ຊຸມຊົນ ກັບ ການຄຸ້ມຄອງຮັກສາໂຄງການຍ່ອຍ

Posting Date: 
21 Aug 2019

ຊຸມຊົນ ກັບ ການຄຸ້ມຄອງຮັກສາໂຄງການຍ່ອຍ

 

          ເມືອງນາແລ ແຂວງຫຼວງນໍ້າທາ ເປັນເມືອງໜຶ່ງທີ່ໄດ້ຮັບການຊ່ວຍເຫຼືອຈາກ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ນັບແຕ່ປີ 2008 ເປັນຕົ້ນມາ ເຊິ່ງປະກອບມີຫຼາຍກິດຈະກໍາທີ່ຖືກຈັດຕັ້ງປະຕິບັດ ໂດຍສະເພາະ ແມ່ນການກໍ່ສ້າງພື້ນຖານໂຄງລ່າງເຊັ່ນ: ໂຮງຮຽນ, ສ້ອມແປງເສັ້ນທາງ, ຊົນລະປະທານ, ລະບົບນໍ້າລິນ ແລະ ອື່ນໆ ປະຈຸບັນ ທລຍ ໄດ້ໃຫ້ການຊ່ວຍເຫຼືອໃນ 4 ກຸ່ມບ້ານ, 22 ບ້ານເປົ້າໝາຍ ທີ່ຍັງເຫັນວ່າມີຄວາມທຸກຍາກ ແລະ ຍັງຈະຕ້ອງໄດ້ສຶບຕໍ່ແກ້ໄຂ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນໄດ້ຮັບການແກ້ໄຂ ແລະ ຫຼຸດຜ່ອນຈາກຄວາມທຸກຍາກເທື່ອລະກ້າວ ໂດຍຜ່ານການມີສ່ວນຮ່ວມ ແລະ ຄວາມເປັນເຈົ້າການຂອງຊຸມຊົນ.

ການຄຸ້ມຄອງ ແລະ ການປົກປັກຮັກສາໂຄງການຍ່ອຍ ເປັນໜ້າວຽກໜຶ່ງຂອງ ທລຍ ທີ່ໃຫ້ຄວາມສໍາຄັນ ແລະ ໄດ້ເນັ້ນໜັກເອົາໃຈໃສ່ມາໂດຍຕະຫລອດ ໂດຍສະເພາະໃນບັນດາບ້ານເປົ້າໝາຍຂອງ ທລຍ ທີ່ໃຫ້ການສະໜັບສະໜູນ ໃນໄລຍະຜ່ານມາ ໂດຍຜ່ານການປຸກລະດົມຊຸກຍູ້ ແລະ ຝຶກອົບຮົມຄຸ້ມຄອງນໍາໃຊ້ໃຫ້ຊຸມຊົນ ພາຍຫຼັງສໍາເລັດໂຄງການຍ່ອຍ ໃນແຕ່ລະຮອບວຽນ.

ຜ່ານການຈັດຕັ້ງປະຕິບັດໂຄງການຍ່ອຍໃນແຕ່ລະບ້ານໃນໄລຍະຜ່ານມາ ຊຸມຊົນໄດ້ມີການຄຸ້ມຄອງ ແລະ ປົກປັກ ຮັກສາເປັນຢ່າງດີ ໄດ້ມີການສ້ອມແປງ, ປັບປຸງໂຄງການຍ່ອຍໃນແຕ່ລະໄລຍະ ເຊິ່ງໄດ້ສະແດງອອກຄື: ໂຄງການແຕ່ລະບ້ານ ແມ່ນຍັງສາມາດນໍາໃຊ້ເປັນຢ່າງດີ ມີການອະນາໄມ ບົວລະບັດຮັກສາໂຄງການຍ່ອຍເປັນປະຈໍາ, ມີການວາງກົດລະບຽບ, ມາດຕະການ ແລະ ແຕ່ງຕັ້ງຄະນະຮັບຜິດຊອບໃນການຄຸ້ມຄອງ ແລະ ປົກປັກຮັກສາໂຄງການຍ່ອຍ ລວມເຖິງ ການສ້າງເງິນ ກອງທຶນບູລະນະສ້ອມແປງ ເພື່ອໃຊ້ຈ່າຍເວລາໂຄງການຍ່ອຍເປ່ເພ ຊຶ່ງໄດ້ເຮັດໃຫ້ແຕ່ລະໂຄງການມີຄວາມຍືນຍົງ.