ທລຍ ເມືອງຫົວເມືອງ, ເມືອງຊ່ອນ ແຂວງຫົວພັນ ສໍາເລັດການຝຶກອົບຮົມວິທີປ້ອງກັນການແຜ່ລະບາດ ຂອງພະຍາດໂຄວິດ-19

Posting Date: 
15 Feb 2021

 

ທລຍ ເມືອງຫົວເມືອງ, ເມືອງຊ່ອນ ແຂວງຫົວພັນ ສໍາເລັດການຝຶກອົບຮົມວິທີປ້ອງກັນການແຜ່ລະບາດ

 

ຂອງພະຍາດໂຄວິດ-19

 

 

 

ໃນລະຫວ່າງວັນທີ 14/2/2021 ຫາ ວັນທີ 7/2/2021 ທລຍ ເມືອງຫົວເມືອງ ໄດ້ຈັດຊຸດອົບຮົມວິທີປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ໃນ 27 ບ້ານເປົ້າໜາຍ ໃນນັ້ນ, ເມືອງຫົວເມືອງມີ 23 ບ້ານ ແລະ ເມືອງຊ່ອນມີ 4 ບ້ານ.

 

   ຈຸດປະສົງຂອງການຝຶກອົບຮົມແມ່ນເພື່ອໃຫ້ພໍ່ແມ່ປະຊາຊົນພາຍໃນບ້ານ, ອາສາສະໝັກແພດບ້ານ(ອສບ), ຄູອາຈານ ແລະ ນັກຮຽນ ໃນກຸ່ມເປົ້າໝາຍມີີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບວິທີການປ້ອງກັນການ ລະບາດພະຍາດໂຄວິດ-19 ໂດຍການເປັນປະທານຂອງ ທ່ານ ນາຍບ້ານຂອງແຕ່ລະບ້ານ, ສ່ວນຄູຝຶກແມ່ນມາຈາກຫ້ອງການກະສິກຳ ແລະ ປ່າໄມ້ເມືອງ 1 ທ່ານ, ຈາກຫ້ອງການສະຫະພັນແມ່ຍິງເມືອງ 1 ທ່ານ, ຈາກຫ້ອງການສາທາລະນະສຸກເມືອງ1 ທ່ານ. ນອກນັ້ນ ຍັງມີ ພະນັກງານ ທລຍ ເມືອງ 1 ທ່ານ, ພະນັກງານ ທລຍ ຂັ້ນບ້ານ 2 ທ່ານ. ລວມຜູ້ເຂົ້າຮ່ວມທັງໝົດ 1,631  ຄົນ, ຍິງ 978 ຄົນ, ຊົນເຜົ່າ 994 ຄົນ. ຊຸດ ຝອຮ ຄັ້ງນີ້ໄດ້ດໍາເນີນໄປເປັນເວລາ 1 ວັນເຕັມ ສໍາລັບ 1 ບ້ານ, ​ກິດຈະກໍາດັ່ງກ່າວ ແມ່ນໄດ້ຮັບການສະໜັບສະໜູນຈາກອົງການພັດທະນາ ແລະ ຮ່ວມມືຂອງປະເທດສະວິດເຊີແລນ (SDC).

 

ການຝຶກອົບຮົມໃນຄັ້ງນີ້ໄດ້ແບ່ງອອກເປັນ 2 ພາກຄື: ພາກທິດສະດີ ແລະ ພາກປະຕິບັດຕົວຈິງ. ພາກທິດສະດີ: ແມ່ນໄດ້ແນະນໍາວິທີການປ້ອງກັນການລະບາດຂອງພະຍາດໂຄວິດ-19, ແລະ ພາກປະຕິບັດຕົວຈິງ: ພະນັກງານ ທລຍ ສົມທົບກັບກັບບັນດາຄູຝຶກທີ່ມາຈາກຕາງໜ້າຫ້ອງການທີ່ກ່ຽວຂ້ອງຂັ້ນເມືອງນໍາພາປະຊາຊົນຜູ້ເຂົ້າຮ່ວມຫຍິບຜ້າອັດປາກ-ອັດດັງ, ຜະລິດເຈວລ້າງມື ແລະ ຢາຂ້າເຊື້ອທີ່ນໍາໃຊ້ວັດຖຸທີ່ຫາໄດ້ໃນທ້ອງຖິ່ນ. ຊຸດອົບຮົມຄັ້ງນີ້ ໄດ້ສ້າງຄວາມເຂົ້າໃຈໃຫ້ແກ່ອົງການປົກຄອງຂັ້ນທ້ອງຖິ່ນ ໂດຍສະເພາະແມ່ນ ສະຫະພັນແມ່ຍິງ, ອາສາສະໝັກບ້ານ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານມີຄວາມເຂົ້າໃຈຕໍ່ມາດຕະການການປ້ອງກັນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19ໂດຍເນັ້ນໜັກໃສ່ວິທີປ້ອງກັນຕໍ່ໂຕເອງ ແລະ ຄົນອ້ອມຂ້າງ ເວັ້ນໄລຍະຫ່າງໃນເວລາມີປະຊຸມ ແລະ ໄປໃນສະຖານທີ່ມີຈໍານວນຄົນຫຼາຍ. ສິ່ງທີ່ພົ້ນເດັ່ນຊາວບ້ານເຂົາເຈົ້າສາມາດເຮັດຜ້າອັດປາກ-ດັງທີ່ຖືກຫຼັກການອະນາໄມໄດ້ດ້ວຍຕົວ ເອງອີກດ້ວຍ.