ທລຍ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ ດ້ານການນໍາໃຊ້ ລະບົບຖານຂໍ້ມູນປັບປຸງໃໝ່ແບບລະບົບອອນລາຍ

Posting Date: 
15 Jun 2020

 

ທລຍ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ ດ້ານການນໍາໃຊ້

 

ລະບົບຖານຂໍ້ມູນປັບປຸງໃໝ່ແບບລະບົບອອນລາຍ

 

ໃນລະຫວ່າງວັນທີ 8-12 ມິຖຸນາ 2020, ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດການຝຶກອົບຮົມກ່ຽວກັບການນໍາໃຊ້ລະບົບຖານຂໍ້ມູນປັບປຸງໃໝ່ ຂຶ້ນທີ່ນະຄອນຫຼວງວຽງຈັນ ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ແມ່ນເພື່ອສ້າງຄວາມອາດສາມາດໃຫ້ແກ່ພະນັງານຕິດຕາມ-ປະເມີນຜົນຂັ້ນສູນກາງ ແລະ ແຂວງ ຜູ້ທີ່ມີຄວາມຮູ້ພື້ນຖານກ່ຽວກັບລະບົບ ເຕັກໂນໂລຊີ ຂໍ້ມູນຂ່າວສານ ທີ່ມາຈາກແຂວງຫຼວງພະບາງ ແລະ ແຂວງສະຫວັນນະເຂດ ເພື່ອເປັນຄູຝຶກໃຫ້ພະນັກງານ ທລຍ ຂັ້ນແຂວງ, ເມືອງ ແລະ ບ້ານ ຢູ່ 10 ແຂວງ, 35 ເມືອງເປົ້າໝາຍຂອງ ທລຍ ໃນໄລຍະຕໍ່ໄປ.

 

ໃນການຝຶກອົບຮົມໃນຄັ້ງນີ້ປະກອບມີຫຼາຍຫົວຂໍ້ກ່ຽວກັບການນໍາໃຊ້ ແລະ ປັບປຸງຖານຂໍມູນເຊັ່ນ:

 

1.   ຂໍ້ມູນທີ່ນໍາໃຊ້ເຂົ້າໃນວຽກງານປະເມີນຜົນໄດ້ຮັບໂຄງການ

 

2.   ພາລະໜ້າທີ່ ແລະ ຄວາມຮັບຜິດຊອບຂອງຜູ້ປ້ອນຂໍ້ມູນ

 

3.   ກວດກາ ແລະ ຢັ້ງຢືນຄວາມຖືກຕ້ອງຂອງຂໍ້ມູນກ່ອນເອົາເຂົ້າສູ່ລະບົບອອນລາຍ

 

 

 

ຜ່ານການຝຶກອົບຮົມເປັນເວລາ 5 ວັນເຕັມ ເຫັນວ່າ ນັກສໍາມະນາກອນ ມີຄວາມຮູ້ພຽງພໍ ແລະ ພ້ອມທີ່ຈະໄປຝຶກອົບຮົມຕໍ່ໃຫ້ແກ່ພະນັກງານ ທລຍ ຢູ່ບັນດາແຂວງ, ເມືອງ ແລະ ບ້ານເປົ້າໝາຍ ໃນເດືອນກໍລະກົດ 2020.