ຊຸມຊົນ ບ້ານສະກວນ ສໍາເລັດການສ້ອມແປງລະບົບນໍ້າລີນ ຕາມແຜນການທີ່ວາງໄວ້

Posting Date: 
25 Sep 2019

ຊຸມຊົນ ບ້ານສະກວນ ສໍາເລັດການສ້ອມແປງລະບົບນໍ້າລີນ ຕາມແຜນການທີ່ວາງໄວ້ 

 

ສະພາບຄວາມທຸກຍາກ ຂອງປະຊາຊົນລາວບັນດາເຜົ່າ ໃນຊົນນະບົດບໍ່ຄືກັນ, ບາງບ້ານມີນໍ້າໃຊ້ທີ່ບໍ່ສະດວກ ແລະ ບໍ່ສະອາດ, ບາງບ້ານບໍ່ມີເສັ້ນທາງເຂົ້າເຖິງຕະຫຼອດປີ, ບາງບ້ານມີເຂົ້າກຸ້ມກິນພຽງ 3 ເດືອນ, 6 ເດືອນ ຫຼື 8 ເດືອນ ເປັນຕົ້ນ. ບ້ານສະກວນ ທີ່ເປັນບ້ານຊົນເຜົ່າກຶມມຸ, ກຸ່ມບ້ານຫ້ວຍຂິງ,​ເມືອງໂພນໄຊ ແຂວງຫຼວງພະບາງ ເປັນບ້ານທີ່​​ມີລະບົບນໍ້າລິນເປ່ເພຫຼາຍ, ສະນັ້ນ, ນໍ້າຈຶ່ງບໍ່ພຽງພໍຕໍ່ການນໍາໃຊ້ພາຍໃນບ້ານ.

ບ້ານສະກວນນີ້ ເປັນບ້ານທຸກຍາກ ປະກອບມີ 154 ຄອບຄົວ, ມີ​ປະຊາກອນ​ທັງ​ໝົດ 868 ຄົນ, ຍິງ 442 ຄົນ ອາຊີບ​ຕົ້ນຕໍ​ແມ່ນ​ຖ່າງປ່າເຮັດ​ໄຮ່, ປູກຝັງ ແລະ ລ້ຽງສັດ ເປັນບ້ານທີ່​ຫ່າງ​ຈາກ​ເທດສະບານ​ເມືອງ​ປະມານ 55 ກິ​ໂລ​ແມັດ ​

