ທລຍ ແຂວງ ອຸດົມໄຊ ສໍາເລັດການຝຶກອົບຮົມດ້ານການ ປ້ອງກັນການລະບາດຂອງພະຍາດໂຄວິດ 19

Posting Date: 
26 Jan 2021

 

ທລຍ ແຂວງ ອຸດົມໄຊ ສໍາເລັດການຝຶກອົບຮົມດ້ານການ

 

ປ້ອງກັນການລະບາດຂອງພະຍາດໂຄວິດ 19   

 

ຂຽນໂດຍ: ວິໄລ ແກ້ວອິ່ນຄໍາ

 

 

 

          ໃນລະຫວ່າງວັນທີ 4/1/2021 -21/1/2021 ກອງທຶນຫຼຸດຜ່ອນຄວາມທຸກຍາກ  ຫຼື ທລຍ ກະຊວງກະສິກຳ ແລະ ປ່າໄມ້  ເຊິ່ງແມ່ນໜຶ່ງໃນ 4 ໂຄງການຂອງລັດຖະບານ ເພື່ອສຸມໃສ່ປັບປຸງການເຂົ້າເຖິງການບໍລິການທີ່ຈໍາເປັນຕິດພັນກັບວຽກງານປັບປຸງຊີວິດການເປັນຢູ່, ການຜະລິດ ແລະ ການກິນອາຫານ ທີ່ມີໂພຊະນາການ ຂອງຊຸມຊົນຜູ້ທຸກຍາກຢູ່ພື້ນທີ່ເປົ້າໝາຍຂອງໂຄງການ ເມືອງຫຼາ ແລະ ເມືອງນາໝໍ້ ແຂວງອຸດົມໄຊ ໄດ້ຈັດຊຸດຝຶກອົບຮົມກ່ຽວກັບການປ້ອງກັນການລະບາດຂອງ ພະຍາດໂຄວິດ 19 ຂຶ້ນ ພາຍໃຕ້ການເປັນປະທານຂອງທ່ານ ເລຂາພັກກຸ່ມບ້ານ ມີຜູ້ຕາງໜ້າຈາກ ຫ້ອງການສາທາ ລະນະສຸກເມືອງ, ສະຫະພັນແມ່ຍິງເມືອງ, ຫ້ອງການກະສິກໍາ ປ່າໄມ້ເມືອງ, ທີມງານ ທລຍ ເມືອງ ແລະ ພະນັກງານ ທລຍ ຂັ້ນບ້ານ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານ 20 ບ້ານ ໂດຍມີຜູ້ເຂົ້າຮ່ວມ 2,248 ທ່ານ,ຍິງ 1,257 ທ່ານ, ໂຄງການດັ່ງກ່າວ ແມ່ນໄດ້ຮັບການສະໜັບສະໜູນ ຈາກອົງການເພື່ອການພັດທະນາ ແລະຮ່ວມມືຂອງປະເທດສະວິດເຊີແລນ (SDC).

 

 

 

       ຊຸດຝຶກອົບຮົມວຽກງານປ້ອງກັນການລະບາດຂອງພະຍາດໂຄວິດ ໃນຄັ້ງນີ້້ໄດ້ດໍາເນີນໄປເປັນເວລາ 21 ວັນ ໃນນັ້ນມີພາກທິດສະດີ ແລະ ພາກປະຕິບັດຕົວຈິງ ໂດຍມີຄູຝຶກຈາກຫ້ອງການສາທາລະນະສຸກເມືອງ,ສະຫະພັນແມ່ຍິງເມືອງ,ຫ້ອງ

 

ການກະສິກໍາ ປ່າໄມ້ເມືອງແລະກອງທຶນຫຼຸດຜ່ອນຄວາມທຸກຍາກຂັ້ນເມືອງ ນໍາໂດຍ ທ່ານ ວິໄລ ແກ້ວອິ່ນຄໍາ ຫົວໜ້າທິມງານ ທລຍ ເມືອງຫຼາ ແລະ ເມືອງນາໝໍ້  ການຝຶກອົບຮົມດັ່ງກ່າວແມ່ນໄດ້ເນັ້ນໃຫ້ອົງການປົກຄອງບ້ານ,ສະຫະພັນແມ່ຍິງ,ອສບ, ຄູສອນ, ພໍ່ແມ່ປະຊາຊົນພາຍໃນບ້ານ ແລະ ເຖົ້າແກ່ແນວໂຮມ ມີຄວາມຮູ້ເພິ່ມຕື່ມກ່ຽວກັບ ແຜນງານໂຄງການປ້ອງກັນການລະບາດຂອງພະຍາດ ໂຄວິດ- 19 ຢູ່ຮາກຖານຊຸມຊົນ ຊົນນະບົດ ສປປ ລາວ.

