ທລຍ ຮ່ວມມືກັບອົງການເກັບກູ້ລະເບີດບໍ່ທັນແຕກ

Posting Date: 
02 Jun 2020

 

ທລຍ ຮ່ວມມືກັບອົງການເກັບກູ້ລະເບີດບໍ່ທັນແຕກ

 

 

 

ໃນທ້າຍເດືອນພຶດສະພາ 2020 ຜ່ານມາ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ຮ່ວມກັບ ອົງການເກັບກູ້ລະເບີດບໍ່ທັນແຕກ ແຂວງສະຫວັນນະເຂດ ໄດ້ລົງໂຄສະນາເຜີຍແຜ່ໃຫ້ຄວາມຮູ້ ວິທີປ້ອງກັນອັນຕະລາຍຈາກລະເບີດບໍ່ທັນແຕກ ຢູ່ 64 ບ້ານໃນ 5 ເມືອງ(ນອງ, ເຊໂປນ, ພີນ, ອາດສະພອນ ແລະ ທ່າປາງທອງ) ທີ່ຈະໄດ້ຮັບຊ່ວຍເຫຼືອ ດ້ານໂຄງລ່າງພື້ນຖານຈາກ ທລຍ ໃນປີ 2020 ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 1.182 ຄົນ ໃນນັ້ນ ມີທີມງານຈັດຕັ້ງປະຕິບັດຂັ້ນບ້ານ ທີ່ຈະເປັນຜູ້ນໍາພາຊາວບ້ານໃນການກໍ່ສ້າງ ຕົວຈິງ.ທັງນີ້ກໍຍ້ອນວ່າໃນໄລບະຜ່ານມາປະຊາຊົນຈໍານວນໜຶ່ງ ໂດຍສະເພາະເດັກນ້ອຍ ຍັງຖືເບົາໂດຍການໄປຊອກຫາເສດເຫຼັກໄປຂາຍເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວ.

 

Attachment: