ຕົວແບບໃນການປູກຕົ້ນແຂມສ້າງລາຍຮັບ

Posting Date: 
17 Jul 2019

                  ຕົວແບບໃນການປູກຕົ້ນແຂມສ້າງລາຍຮັບ

ໂດຍ: ທລຍ

ບ້ານ ນາໂທນ ກຸ່ມລາດຫໍ້ ເມືອງເຊໂປນ ແຂວງສະຫວັນນະເຂດ ເປັນບ້ານໜຶ່ງທີ່ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ)  ໄດ້ເຂົ້າໄປສົ່ງເສີມກິດຈະກໍາປັບປຸງຊີວິດການເປັນຢູ່ ໂດຍຜ່ານຮູບແບບສ້າງຕັ້ງກຸ່ມຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ (ກຊກ) ຊຶ່ງມີ ທັງໝົດ 3 ກຸ່ມ, ມີສະມາຊິກ 48 ຄົນ, ຍິງ 27 ຄົນ ເບື້ອງຕົ້ນໄດ້ຮັບການສະໜັບສະໜູນຈາກ ທລຍ 30 ລ້ານກວ່າກີບ ເພື່ອເປັນທຶນໝູນວຽນຂອງກຸ່ມ.

ສະມາຊິກກຸ່ມ ກຊກ ໄດ້ນໍາໃຊ້ທຶນດັ່ງກ່າວ ເຂົ້າໃນກິດຈະກໍາສ້າງລາຍຮັບເປັນຕົ້ນແມ່ນການລ້ຽງເປັດ, ລ້ຽງໄກ່, ລ້ຽງໝູ, ລ້ຽງແບ້, ລ້ຽງປາ...ແຕ່ເດັ່ນກວ່າໝູ່ແມ່ນການປູກຕົ້ນແຂມ   5 ຄອບຄົວ,  ແຕ່ລະຄອບຄົວໄດ້ກູ້ຢືມ 1,000,000 ກີບ  ເພື່ອປູກແຂມໃນເນື້ອທີ່ ປະມານ 1 ເຮັກຕາ  ແຕ່ລະຄອບຄົວໄດ້ຜົນຜະລິດປະມານ 1,5 ໂຕ່ນ ແຂມໜຶ່ງກິໂລຂາຍໄດ້ 8.000 ກີບ ເວົ້າລວມແລ້ວແຕ່ລະຄອບຄົວ ສາມາດມີລາຍຮັບ 12 ລ້ານກີບຕໍ່ປີ.  ເມື່ອໄດ້ຮັບຜົນດີຄືແນວນັ້ນ  ສະມາຊິກ ຜູ້ອື່ນໆ ຈຶ່ງເລືອກມາປູກຕົ້ນແຂມ  ໂດຍຫັນເອົາເນື້ອທີ່ສວນແຄມບ້ານ ມາເປັນເນື້ອທີ່ປູກຕົ້ນແຂມ ມາຮອດປະຈຸບັນ ໝົດບ້ານມີເນື້ອທີ່ປູກຕົ້ນ 70 ເຮັກຕາ (ແຂມປູກເທື່ອໜຶ່ງ ຈະມີອາຍຸ 8 ປີ ແລະ ຈະສາມາດເກັບກູ້ດອກແຂມໃນແຕ່ລະປີ). ສໍາລັບຕະຫຼາດ ມີ 2 ປະເພດ: ຖ້າຂາຍດອກແຂມ ແມ່ນຂາຍຢູ່ກັບບ້ານ ໂດຍແມ່ຄ້າ ມາຈາກປະເທດຫວຽດນາມ ມາຊື້ຢູ່ກັບບ້ານ ແລະ ຖ້າເຮັດເປັນຍູກວາດ ຈະເຮັດໃຫ້ເພີ້ມມູນຄ່າໂດຍຍູກວາດໜຶ່ງອັນຕ້ອງໃຊ້ດອກແຂມ 0.4 ກິໂລ ຂາຍໄດ້ 10.000 ກີບ. ສ່ວນຕະຫຼາດຖ້າແມ່ນຂາຍຍ່ອຍແມ່ນຂາຍໃຫ້ບ້ານໃກ້ຄຽງ ແລະ ຂາຍສົ່ງໃຫ້ຕະຫຼາດພາຍໃນເມືອງ. ປັດໃຈທີ່ເຮັດໃຫ້ມີຜົນສໍາເລັດ ແມ່ນຍ້ອນ ສະມາຊິກຂອງກຸ່ມ ໄດ້ຖືເອົາການປະຊຸມຮ່ວມກັນຢ່າງເປັນປົກກະຕິ ຢ່າງໜ້ອຍເດືອນລະ 2 ເທື່ອ ເພື່ອປຶກສາຫາລືກັນ ແລະ ຖອດຖອນບົດຮຽນນໍາກັນ ຊຶ່ງເຂົາເຈົ້າຖືວ່າການປະຊຸມ ຄືໝາກຫົວໃຈຂອງກຸ່ມ ກຊກ.