຮ່ວມ ກອງປະຊຸມວາງແຜນພັດທະນາຂັ້ນບ້ານຄັ້ງນີ້ ແມ່ນນໍາໃຊ້ຮູບແບບການວາງແຜນແບບມີສ່ວນຮ່ວມ ຂັ້ນທ້ອງຖີ່ນ ຂອງ ກະຊວງແຜນການ ແລະ ການລົງທຶນ ຊຶ່ງໄດ້ອະທິບາຍ ຈຸດປະສົງ ແລະ ເປົ້າໝາຍໃຫ້ຊາວບ້ານໄດ້ຮັບຮູ້ ແລະ ເຂົ້າໃຈ ໃນຄວາມເປັນເຈົ້າການ ວາງແຜນພັດທະນາຂັ້ນບ້ານຕົນເອງຄັ້ງນີ້ ມີຊາວບ້ານເຂົ້າຮ່ວມທັງໝົດ192 ຄົນ,ຍິງ96ຄົນ.

 

ທີ່ປະຊຸມໄດ້ຄັດເລືອກບຸລິມະສິດຄວາມຕ້ອງການດັ່ງນີ້:

 

1.ກໍ່ສ້າງຊົນລະປະທານ

 

2.ສ້ອມແປງນໍ້າລິນ

 

3.ສ້ອມແປງເສັ້ນທາງຫາເຂດການຜະລິດ

 

4.ສ້ອມແປງໂຮງຣຽນ

 

5.ສະໜອງໜາມມາກຈັບ