ໃນຮອບ​ວຽນ​ທີ 16 (ປີ 2019) ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ ​ໂຄງການຍ່ອຍສ້ອມ​ແປງລະບົບນໍ້າ​ລິນ ຈາກຮ່ວງທຶນຂອງລັດຖະບານ ໂດຍຜ່ານ ທລຍ.  ​​ ດັງນັ້ນ, ໃນໄລຍະວາງແຜນພັດທະນາບ້ານ ປະຊາຊົນ​ພາຍໃນບ້​ານ​ໄດ້ເປັນເອກະພາບ​ກັນ​ຕັດສິນ​ໃຈຄັດ​ເລືອກ​ເອົາການສ້ອມແປງລະບົບນໍ້າລິນເປັນບຸລິມະສິດ​ຄວາມ​ຕ້ອງການອັບດັບໜຶ່ງຂອງ​ບ້ານ ໂດຍຕົວ​ແທນ​ບ້ານໄດ້ໄປປ້ອງ​ກັນ​ເອົາ​ໂຄງການດັ່ງກ່າວຢູ່ກອງປະຊຸມວາງແຜນພັດທະນາກຸ່ມບ້ານ​ ​ແລະ ໄດ້​ຖຶກຮັບຮອງເອົາເປັນບຸລິມາສິດຂອງກຸ່ມບ້ານ ຈາກນັ້ນ ​ຕົວ​ແທນ​ກຸ່ມ​ບ້ານຈຶ່ງໄປປ້ອງ​ກັນ​ຮັບຮອງເອົາ​ໂຄງການ​ດັ່ງກ່າວ​ຢູ່ກອງປະຊຸມປະສານງານວາງແຜນຂັ້ນ​ເມືອງ ເພື່ອປະສານ​ສົມທົບ​ກັບ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ໂດຍເຍືອງ​ໃສ່​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ເມືອງ​ ເພື່ອບໍ່ໃຫ້ໂຄງ ການ  ​ດັ່ງກ່າວ​ຊໍ້າ​ຊ້ອນ​ກັບໂຄງການພັດທະນາອຶ່ນໆ ທີ່ໃຫ້ການຊ່ວຍເຫຼືອພາຍໃນເມືອງ. ດ້ວຍເຫດນີ້ ໂຄງການ​ສ້ອມ​ແປງລະບົບ​ນໍ້າ​ລິນ​ບ້ານ​ດັ່ງກ່າວ ​ຈຶ່ງໄດ້​ເລີ່​ມກໍ່ສ້າງ​ໃນ​ວັນ​ທີ 20 ພຶດສະພາ 2019 ​ແລະ ສໍາ​ເລັດ​ໃນວັນ​ທີ 18 ມິຖຸນາ 2019, ​ເຊິ່ງມີ​ຄວາມ​ຍາວ​ 1 ກິໂລ​ແມັດ, ມີ 6 ລານກ໊ອກນໍ້າ, ມີຫົວງານ 1 ຈຸດ, ອ່າງເກັບນໍ້າ 1 ແຫ່ງ ຂະໜາດ 5x5x2 ແມັດ ສາມາດບັນຈຸນໍ້າໄດ້ 50 ແມັດກ້ອນ ລວມມູນຄ່າ​ການ​ສ້ອມ​ແປງທັງໝົດ 139 ລ້ານກວ່າ​ກີບ. ​ໃນ​ນັ້ນ ຊຸມ​ຊົນ​ປະ ກອບດ້ານສ່ວນ​​ແຮງ​ງານ ​ແລະ ວັດຖຸທ້ອງຖິ່ນທີ່ຫາໄດ້ ຄິດ​ເປັນ​ມູນ​ຄ່າ 11 ລ້ານກວ່າ​ກີບ.

ທ່ານ ຄຳຈັນ ດວງມະນີ, ນາຍບ້ານ ບ້ານສະກວນ ​ໄດ້​ກ່າວ​ວ່າ: ນໍ້າ​ລິນ​ຢູ່​ບ້ານ​ຂອງ​ພວກ​ຂ້າພະ​ເຈົ້າ ​ໃນ​ເບື້ອງ​ຕົ້ນ​ໄດ້ຮັບ​ການ​ສະໜັບສະ​ໜູນ​ຈາກ ໂຄງການກາແດງລາວ ​ໃນ​ປີ 2007 ພາຍຫລັງ​ທີ່​ຊົມ​ໃຊ້​ມາ​ໃນ​ໄລຍະ​ໜຶ່ງ ​​ເຮັດ​ໃຫ້​​ນໍ້າ​ຊົມ​ໃຊ້​ບໍ່​ພຽງພໍ ກັບການບໍລິໂພກ ຍ້ອນສະພາບຫົວງານເປເພ ນ້ຳຊຶ່ມລອດພື້ນ ຈຶ່ງພົບຄວາມຫຍຸ້ງຍາກໃນການນໍາໃຊ້ ເປັນຕົ້ນ ເເມ່ນລະດູແລງໃນລະຫວ່າງເດືອນ 3 ຫາ ເດືອນ 5ພາຍຫລັງ​ທີ່ໄດ້ກໍ່ສ້າງ​ສ້ອມ​ແປງ​ລະບົບນໍ້າ​ລິນຄັ້ງນີ້ແລ້ວ ສາມາດ​ຊົມ​ໃຊ້​ນໍ້າ​ໄດ້​ທຸກ​ລະດູ ຍ້ອນວ່າປະຊາຊົນໝົດບ້ານເຫັນໄດ້ເຖິງຄວາມສໍາຄັນ ຈຶ່ງໄດ້​ສ້າງ​ຕັ້ງ​ກອງ​ທຶນ​ບູລະນະ​ສ້ອມ​ແປງ ໂດຍເກັບເງິນ 1.000  ກິບ/ຄອບຄົວ​​/ເດືອນ ເພື່ອ​ໄວ້ຮັບ​ໃຊ້​ສ້ອມ​ແປງ​ລະບົບນໍ້າ​ລິນ​ແຫ່ງ​ນີ້​ໃນ​ເວລາ​ເປ່​ເພ ​ແລະ ​ຊົມ​ໃຊ້​ຢ່າງ​ຍາວ​ນານ”.“ໃນນາມນາຍບ້ານ ຂໍຕາງໜ້າໃຫ້ປະຊາຊົນໝົດທຸກຄົນ ຂໍຂອບອົກຂອບໃຈໄປຍັງລັດຖະບານ ທີ່ໃຫ້ຄວາມເອົາໃຈໃສ່ ແລະ ເບິ່ງແຍງ ຈັດສັນງົບປະມານຊ່ວຍແກ້ໄຂບັນຫາຄວາມທຸກຍາກ ຂາດແຄນນໍ້າໃຫ້ບ້ານພວກຂ້າພະເຈົ້າ ແລະ ຫວັງຢ່າງຍິງວ່າ ໃນຕໍ່ໜ້າ ບ້ານຂອງພວກເຮົາຈະໄດ້ຮັບການຊ່ວຍເຫຼືອດ້ານອຶ່ນຕື່ມອີກ.

