ທລຍ ກັບການພັດທະນາບ້ານ ປ່ອງໃຕ້

Posting Date: 
08 Feb 2019

ທລຍ ກັບການພັດທະນາບ້ານ ປ່ອງໃຕ້

 ໂດຍ: ​ບຸນປອນ ຄູນມະນີວົງ      

ບ້ານປ່ອງໃຕ້, ກຸ່ມບ້ານນໍ້າສັດ  ​ເມືອງນໍ້າບາກ ແຂວງຫຼວງພະບາງ ​ເປັນ​ບ້ານ ຊົນ​ເຜົ່າ​ກຶມ​ມຸ, ມີ 133 ຫລັງຄາ​ເຮືອນ, 133 ຄອບຄົວ, ມີ​ປະຊາກອນ​ທັງ​ໝົດ 595 ຄົນ, ຍິງ 273 ຄົນ ອາຊີບ​ຕົ້ນຕໍ​ແມ່ນ​ເຮັດ​ໄຮ່,  ປູກຝັງລ້ຽງສັດ ແລະ ເກັບເຄື່ອງປ່າຂອງດົງຂາຍ ເປັນອາຊີບສໍາຮອງ. ບ້ານ​ດັ່ງກ່າວ​ຕັ້ງ​ຫ່າງ​ຈາກ​ເທດສະບານ​ເມືອງ​ປະມານ 37 ກິ​ໂລ​ແມັດ ​ແຕ່​​ເສັ້ນທາງ​ໃນ​ການ​ເຂົ້າ​ຫາ​ແມ່ນ​ທຸລະກັນດານ ​ເຊິ່ງ​​ໃຊ້ເວລາໃນການ​​ເດີນທາງເຂົ້າຫາ​ໂດຍ​ລົດ​ກະບະ​ທີ່​ຂັບ​ເຄື່ອນ 4 ລໍ້ ກວ່າ 2 ຊົ່ວ​ໂມງ ຈຶ່ງ​ຮອດ​ບ້ານ​ດັ່ງກ່າວ.

ເມື່ອເວົ້າເຖິງນໍ້າກິນນໍາໃຊ້ແມ່ນອາໃສນໍ້າລິນ ທ່ານ ບຸນເຮິງ, ນາຍບ້ານ ບ້ານປ່ອງໃຕ້ ​ໄດ້​ກ່າວ​ວ່າ: “ນໍ້າ​ລິນ​ຢູ່​ບ້ານ​ຂອງ​ພວກ​ຂ້າພະ​ເຈົ້າ ​ໃນ​ເບື້ອງ​ຕົ້ນ​ໄດ້ຮັບ​ການ​ສະໜັບສະ​ໜູນ​ຈາກໂຄງການຊ່ອຍເດັກນ້ອຍນາໆຊາດ ​ໃນ​ປິ 2013 - 2014 ພາຍຫລັງ​ທີ່​ຊົມ​ໃຊ້​ມາ​ໃນ​ໄລຍະ​ໜຶ່ງ ​ໄດ້ມີໂຕອົ້ນກັດທໍ່​ເຮັດ​ໃຫ້​ທໍ່​ນໍ້າ​ລິນ​ຮົ່ວ ແລະ ແຕກ ​ເຊິ່ງ​ເຮັດ​ໃຫ້​ມີ​ນໍ້າ​ຊົມ​ໃຊ້​ບໍ່​ພຽງພໍ ໂດຍສະເພາະແຕ່ເດືອນ ພຶດສະພາ ຫາ ເດືອນ ກໍລະກົດ ສະ​ນັ້ນ ປະຊາຊົນ​ພາຍ​ໃນ​ບ້ານ​ໂດຍ​ສະ​ເພາະ​ແມ່ນ​ແມ່ຍິງ ​ແລະ ​ເດັກນ້ອຍ​ຕ້ອງ​ໄປ​ຕັກ​ນໍ້າ​ຢູ່ຫ້ວຍເຮ້ຍ ທີ່​ຫ່າງ​ຈາກ​ບ້ານ 1  ກິໂລ​ແມັດ ​ເຊິ່ງ​ໃຊ້​ເວລາ​ໃນ​ການ​ເດີນທາງ​ເຖິງ 30 ນາທີ ຈຶ່ງສາມາດເອົານໍ້າມາຮອດ ບ້ານ ຮອດເຮືອນ ເຊິ່ງສ້າງຄວາມຫຍຸ້ງຍາກລໍາບາກຫລາຍ ”

