ທະນາຄານໂລກ ແລະ ອົງການພັດທະນາ ແລະ ການຮ່ວມມືຂອງປະເທດສະວິດເຊີແລນ ເຂົ້າພົບການນໍາແຂວງສາລະວັນ

Posting Date: 
07 Nov 2019

ທະນາຄານໂລກ ແລະ ອົງການພັດທະນາ ແລະ ການຮ່ວມມືຂອງປະເທດສະວິດເຊີແລນ

ເຂົ້າພົບການນໍາແຂວງສາລະວັນ

 

ໃນວັນທີ 6 ພະຈິກ 2019, ທ່ານ ຈິດ ທະວີໃສ, ຜູ້ອໍານວຍການບໍລິຫານ ທລຍ ໄດ້ນໍາພາ ທີມງານທະນາຄານໂລກ(WB)ນໍາໂດຍທ່ານ

 

Erick Caldwell Johnson ແລະ ອົງການພັດທະນາ ແລະ ການຮ່ວມມືຂອງປະເທດສະວິດເຊີແລນ(SDC) ນໍາໂດຍທ່ານ ນາງ

 

Michal Harari ຜູ້ຕາໜ້າງຈາກກະຊວງທີ່ກ່ຽວຂ້ອງເຂົ້າພົບທ່ານ ວິຊຽນ ນະວິກຸນ, ຮອງເຈົ້າແຂວງ ແຂວງສາລະວັນ ເພື່ອລາຍງານ ຜົນ

 

ສໍາເລັດ ການລົງກວດກາວຽກ ທລຍ ຢູ່ ເມືອງສະໝ້ວຍ, ຕະໂອ້ຍ ແລະ ຕຸ້ມລານ.   ໃນວຽກຢ້ຽມຢາມໃນເທື່ອນີ້ ທາງຜູ້ໃຫ້ທຶນເຫັນວ່າ

 

ມີຜົນສໍາເລັດຢ່າງເປັນຮູບປະທໍາ ຕໍ່ກັບໂຄງການທີ່ຊຸມຊົນເຮັດເອງເພາະໄດ້ນໍາຜົນປະໂຫຍດສູ່ຊຸມຊົນໂດຍແທ້ ເຊັ່ນໂຄງການກໍ່ສ້າງ

 

ຊົນລະປະທານຂະໜາດນ້ອຍຢູ່ບ້ານກະເລງ, ເມືອງສະໝ້ວຍ ແລະ ການກໍ່ສ້າງທາງບ້ານນາກະເຈີມ,ເມືອງຕຸ້ມລານ ເປັນການສ້າງວຽກ

 

ເຮັດງານທໍາ, ສ້າງລາຍຮັບໃຫ້ແກ່ຄອບຄົວຜູ້ທີ່ທຸກຍາກທີ່ສຸດ ແລະ ທັງເປັນການສ້າງນາຍຊ່າງຊຸມຊົນອີກດ້ວຍ, ນອກຈາກນັ້ນ ເຫັນວ່າ

 

ແຕ່ລະໂຄງການ ຊຸມຊົນຍັງປະຢັດເງິນໄດ້ປະມານ 40-50 ລ້ານກີບ ໂດຍເຂົາເຈົ້າໄດ້ນໍາໃຊ້ເງິນເຫຼືອດັ່ງກ່າວເຂົ້າໃນການສົ່ງເສີມກິດຈະກຳ

 

ປັປຸງຊີວິດການເປັນຢູ່ ແກ້ໄຂຄວາມທຸກຍາກຂອງຄອບຄົວທຸກຍາກພາຍໃນບ້ານ.

 

ທ່ານ ວິຊຽນ ນະວິກຸນ, ຮອງເຈົ້າແຂວງ ແຂວງສາລະວັນ ໄດ້ສະແດງຄວາມຊົຍເຊີຍມາຍັງບັນດາຜູ້ໃຫ້ທຶນ ກໍຄືລັດຖະບານ ແລະ ທລຍ

 

ຕໍ່ຜົນງານການສະໜັບສະໜູນການແກ້ໄຂຄວາມທຸກຍາກຢູ່ແຂວງພວກຂ້າພະເຈົ້າມາເປັນເວລາ 14 ກວ່າປີ ເຖິງແມ່ນວ່າເປັນໂຄງການ

 

ຂະໜາດນ້ອຍ ແຕ່ມັນໄດ້ເຂົ້າເຖິງຊຸມຊົນຜູ້ທຸກຍາກຫ່າງໄກສອກຫຼີກຢ່າງແທ້ຈິງ. ເຖິງແນວໃດກໍຕາມ ຖ້າທຽບໃສ່ຄວາມຕ້ອງການຂອງ

 

ປະຊາຊົນແມ່ຍັງມີຫຼາຍ ສະນັ້ນ ທາງການນໍາແຂວງພວກເຮົາ ຈຶ່ງຂໍສະເໜີມາຍັງຜູ້ໃຫ້ທຶນ ຊ່ວຍສືບຕໍ່ແກ້ໄຂຄວາມທຸກຍາກ ໂດຍ

 

ສະເພາະການແກ້ໄຂຄວາມທຸກຍາກ ແກ້ໄຂຊີວິດການເປັນຢູ່ ໃນລະດັບຄອບຄົວ ມັນຈຶ່ງຈະສາມາດລຶບລ້າງຄວາມທຸກຍາກຢູ່ແຂວງພວກ

 

ເຮົາໄດ້. ພ້ອມດຽວກັນພວກເຮົາຈະຊຸກຍູ້ໃຫ້ພໍ່ແມ່ປະຊາຊົນຜູ້ໄດ້ຮັບຜົນປະໂຫຍດປົກປັກຮັກສາໂຄງການຍ່ອຍຕ່າງໆທີ່ ທລຍ ໃຫ້ ການ

 

ຊ່ວຍເຫຼືອໃຫ້ມີຄວາມຍືນຍົງ ເຖິງວ່າໂຄງການ ທລຍ ຈະສິ້້ນສຸດລົງໃນທ້າຍເດືອນທັນວ່າ ປີ 2019 ກໍຕາມ.