ທລຍ ເມືອງໃໝ່ ສໍາເລັດການຝຶກອົບຮົມເຕັກນິກການລ້ຽງໝູ

Posting Date: 
26 Aug 2021

 

ທລຍ ເມືອງໃໝ່ ສໍາເລັດການຝຶກອົບຮົມເຕັກນິກການລ້ຽງໝູ

 

 

 

ໃນລະຫວ່າງວັນທີ 2/8/2021 ຫາ ວັນທີ 18/8/2021 ພະນັກງານກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ເມືອງໃໝ່ ແຂວງຜົ້ງສາລີ ສົມທົບກັບຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ໄດ້ຈັດຊຸດອົບຮົມເຕັກນິກການລ້ຽງໝູ ໃຫ້ 15ບ້ານເປົ້າໜາຍ ສໍາເລັດຕາມແຜນການທີ່ວາງໄວ້.

 

ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ແມ່ນເພື່ອໃຫ້ສະມາຊິກ ກຸ່ມຊ່ວຍເຫຼືອກັນ (ກຊກ) ພາຍໃນບ້ານມີຄວາມຮູ້ພື້ນຖານດ້ານເຕັກນິກ ໃນດ້ານການລ້ຽງໝູ ໃຫ້ຖືກຕ້ອງຕາມເຕັກນິກວິຊາການ, ມີີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບວິທີການລ້ຽງໝູ ເປັນຕົ້ນ: ການໃຫ້ອາຫານ, ການປະສົມພັນໝູ, ການດູແລຮັກສາ ແລະ ການເບິ່ງແຍງສຸຂະພາບສັດ ຂັ້ນພື້ນຖານ. ເຂົ້າຮ່ວມເປັນວິທະຍາກອນ ການຝືກອົບຮົມຄັ້ງນີ້ ໂດຍແມ່ນພະນັກງານວິຊາການ ຈາກຫ້ອງການ ກະສິກຳ ແລະ ປ່າໄມ້ເມືອງ 2ທ່ານ, ມີພະນັກງານ ທລຍ ຂັ້ນບ້ານ 1 ທ່ານ ແລະ ມີນັກສໍາມະນາກອນເຂົ້າຮ່ວມທັງໝົດ 541ຄົນ, ຍິງ 422ຄົນ, ຊົນເຜົ່າອາຄາ 241 ຄົນ, ຍິງ210 ຄົນ, ຊົນເຜົ່າກຶມມຸ 45 ຄົນ, ຍິງ 32 ຄົນ, ເຜົ່າລາວ 255 ຄົນ, ຍິງ 213 ຄົນ.

 

ການຝຶກອົບຮົມໃນຄັ້ງນີ້ ໄດ້ແບ່ງອອກເປັນ 2 ພາກຄື: ພາກທິດສະດີ 30% ແລະ ພາກປະຕິບັດຕົວຈິງ 70%; ສະເພາະໃນ ພາກທິດສະດີໄດ້ແນະນໍາຄວາມສຳຄັນ ແລະ ຄຸນປະໂຫຍດຂອງການລ້ຽງໝູ ແລະ ການຄັດເລືອກເອົາສະຖານທີ່, ວິທີການສ້າງຄອກ, ການຄັດເລືອກເອົາແນວພັນ, ການປຸງແຕ່ອາຫານ, ການປະສົມພັນທຽນ, ວິທີການປ້ອງກັນພະຍາດ ແລະ ອື່ນໆ ຂອງການລ້ຽງໝູ ແລະ ພາກທີ 2 ເປັນການປະຕິບັດຕົວຈິງ ເຊິ່ງພະນັກງານ ທລຍ ຂັ້ນບ້ານສົມທົບກັບຄູຝຶກທີ່ມາຈາກຫ້ອງການ ກະສີກຳ ແລະ ປ່າໄມ້ເມືອງ ໄດ້ນໍາພາສະມາຊິກກຸ່ມ ກຊກ ລົງປະຕິບັດຕົວຈິງ ໂດຍປະຕິບັດການສັກຢາກັນພະຍາດ ແລະ ເຮັດອາຫານໝັກ ທີ່ນໍາໃຊ້ວັດຖຸທີ່ສາມາດຫາໄດ້ໃນທ້ອງຖິ່ນ. ຊຸດອົບຮົມຄັ້ງນີ້ ໄດ້ສ້າງຄວາມເຂົ້າໃຈໃຫ້ພໍ່ແມ່ປະຊາຊົນ ໂດຍສະເພາະແມ່ນ ສະມາຊິກກຸ່ມ ກຊກ ທີ່ລ້ຽງໝູ ໄດ້ມີຄວາມເຂົ້າໃຈຢ່າງເລີກເຊິ່ງ ແລະ ສາມາດນໍາໄປໝູນໃຊ້ຢູ່ໃນຄອບຄົວຂອງຕົນເອງອີກດ້ວຍ.