ທລຍ ເມືອງຊໍາໃຕ້ ສໍາເລັດການຝຶກອົບຮົມເຕັກນິກການລ້ຽງໝູ

Posting Date: 
17 Aug 2021

 

ທລຍ ເມືອງຊໍາໃຕ້ ສໍາເລັດການຝຶກອົບຮົມເຕັກນິກການລ້ຽງໝູ

 

 

 

ໃນລະຫວ່າງວັນທີ 8/7/2021 ຫາ ວັນທີ 7/8/2021 ພະນັກງານກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ເມືອງຊໍາໃຕ້ ແຂວງຫົວພັນ ໄດ້ຈັດຊຸດອົບຮົມເຕັກນິກການລ້ຽງໝູ ໃຫ້ 18 ບ້ານເປົ້າໜາຍ ສໍາເລັດຕາມແຜນການ.

 

     ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ແມ່ນເພື່ອໃຫ້ສະມາຊິກ ກຸ່ມຊ່ວຍເຫຼືອກັນ (ກຊກ) ພາຍໃນບ້ານມີຄວາມຮູ້ພື້ນຖານດ້ານເຕັກນິກໃນດ້ານການລ້ຽງໝູ ໃຫ້ຖືກຕ້ອງຕາມເຕັກນິກວິຊາການ, ມີີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບວິທີການລ້ຽງໝູ ເປັນຕົ້ນ: ການໃຫ້ອາຫານ, ການປະສົມພັນໝູ, ການດູແລຮັກສາ ແລະ ການເບິ່ງແຍງສຸຂະພາບສັດ ຂັ້ນພື້ນຖານ. ເຂົ້າຮ່ວມເປັນວິທະຍາກອນ ການຝືກອົບຮົມຄັ້ງນີ້ ໂດຍແມ່ນພະນັກງານວິຊາການ ຈາກຫ້ອງການກະສິກຳ ແລະ ປ່າໄມ້ເມືອງ 1 ທ່ານ, ມີພະນັກງານ ທລຍ ຂັ້ນບ້ານ 1 ທ່ານ ແລະ ມີນັກສໍາມະນາກອນເຂົ້າຮ່ວມທັງໝົດ 448 ຄົນ, ຍິງ 388 ຄົນ, ຊົນເຜົ່າ 146 ຄົນ, ໃນນັ້ນ ຍິງຊົນເຜົ່າມົ້ງ 123 ຄົນ, ຊົນເຜົ່າກຶມມຸ 2 ຄົນ, ແລະ ເຜົ່າລາວ 263 ຄົນ.

 

 

ການຝຶກອົບຮົມໃນຄັ້ງນີ້ ໄດ້ແບ່ງອອກເປັນ 2 ພາກຄື: ພາກທິດສະດີ 30% ແລະ ພາກປະຕິບັດຕົວຈິງ 70%; ສະເພາະໃນ ພາກທິດສະດີໄດ້ແນະນໍາຄວາມສຳຄັນ ແລະ ຄຸນປະໂຫຍດຂອງການລ້ຽງໝູ ແລະ ການຄັດເລືອກເອົາສະຖານທີ່, ວິທີການສ້າງຄອກ,ການຄັດເລືອກເອົາແນວພັນ, ການປຸງແຕ່ອາຫານ, ການປະສົມພັນທຽນ, ວິທີການປ້ອງກັນພະຍາດ ແລະ ອື່ນໆ ຂອງການລ້ຽງໝູ ແລະ ພາກທີ 2 ເປັນການປະຕິບັດຕົວຈິງ ເຊິ່ງພະນັກງານ ທລຍ ຂັ້ນບ້ານສົມທົບກັບຄູຝຶກທີ່ມາຈາກຫ້ອງການກະສີກຳ ແລະ ປ່າໄມ້ເມືອງ ໄດ້ນໍາພາສະມາຊິກກຸ່ມ ກຊກ ລົງປະຕິບັດຕົວຈິງ ໂດຍປະຕິບັດການສັກຢາກັນພະຍາດ ແລະ ເຮັດອາຫານໝັກ ທີ່ນໍາໃຊ້ວັດຖຸທີ່ສາມາດຫາໄດ້ໃນທ້ອງຖິ່ນ. ຊຸດອົບຮົມຄັ້ງນີ້ ໄດ້ສ້າງຄວາມເຂົ້າໃຈໃຫ້ແກ່ຄະນະນໍາຂອງບ້ານ ໂດຍສະເພາະແມ່ນ ສະມາຊິກກຸ່ມ ກຊກ ທີ່ລ້ຽງໝູ ແລະ ພໍ່ແມ່ປະຊາ ຊົນ ໄດ້ມີຄວາມເຂົ້າໃຈຢ່າງເລີກເຊິ່ງ ແລະ ສາມາດນໍາໄປໝູນໃຊ້ຢູ່ໃນຄອບຄົວຂອງຕົນເອງອີກດ້ວຍ.