ທລຍ ເມືອງສະໝ້ວຍ ສຳເລັດການສຳຫຼວດອອກແບບ ແລະ ປະເມີນຜົນກະທົບທາງດ້ານສັງຄົມ ແລະ ສິ່ງແວດລ້ອມ ໂຄງການທີ່ຈະຈັດຕັ້ງປະຕິບັດໃນປີ 2020

Posting Date: 
29 Apr 2020

 

ທລຍ ເມືອງສະໝ້ວຍ ສຳເລັດການສຳຫຼວດອອກແບບ ແລະ ປະເມີນຜົນກະທົບທາງດ້ານສັງຄົມ ແລະ ສິ່ງແວດລ້ອມ ໂຄງການທີ່ຈະຈັດຕັ້ງປະຕິບັດໃນປີ 2020

 

 

ໃນລະຫວ່າງວັນທີ 24ມີນາ-08ເມສາ 2020 ກອງທຶນຫູຸດຜອ່ນຄວາມທຸກຍາກ(ທລຍ)ເມືອງ
ສະໝ້ວຍ, ຂະແໜງກະສິກໍາ ແລະ ປ່າໄມ້ເມືອງສະໝ້ວຍ ໂດຍປະກອບມີຕາງໜ້າພະແນກກະສິກຳ-ປ່າໄມ້ແຂວງ, ທລຍ ແຂວງ, ທລຍ ເມືອງ, ຫອ້ງການທີ່ກ່ຽວຂ້ອງຂັ້ນເມືອງ ສົມທົບກັບຜູ້ປະສານງານຂັ້ນກຸ່ມບ້ານ, ອຳນາດການປົກຄອງບ້ານ, ທີມງານຈັດຕັ້ງປະຕິບັດຂັ້ນບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນບ້ານໄດ້ລົງສຳຫຼວດອອກແບບ ແລະ ປະເມີນຜົນກະທົບທາງດ້ານສັງຄົມ ແລະ ສິ່ງແວດລ້ອມໂຄງການຍ່ອຍ ຢູ່ແຕ່ລະບ້ານທີ່ໄດ້ຮັບໂຄງການໃນປີ 2020 ເຊີ່ງມີຜູ້ເຂົ້າຮ່ວມທັງໜົດ 320 ຄົນ, ຍິງ 195 ຄົນ ໃນນັ້ນ ປະກອບມີ 9ໂຄງການ:   

 

1.     ໂຄງການສ້ອມແປງລະບົບນໍ້າລີນ ບ້ານບ້ານອາຊິງເໜື່່ອ ກຸ່ມເທດສະບານ;

 

2.    ໂຄງການສ້ອມແປງລະບົບນຳລິນບ້ານອາຕຸກ ກຸ່ມອາຕຸກ;

 

3.    ໂຄງການສ້ອມແປງເສັນທາງ ບ້ານຕັງໂກ ກຸ່ມອາຕຸກ;

 

4.    ໂຄງການສ້ອມແປງເສັນທາງ ບ້ານບັນໄຕໃຫຍ່ ກຸ່ມອາຕຸກ;

 

5.    ໂຄງການສ້ອມແປງຊົນລະປະທານ ບ້ານກິລິໃຫຍ່ ກຸ່ມອາສົກ

 

6.    ໂຄງການສ້ອມແປງນ້ຳຫລິນ ບ້ານຕຣືບເໜືອ

 

7.    ໂຄງການສ້ອມແປງນຳລິນ ບ້ານອາວອງ ກຸ່ມອາສົກ

 

8.    ໂຄງການສ້ອມແປງນ້ຳລິນ ບ້ານກະວະ-ຕະວາຍ ກຸ່ມຕະລໍ

 

9.    ໂຄງການສ້ອມແປງຊົນລະປະທານ ບ້ານຕະລໍເໜືອ ກຸ່ມຕະລໍ
ໂຄງການທັງໜົດເຫຼົ່ານັ້ນ ຈະໄດ້ນໍາໃຊ້ທຶນຊວ່ຍເຫຼືອອົງການພັດທະນາ ແລະ ຮວ່ມມືຂອງປະເທດສະວິດເຊີແລນ(SDC) ດ້ວຍງົບປະມານທັງໝົດກ່ວາ 1 ຕື້ກີບ ແລະ ນໍາໃຊ້ຮູບແບບຊຸມຊົນເປັນຜູ້ຈັດຕັ້ງປະຕິບັດເອງ ຊຶ່ງຄາດວ່າຈະເລີ່ມລົງມືຈັດຕັ້ງປະຕິບັດໃນຕົ້ນເດືອນພຶດສະພາ ປີ2020.