 

ການຝຶກອົບຮົມໃນຄັ້ງນີ້ ຊຸມຊົນໄດ້ຮຽນຮູ້ຫຼາຍຫົວຂໍ້ ເປັນຕົ້ນແມ່ນ ຄວາມຮູ້ທົ່ວໄປກ່ຽວກັບເຊື້ອພະຍາດໄວຣັດ

 

(ໂຄວິດ-19), ອາການຂອງພະຍາດໂຄວິດ-19 ຫຼັງຈາກຕິດເຊື້ອໄວຣັດ-19 ສະແດງອອກແນວໃດ, ລວມທັງ ວິທີການປ້ອງ

 

ກັນ ແລະ ວິທີຜະລິດເຈວລ້າງມື ໂດຍນໍາໃຊ້ ເຫຼົ້າ 90 ປະສົມ, ວິທີການຜະລິດຢາຂ້າເຊື້ອໃນເຮືອນ,ໂຮງຮຽນ ທີ່ປອດໄພ ກໍໄດ້ນໍາມາຝຶກໃຫ້ແກ່ຊາວບ້ານ. ການກິນອາຫານເພື່ອເສີມພຸມຄຸ້ມກັນ ແລະ ການປັບປຽ່ນພຶດຕິກໍາໃນການດໍາລົງຊີວິດໃນຮູບແບບໃໝ່ ລວມທັງ ວິທີການຫຼຸດຜ່ອນຄວາມກົດດັນໃນຊ່ວງໄລຍະພະຍາດໂຄວິດ-19ລະບາດ, ຄວາມຈໍາເປັນ ແລະ ຄວາມສຳຄັນຂອງການນຳໃຊ້ຜ້າ ອັດປາກອັດດັງ ແລະ ວິທີເຮັດຜ້າປິດປາກ-ດັງເພື່ອປ້ອງກັນໂຄວິດ-19 ແບບງ່າຍດາຍໂດຍການນໍາໃຊ້ວັດສະດຸທີ່ຫາງ່າຍໃນທ້ອງຖິ່ນ ແລະ ຝຶກໃຫ້ແກ່ອາສາສະມັກບ້ານ, ອົງການປົກຄອງບ້ານ, ນາຍຄູ ກໍ່ໄດ້ນໍາມາເຜີຍແຜ່ເຊັ່ນດຽວກັນ.

 

ນອກຈາກການຝຶກອົບຮົມພາກທິດສະດີແລ້ວ ຄູຝຶກຍັງໄດ້ນໍາພາຜູ້ເຂົ້າຮ່ວມຜະລິດເຈວລ້າງມື, ປະສົມປະສົມເຫຼົ້າ 90 ເພື່ອໃຊ້ສີດລ້າງມື ແລະ ຜະລິດຢາຂ້າເຊື້ອໃນເຮືອນ,ໂຮງຮຽນ ພ້ອມທັງຕັດຫຍິບຜ້າ ປິດປາກປິດດັງຕົວຈິງອີກດ້ວຍ.

 

ພາຍຫຼັງສຳເລັດການຝຶກອົບຮົມໃນຄັ້ງນີ້້ຜູ້ເຂົ້າຮ່ວມຍັງໄດ້ມີການວາງແຜນຮ່ວມກັບອົງການປົກຄອງບ້ານ ເພື່ອນໍາເອົາບົດຮຽນດັ່ງກ່າວໄປຈັດຕັ້ງປະຕິບັດຢູ່ພາຍໃນບ້ານ ແລະ ຄອບຄົວຂອງຕົນອີກດ້ວຍ.