          ສະນັ້ນ ເມື່ອເຫັນຄວາມຈໍາເປັນ ແລະ ທຸກຍາກລໍາບາກຄືແນວນັ້ນ ສໍາລັບ​ຮອບ​ວຽນ​ທີ 15 ​ປີ 2018 ລັດຖະບານຈຶ່ງໄດ້ໃຫ້ທຶນສະໜັນສະໜູນ ໂດຍຜ່ານກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ໃຫ້ແກ່ບ້ານປ່ອງໃຕ້ ​ໃນການ​ສ້ອມ​ແປງນໍ້າ​ລິນ ​​ໃນ​ນັ້ນ ກ່ອນ​ຈະ​ໄດ້​ໂຄງການ​ສ້ອມ​ແປງ​ນໍ້າ​ລິນ​ດັ່ງກ່າວ​ນັ້ນ ໄດ້ຜ່ານຂະບວນການວາງແຜນປະຊາຊົນ​ໝົດ​ບ້​ານ​ໄດ້ພ້ອມ​ພາກັນ​ຕັດສິນ​ໃຈຄັດ​ເລືອກ​ການສ້ອມແປງລະບົບນໍ້າລິນດັ່ງກ່າວເປັນບຸລິມະສິດ​ຄວາມ​ຕ້ອງການອັນດັບທີ 1 ຂອງບ້ານ ໂດຍຮ່ວມກັນວາງແຜນເລີ່ມ​ແຕ່ຂັ້ນ​ບ້ານ, ຂັ້ນກຸ່ມບ້ານ ແລະ ຮັບເອົາບຸລິມະສິດດັ່ງກ່າວຢູ່ຂັ້ນເມືອງ ໂດຍປະສານ​ສົມທົບ​ກັບ​ຫ້ອງການຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ​ເພື່ອ​ເຍືອງ​ໃສ່​ແຜນ​ພັດທະນາ​ເສດຖະກິດ-ສັງຄົມຂອງ​ເມືອງ​ວ່າ ​ໂຄງການ​ກໍ່ສ້າງສ້ອມ ແປງດັ່ງກ່າວ​ບໍ່​ໄດ້​ຊໍ້າ​ຊ້ອນ​ກັນ.

          ໂຄງການ​ສ້ອມ​ແປງ​ນໍ້າ​ລິນ​ບ້ານ​ດັ່ງກ່າວ ​ຈຶ່ງໄດ້​ເລີ່​ມກໍ່ສ້າງ​ໃນ​ວັນ​ທີ 15 ມີນາ 2018 ​ແລະ ສໍາ​ເລັດ​ໃນວັນທີ 13 ສິງຫາ 2018, ນໍ້າ​ລິນ​ດັ່ງກ່າວ​ມີ​ຄວາມ​ຍາວ​ເຖິງ 10,3 ກິໂລ​ແມັດ, ປະກອບມີ 18 ກ໊ອກ ​ເຊິ່ງມີມູນຄ່າ​ການ​ກໍ່ສ້າງ​ສ້ອມແປງທັງໝົດ 348.558.818 ກີບ ໃນນັ້ນ ທຶນປະກອບສ່ວນຂອງຊຸມ​ຊົນ ທາງ​ດ້ານ​ແຮງ​ງານ ​ແລະ ວັດຖຸທ້ອງ​ຖິ່ນ ຄິດ​ເປັນ​ມູນ​ຄ່າ 23.646.000 ​ກີບ.

          ພາຍຫລັງ​ທີ່ ການກໍ່ສ້າງ​ສ້ອມ​ແປງ​ນໍ້າ​ລິນ​​ສໍາ​ເລັດ ​ແລະ ມອບຮັບໃຫ້​ຂະແໜງການທີ່ກ່ຽວຂ້ອງ ກໍຄືຊຸມຊົນເປັນຜູ້ປົກປັກຮັກສາ ແລະ ​ຄຸ້ມ​ຄອງ​ນໍາ​ໃຊ້​ແລ້ວ ​ຊາວບ້ານ​ໝົດ​ທຸກ​ຄົນ ໂດຍສະເພາະ ແມ່ນແມ່ຍິງ​ມີ​ຄວາມ​ພາກພູມ​ໃຈ ​ແລະ ສະດວກ​ສະບາຍ​ກວ່າ​ແຕ່​ກ່ອນ​ຫລາຍ ບໍ່ໄດ້ໄປຕັກນໍ້າໄກຄືແຕ່ກ່ອນແລ້ວ ມີເວລາຫາຢູ່ຫາກິນຫລາຍຂຶ້ນກວ່າເກົ່າ ແລະ ບ້ານດັ່ງກ່າວຍັງໄດ້ມີ​ການ​ສ້າງ​ຕັ້ງ​ກອງ​ທຶນ​ບູລະນະ​ ແລະ ສ້ອມ​ແປງ ​​ເພື່ອ​ຮັບ​ໃຊ້​ສ້ອມ​ແປງໃນເວລາ ​ເປ່​ເພອີກດ້ວຍ”.