ທລຍ ກັບການສື່ສານເພື່ອປ່ຽນແປງພຶດຕິກໍາ ແລະ ຄວາມຊິນເຄີຍຂອງສັງຄົມດ້ານໂພຊະນາການຢູ່ຂັ້ນຊຸມຊົນ

Posting Date: 
05 Aug 2019

ທລຍ ກັບການສື່ສານເພື່ອປ່ຽນແປງພຶດຕິກໍາ ແລະ ຄວາມຊິນເຄີຍຂອງສັງຄົມດ້ານໂພຊະນາການຢູ່ຂັ້ນຊຸມຊົນ

-      ຈາກສິ່ງທ້າທາຍໃນດ້ານໂພຊະນາການ ທີ່ໄດ້ລະບຸໄວ້ຢູ່ໃນຍຸດທະສາດການສື່ສານເພື່ອປ່ຽນແປງພຶດຕິກໍາ ແລະ ຄວາມຊິນເຄີຍຂອງສັງຄົມດ້ານໂພຊະນາການຢູ່ ສປປ ລາວ ມີຄື:

o   ເດັກນ້ອຍຂາດສານອາຫານຊໍ້າເຮື້ອ ຂັ້ນປານກາງ ຫຼື ຮ້າຍແຮງ ຫຼາຍກວ່າ 1/3 ຫຼື ປະມານ 35,6% ຂອງຈໍານວນເດັກນ້ອຍທັງໝົດໃນລາວ;

o   ເກືອບວ່າ ມີເດັກນ້ອຍປະມານ 1/10 ຫຼື 9,6% ທີ່ຂາດສານອາຫານກະທັນຫັນຂັ້ນປານກາງ ຫຼື ຮ້າຍແຮງ;

o   ຄວາມບໍ່ເທົ່າທຽມກັນໃນດ້ານໂພຊະນາການ ຍັງຂຶ້ນກັບພູມມີປະເທດ, ກຸ່ມຊົນເຜົ່າ ແລະ ສະພາບດ້ານເສດຖະກິດ;

o   ມີພຽງແຕ່ 40% ຂອງເດັກນ້ອຍ ໄດ້ກິນນົມແມ່ພຽງຢ່າງດຽວຈົນເຖິງ 6 ເດືອນ;

o   1/3 ຂອງຜູ້ເປັນແມ່ ໄດ້ເອົາອາຫານປະເພດແຫຼວ ແລະ ນໍ້ານົມອື່ນໆທີ່ບໍ່ແມ່ນນໍ້ານົມແມ່ ໃຫ້ເດັກເກີດໃໝ່ກິນພາຍໃນ 3 ມື້ ຫຼັງຈາກເກີດ;

o   39% ຂອງເດັກນ້ອຍອາຍຸລະຫວ່າງ 6 ຫາ 23 ເດືອນ ຢູ່ໃນຕົວເມືອງ ແລະ 12,9% ຂອງເດັກນ້ອຍຢູ່ຊົນນະບົດ ໄດ້ຮັບອາຫານທີ່ພຽງພໍ;

o   ມີພຽງແຕ່ 5% ຂອງເດັກນ້ອຍທັງໝົດທີ່ກິນອາຫານໝົດທຸກໆໝວດ;

 

ເພື່ອຈັດຕັ້ງຜັນຂະຫຍາຍຍຸດທະສາດດັ່ງທີ່ກ່າວມາຂ້າງເທິງນັ້ນ ທລຍ ຈະສຸມໃສ່ຈັດຕັ້ງປະຕິບັດບັນດາກິດຈະກໍາດັ່ງລຸ່ມນີ້ ຢູ່ 200 ບ້ານໃນ 12 ເມືອງຂອງ 4 ແຂວງພາກເໜືອ (ຜົ້ງສາລີ, ອຸດົມໄຊ, ຫົວພັນ ແລະ ຊຽງຂວາງ):

1.    ສ້າງຕັ້ງກຸ່ມໂພຊະນາການຊາວກະສິກຳຢູ່ຂັ້ນບ້ານ ຊຶ່ງສະມາຊິກຂອງກຸ່ມໃນແຕ່ລະບ້ານ ຈະປະກອບມີ: ແມ່ມານ, ແມ່ລູກອ່ອນ ແລະ ເດັກນ້ອຍທີ່ມີອາຍຸ 2 ປີລົງມາ;

2.   ສົ່ງເສີມການສ້າງສວນຄົວໂພຊະນາການ ຢູ່ແຕ່ລະຄົວເຮືອນ ເພື່ອຮັບປະກັນໃຫ້ມີພືດຜັກ ສໍາລັບປຸງແຕ່ງອາຫານປະຈໍາວັນ;

3.   ສະໜັບສະໜູນ ການປຸງແຕ່ງອາຫານເສີມ ໃຫ້ແກ່ສະມາຊິກກຸ່ມໂພຊະນາການຊາວກະສິກອນ ອາ ທິດລະ 2 ຄັ້ງ. ໃນແຕ່ລະຄັ້ງຈະມີການໃຫ້ຄວາມຮູ້ທາງດ້ານໂພຊະນາການໃຫ້ແກ່ສະມາຊິກກຸ່ມ ໂດຍຈະນໍາໃຊ້ເຄື່ອງມືສື່ສານທີ່ມີຢູ່ແລ້ວຂອງກະຊວງສາທາລະນະສຸກ. ນອກຈາກນັ້ນໃນເວລາກິນອາຫານເສີມ ໄປຄຽງຄູ່ກັບການ ສົນທະນາຂອງສະມາຊິກກຸ່ມກ່ຽວກັບຄາບເຂົ້າໃນມື້ນີ້ ຈະໄດ້ມີການບັນທຶກວິດີໂອ ໂດຍຊາວບ້ານເອງ ເພື່ອຈະໄດ້ນໍາເອົາໄປເຜີຍແຜ່ ຫຼື ແລກປ່ຽນກັບບ້ານອື່ນໆ.