 

 Sakuan Village Community Completed   

Water gravity-fed system renovation as planed  

 

The poverty situations of Lao ethnic minorities in ruralareas is not the same, some villages do not have water to use comfortably and unclean water, some villages do not have access to the roads for the entire year, some villages have enough rice to eat only three months; six months or eight months. Sakouan village is a Khamu ethnic village; located in Kum ban Houaykhing, Phonxay district, Luangprabang Province has a damaged gravity fed-water system, so the water is not sufficient for usein the village.

Sakouan village is a poor village which consists of 154 families; the total of population is 868 people, 442 are female. The main occupation is production of upland rice field, cultivation and livestock. The village is located far from the district municipality about 55 km.

 

          In cycle 16 (the year 2019) the village received a sub-project for renovating gravity fed-water system which is supported by the government fund through PRF. Therefore, in the period of village development planning; the villagers were in consent to select the activity of repairing gravity fed-water system as the first priority need for the village as first step, and following the second step     the village representatives defended this priority need in the Kum ban Development Plan Meeting, at this step it was endorsed as a Kum ban priority need as well.

Then, the Kum ban representatives defended their proposed priority at the District Planning and Coordination Meeting in order to align with concerned sectors by comparing with District Socio-economic Development Plan to ensure that the proposed sub-projects are not overlapped with other development organization projects supporting in the district. As the result, the renovation gravity fed-water system sub-project was started its construction on 20 May 2019 and completed on 18 June 2019, with including a length of 1 km, 6 taps,  1 water source 1 head work, 1 water tank with its size of 5x5x2m which enable to contain water of 50 m3. The total of the sub-project cost is 139 million kip. That included the community contribution both in cash and in kind which calculated as the total cost of 11 million kip.

Mr. Khamchan Duangmany, Head of Sakouan village said that “our gravity fed-water system was firstly supported by Lao Red-Cross in 2007 after using it for period of time years, the water was not enough for villagers, due to the water resource was damaged, and the water leaking into underground, it leads to being which found difficulties for using water of the community in the dry seasons during Match to May. After renovated of gravity fed-water system, the village can use water in all seasons and the villagers have realized the importance of its operation and maintenance, so they altogether set up the O&M fund by collecting 1,000 kip per family per month for repairing the gravity fed-water system when it is broken and for sustainable utilization”

“On behalf of village Head I would like to thanks the government concern and supported allocation the budget to solve the poverty and  water shortage problems for our village, and hopefully in the future our village will be  continuing  receive additional support for other needs."