ທລຍ ກັບການແກ້ໄຂຄວາມທຸກຍາກໃນລະດັບຄອບຄົວ

Posting Date: 
05 Feb 2019

ທລຍ ກັບການແກ້ໄຂຄວາມທຸກຍາກໃນລະດັບຄອບຄົວ

ໂດຍ: ທລຍ

 

ໃນລະຫວ່າງວັນທີ 30 ມັງ ກອນ ຫາ ວັນທີ 1 ກຸມພາ 2019 ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ໄດ້ຈັດກອງປະຊຸມ ສະຫລຸບການຈັດ ຕັ້ງປະຕິບັດໂຄງການທົດລອງກິດຈະກໍາປັບປຸງຊີວິດການເປັນຢູ່ ເຊື່ອມສານໂພຊະນາການ ປະຈຳປີ 2018 ຂຶ້ນ ໂດຍການເປັນປະທານຂອງທ່ານ ຈິດ ທະວີໃສ, ຜູ້ອໍານວຍການບໍລິຫານ ທລຍ ແລະ ການເຂົ້າຮ່ວມຂອງຜູ້ຕາງໜ້າຈາກສູນກາງ, ຂັ້ນແຂວງ ແລະ ຂັ້ນເມືອງທີ່ກ່ຽວຂ້ອງ ທັງໝົດ 50 ກວ່າທ່ານ ພິເສດມີຕາງໜ້າຄອບຄົວຕົວແບບ 7 ທ່ານ ຈາກ ​ແຂວງຫົວພັນ ແລະ ແຂວງ​ສະຫວັນ​ນະ​ເຂດ ເຂົ້າຮ່ວມນໍາອີກ.

 

ທ່ານປະທານກອງປະຊຸມໄດ້ກ່າວວ່າ: ໂຄງການທົດລອງກິດຈະກຳປັບປຸງຊີວິດການເປັນຢູ່ແມ່ນຄວາມພະຍາຍາມຂອງລັດຖະບານໃນການແກ້ ໄຂຄວາມທຸກຍາກໃນລະດັບຄົວເຮືອນ ໂດຍນໍາໃຊ້ຮູບແບບການສ້າງຕັ້ງກຸ່ມຊ່ວຍເຫລືອຊຶ່ງກັນ ແລະ ກັນ (ກຊກ) ຊຶ່ງແຕ່ລະກຸ່ມມີສະມາຊິກລະຫວ່າງ 8-10 ຄົນ ທີ່ມາຈາກຄອບຄົວທຸກຍາກພາຍໃນບ້ານ. ການສ້າງກຸ່ມຂະໜາດນ້ອຍ ກໍເພື່ອຮັບປະກັນໃຫ້ແຕ່ລະຄົນມີໂອກາດສະແດງຄໍາຄິດຄໍາເຫັນ ໃນເວລາ ເຂົ້າຮ່ວມປະຊຸມກຸ່ມ, ຜ່ານການດຳເນີນກິດຈະກໍາຂອງກຸ່ມ ໄປໃນໄລຍະໜຶ່ງ ເຂົາເຈົ້າກໍໄດ້ເລີ່ມທ້ອນເງິນ, ຈາກນັ້ນສະມາຊິກກຸ່ມ ໄດ້ຮ່ວມກັນກໍານົດກິດ ຈະກຳປັບປຸງຊີວິດການເປັນຢູ່ຂອງຄົວເຮືອນໃຜລາວ ຕາມທ່າແຮງ ແລະ ຕາມຄວາມສາມາດຂອງແຕ່ລະຄົນ ແຕ່ບົນພື້ນຖານການຮັບຮອງໂດຍສະມາ ຊິກກຸ່ມຜູ້ອື່ນໆ ຊຶ່ງວິທີການນີ້ຈະຮັບປະກັນໃຫ້ແກ່ການສົ່ງເງິນກູ້ຢືມຄືນຕາມກຳນົດເວລາ ຊຶ່ງແມ່ນໂຕຊີ້ວັດໜຶ່ງຂອງການພັດທະນາແບບຍືນຍົງ ເນັ້ນໃສ່ ໃຫ້ສາມາດກຸ້ມຕົນເອງ ເພິ່ງຕົນເອງ ຕາມແນວທາງຂອງພັກ

