ທລຍ ເມືອງບຸນໃຕ້ ໃຫ້ຄວາມຮູ້ດ້ານໂພຊະນາການແກ່ຊຸມຊົນ

Posting Date: 
18 Mar 2021

 

ທລຍ ເມືອງບຸນໃຕ້ ໃຫ້ຄວາມຮູ້ດ້ານໂພຊະນາການແກ່ຊຸມຊົນ

 

ເພື່ອເປັນການໃຫ້ຄວາມຮູ້ດ້ານໂພຊະນາການແກ່ແມ່ຍິງຖືພາ, ແມ່ລູກອ່ອນ ແລະ ເດັກນ້ອຍ ກອງທຶນຫຼຸດຜ່ອນຄວາມທຸກຍາກເມືອງບຸນໃຕ້ ແຂວງຜົ້ງສາລີ ໃນວັນທີ 15 ມີນາ 2021 ຜ່ານມາ ໄດ້ຈັດກອງປະຊຸມຝຶກອົບຮົມດ້ານໂພຊະນາການບ້ານຂຶ້ນທີ່ ບ້ານ ນາໄຊ ໂດຍມີຜູ້ເຂົ້າຮ່ວມທັງຫມົດ 20 ຄົນ, ຍິງ 15 ຄົນ, ຊົນເຜົ່າ 19ໃນນັ້ນ ມີເດັກ 6-23 ເດືອນ 8 ຄົນ, ຍິງ 2 ຄົນ,ແມ່ຖືພາ 3 ຄົນ,ແມ່ລູກອ່ອນ 2 ຄົນ.

 

ສໍາລັບການຝຶກອົບຮົມໃນຄັ້ງນີ້ ທີມງານເມືອງບຸນໃຕ້ໄດ້ນໍາພາຊາວບ້ານສາທິດການນໍາໃຊ້ເຄື່ອງບົດ ແລະ ການແຕ່ງກິນເຮັດອາຫານເສີມໃຫ້ເດັກ 6-23 ເດືອນ ໄດ້ກິນນໍາກັນຢ່າງທົ່ວເຖິງ.