 

ຜ່ານການເຄື່ອນໄຫວກິດຈະກໍາດັ່ງກ່າວ ແຕ່ປີ 2012-2018, ໄດ້ສ້າງຕັ້ງກຸ່ມ ກຊກ ທັງໝົດ 915 ກຸ່ມ, ຢູ່ 165 ບ້ານ, ມີສະມາຊິກທັງໝົດ 10.085 ຄົນ ຈາກນັ້ນ ທລຍ ສະໜັບສະໜູນທັງໝົດ 9.85 ຕື້ກີບ ເພື່ອເປັນທຶນໝູນວຽນຂອງກຸ່ມ. ສະມາຊິກທ້ອນເງິນສະສົມ ໄດ້ທັງໝົດ2.183.779.500  ກີບ. ຜ່ານການກູ້ຢືມ ມີດອກເບ້ຍສະສົມຫຼາຍກວ່າ 1.5ຕື້ກີບ ແລະ ຜົນໄດ້ຮັບອື່ນໆດັ່ງນີ້:

·         ລາຍຮັບປະຈຳເດືອນສະເລ່ຍຂອງຄອບຄົວທີ່ເປັນສະມາຊິກ ເພີ່ມຂຶ້ນຈາກ 75,000 ກີບໃນປີ 2012 ມາເປັນ 450,000 ກີບ ໃນປີ 2017 ແລະ ເພີ່ມຂຶ້ນຕື່ມອີກ 650,000 ໃນຕົ້ນປີ2018.

·         ມີຄອບຄົວຕົວແບບຈຳນວນ ຫຼາຍກວ່າ 500 ຄອບຄົວເທົ່າກັບ 5,03% ຂອງສະມາຊິກທັງໝົດ ໂດຍເຂົາເຈົ້າມີຄວາມສາມາດນຳໃຊ້ເຕັກນິກໃໝ່ໆ ແລະ ສາມາດຖ່າຍທອດບົດຮຽນ ຫຼື ຝຶກອົບຮົມໃຫ້ຜູ້ອື່ນໄດ້.

ສໍາລັບແຜນການປະຈຳປີ 2019 ຂອງວຽກງານດັ່ງກ່າວ ແມ່ນສູ້ຊົນສ້າງຄອບຄົວຕົວແບບເພີ່ມຂຶ້ນ ໂດຍຕິດພັນກັບເງື່ອນໄຂການສ້າງຄອບຄົວຕົວ ແບບຂອງ ກະຊວງກະສິກໍາ ແລະ ປ່າໄມ້, ປັບປຸງຂອດການປະສານງານ ກັບຂະແໜງການທີ່ກ່ຽວຂ້ອງ ໂດຍສະເພາະ ສ້າງຄວາມເປັນເຈົ້າການໃຫ້ແກ່ ຫ້ອງການກະສິກໍາເມືອງຮັບຜິດຊອບວຽກງານດັ່ງກ່າວ ດັ່ງທີ່ທ່ານ ປະທານກອງປະຊຸມເນັ້ນຕື່ມວ່າ: ສຶບຕໍ່ເຕົ້າໂຮມຄວາມສາມັກຄີໃຫ້ໂລ່ງລ່ຽນ ແຕ່ສູນ ກາງລົງຮອດທ້ອງຖິ່ນ ຮັດແໜ້ນກໍາລັງທັງໝົດກັບກະຊວງກະສິກໍາ ແລະ ປ່າໄມ້ ເປັນປຶກແຜ່ນຈຶ່ງຈະສາມາດແກ້ໄຂຄວາມທຸກຍາກ ເຕີບໃຫຍ່ຂະຫຍາຍ ໂຕຮັບໃຊ້ໜ້າທີ່ການເມືອງຂອງພັກ-ລັດໃນໄລຍະໃໝ່ໄດ້.